ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ

19/07/2026 11:48
Email Print 129
ຂປລ ຂປລ. ການນຳເອົາວັດຖຸດິບທາງກະສິກຳມາແປຮູບ ເພື່ອສ້າງມູນຄ່າເພີ່ມ ກຳລັງເປັນທິດທາງສຳຄັນໃນການພັດທະນາສິນຄ້າຂອງລາວ. ໜຶ່ງໃນຕົວຢ່າງທີ່ໂດດເດັ່ນ ຄື ຜະລິດຕະພັນກ້ວຍທັນຍາພືດ ຂອງ ນາງ ບົວສະນິດ ມະນີວົງ ແຂວງຫລວງພະບາງ

ຂປລ. ການນຳເອົາວັດຖຸດິບທາງກະສິກຳມາແປຮູບ ເພື່ອສ້າງມູນຄ່າເພີ່ມ ກຳລັງເປັນທິດທາງສຳຄັນໃນການພັດທະນາສິນຄ້າຂອງລາວ. ໜຶ່ງໃນຕົວຢ່າງທີ່ໂດດເດັ່ນ ຄື ຜະລິດຕະພັນກ້ວຍທັນຍາພືດ ຂອງ ນາງ ບົວສະນິດ ມະນີວົງ ແຂວງຫລວງພະບາງ ທີ່ໄດ້ນຳໝາກກ້ວຍນ້ຳວ້າຈາກກະສິກອນລາວມາແປຮູບເປັນອາຫານວ່າງທີ່ມີຄຸນຄ່າ ແລະ ສາມາດສ້າງລາຍຮັບໃຫ້ຊາວສວນ ຊຶ່ງນັບເປັນອີກຕົວຢ່າງໜຶ່ງຂອງການນຳພູມປັນຍາ ແລະ ຄວາມຄິດສ້າງສັນມາຕໍ່ຍອດວັດຖຸດິບການກະສິກຳ ຈົນກາຍເປັນສິນຄ້າທີ່ຕະຫລາດໃຫ້ການຍອມຮັບ, ພ້ອມທັງວາງເປົ້າໝາຍຂະຫຍາຍຕະຫລາດສູ່ຕ່າງປະເທດ.

     ນາງ ບົວສະນິດ ມະນີວົງ ໄດ້ໃຫ້ສໍາພາດໃນງານວາງສະແດງສິນຄ້າ ສະຫະກອນ ເພື່ອສະເຫລີມສະຫລອງວັນສະຫະກອນ ຄົບຮອບ 48 ປີວ່າ: ຈຸດເລີ່ມຕົ້ນຂອງອາຊີບນີ້ ຍ້ອນຕົນ ເອງມັກກິນກ້ວຍຕາກແຫ້ງ ແຕ່ພົບວ່າບາງຜະລິດຕະພັນຍັງມີຄຸນນະພາບບໍ່ຕາມທີ່ຕ້ອງການຈຶ່ງເກີດແນວຄິດທີ່ຈະພັດທະນາຜະລິດຕະພັນໃຫ້ມີຄຸນນະພາບດີຂຶ້ນ. ພ້ອມກັນນັ້ນ, ດ້ວຍຄວາມທີ່ຕົນເອງບໍ່ສາມາດດື່ມນົມງົວໄດ້ຈຶ່ງໄດ້ນຳແນວຄິດການນຳທັນຍາພືດມາປະສົມກັບໝາກກ້ວຍເພື່ອສ້າງອາຫານຫວ່າງທີ່ມີຄຸນຄ່າທາງໂພຊະນາການ ແລະ ສະດວກຕໍ່ການບໍລິໂພກ. ຫຼັງຈາກສຶກສາຂໍ້ມູນ ແລະ ແລກປ່ຽນປະສົບການກັບຜູ້ຊ່ຽວຊານ ຈຶ່ງພັດທະນາສູດຜະລິດຕະພັນຈາກໝາກກ້ວຍນ້ຳວ້າສຳເລັດ.ປັດຈຸບັນ ທຸລະກິດດັ່ງກ່າວມີຜະລິດຕະພັນທັງໝົດ 7 ຊະນິດ ປະກອບດ້ວຍ ກ້ວຍແຜ່ນ, ກ້ວຍທັນຍາພືດ, ກ້ວຍສະຕິກ, ກ້ວຍປັອບ, ກ້ວຍເຄືອບຊັອກໂກແລັດ, ຄຸກກີ້ກ້ວຍ ແລະ ກ້ວຍຜົງ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທີ່ຫຼາກຫຼາຍ.ສຳລັບວັດຖຸດິບສ່ວນໃຫຍ່ ແມ່ນຊື້ຈາກຊາວສວນໃນແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ໃນລາຄາທີ່ເໝາະສົມ ເພື່ອຊ່ວຍຫລຸດບັນຫາການຖືກກົດລາຄາຈາກພໍ່ຄ້າຄົນກາງ ພ້ອມທັງສ້າງຕະຫລາດຮອງຮັບຜົນຜະລິດຂອງກະສິກອນລາວ.

     ປັດຈຸບັນ ຜະລິດຕະພັນກ້ວຍແປຮູບໄດ້ວາງຈຳໜ່າຍຫລາຍຊ່ອງທາງເຊັ່ນ: ຮ້ານອາເມຊອນ, ສະກາຍມາກ, ເຈມາກ ແລະ ຮ້ານອື່ນໆ.  ສຳລັບລາຄາຈຳໜ່າຍແມ່ນມີຫລາຍລາຄາ, ຈາກແຜນຜະລິດເບື້ອງຕົ້ນພຽງ 450 ກ່ອງຕໍ່ເດືອນ ປັດຈຸບັນສາມາດຜະລິດ ແລະ ຈຳໜ່າຍໄດ້ຫລາຍກວ່າ 1.000-1.500 ກ່ອງຕໍ່ເດືອນ.  ເພື່ອຕອບສະໜອງກັບຄວາມຕ້ອງການຂອງລູກຄ້າໃນຕໍ່ໜ້າຈະເພີ່ມກຳລັງການຜະລິດ ແລະ ພັດທະນາຄຸນນະພາບສິນຄ້າ ແລະ ຍົກມາດຕະຖານສາກົນເພື່ອຮອງຮັບການສົ່ງອອກ ພ້ອມທັງ ຂະ ຫຍາຍຊ່ອງທາງການຈຳໜ່າຍເຂົ້າສູ່ຮ້ານຄ້າສະດວກຊື້ລະດັບພາກພື້ນ. ນອກຈາກຈະຊ່ວຍຍົກລະດັບມູນຄ່າຜະລິດຕະພັນການກະສິກຳແລ້ວ ຍັງເປັນການສ້າງລາຍຮັບໃຫ້ກັບກະສິກອນ ແລະ ສົ່ງເສີມການນຳສິນຄ້າລາວກ້າວສູ່ຕະຫລາດສາກົນຢ່າງຍືນຍົງ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວບົດ-ສາລະຄະດີ

      ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວ

      7/19/2026 12:01:20 PM

      ຂປລ.ການຫັນປ່ຽນຈາກການຜະລິດກະສິກຳເພື່ອບໍລິໂພກພາຍໃນຄອບຄົວ ມາສູ່ການຜະລິດເປັນສິນຄ້າກຳລັງເປັນທິດທາງສຳຄັນໃນການພັດທະນາຊົນນະບົດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນ. ເມື່ອກ່ອນການຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ ແມ່ນຍັງຜະລິດແບບປະຖົມປະຖານ, ຕາມມີຕາມເກີດພໍໃຜພໍລາວ

    • ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍບົດ-ສາລະຄະດີ

      ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍ

      7/19/2026 11:55:35 AM

      ຂປລ. ຊົນເຜົ່າມ້ອຍ ເປັນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາຍາວນານ ແລະ ມີເອກະລັກທາງດ້ານວັດທະນະທຳ ທີ່ຍັງຄົງຮັກສາໄວ້ຈົນເຖິງປັດຈຸບັນ. ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ ບັນພະບຸລຸດຂອງຊາວມ້ອຍ ເຂົາເຈົ້າໄດ້ອົບພະຍົບຈາກເຂດຫົວເມືອງ ແຂວງແທງຮວາ ສສ ຫວຽດນາມ

    • ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ Iບົດ-ສາລະຄະດີ

      ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I

      7/19/2026 11:52:46 AM

      ຂປລ. ເປັນຄັ້ງທຳອິດທີ່ປະເທດລາວ ໄດ້ຈັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຂຶ້ນ ທ່າມກາງທີ່ທົ່ວພັກ-ລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ໃຫ້ປະສົບຜົນສຳເລັດຕາມໝາຍທີ່ວາງໄວ້.

    • ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່ບົດ-ສາລະຄະດີ

      ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່

      7/19/2026 11:41:38 AM

      ຂປລ. ແມ່ຍິງລາວເປັນກຳລັງສຳຄັນຂອງຊາດ ທີ່ມີຄຸນນະລັກສະນະອ່ອນໂຍນ, ຂະຫຍັນໝັ່ນພຽນ, ອົດທົນ ແລະ ມີຄວາມໂອບເອື້ອອາລີ. ຕະຫລອດປະຫວັດສາດ ແມ່ຍິງລາວໄດ້ປະກອບສ່ວນຢ່າງສຳຄັນໃນການປົກປ້ອງ ແລະ ພັດທະນາປະເທດຊາດ.ໃນໄລຍະການປ່ຽນແປງໃໝ່ ແມ່ຍິງລາວບັນດາເຜົ່າໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງ

    • ຕົ້ນກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງລາວບົດ-ສາລະຄະດີ

      ຕົ້ນກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງລາວ

      7/19/2026 11:39:17 AM

      ຂປລ. ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂ້ຶນໃນວັນທີ 22 ມີນາ 1955 ເປັນຕົ້ນມາ, ພັກໄດ້ໃຫ້ຄວາມສຳຄັນຕໍ່ການປຸກລະດົມ, ກໍ່ສ້າງ ແລະ ພັດທະນາແມ່ຍິງ ໃຫ້ມີຄວາມຕື່ນຕົວທາງການເມືອງ ເພື່ອເຂົ້າຮ່ວມພາລະກິດປະຕິວັດ ໂດຍຖືວ່າແມ່ຍິງເປັນກຳລັງແຮງສຳຄັນຂອງພັກ ແລະ ຂອງຊາດ.

ads
ads

Top