ວິຖີຊີວິດ ແລະ ວັດທະນະທຳ ຂອງຊົນເຜົ່າມ້ອຍ

19/07/2026 11:55
Email Print 137
ຂປລ ຂປລ. ຊົນເຜົ່າມ້ອຍ ເປັນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາຍາວນານ ແລະ ມີເອກະລັກທາງດ້ານວັດທະນະທຳ ທີ່ຍັງຄົງຮັກສາໄວ້ຈົນເຖິງປັດຈຸບັນ. ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ ບັນພະບຸລຸດຂອງຊາວມ້ອຍ ເຂົາເຈົ້າໄດ້ອົບພະຍົບຈາກເຂດຫົວເມືອງ ແຂວງແທງຮວາ ສສ ຫວຽດນາມ

ຂປລ. ຊົນເຜົ່າມ້ອຍ ເປັນໜຶ່ງໃນຊົນເຜົ່າທີ່ມີປະຫວັດຄວາມເປັນມາຍາວນານ ແລະ ມີເອກະລັກທາງດ້ານວັດທະນະທຳ ທີ່ຍັງຄົງຮັກສາໄວ້ຈົນເຖິງປັດຈຸບັນ. ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ ບັນພະບຸລຸດຂອງຊາວມ້ອຍ ເຂົາເຈົ້າໄດ້ອົບພະຍົບຈາກເຂດຫົວເມືອງ ແຂວງແທງຮວາ ສສ ຫວຽດນາມ ໃນຊ່ວງປີ 1707-1708 ໂດຍເດີນທາງຕາມສາຍນ້ຳ ແລະ ພັກອາໄສຢູ່ຫລາຍແຫ່ງ ກ່ອນຈະເຂົ້າມາຕັ້ງຖິ່ນຖານຢູ່ໃນ ສປປ ລາວ ຊຶ່ງປັດຈຸບັນຕັ້ງຫລັກປັກຖານຢູ່ເມືອງຊຳເໜືອ ແຂວງຫົວພັນ. ຊົນເຜົ່ານີ້ເອີ້ນຕົນເອງວ່າ “ມ້ອຍ” ແລະ ຊົນເຜົ່າອື່ນກໍເອີ້ນວ່າ: “ມ້ອຍ” ເຊັ່ນດຽວກັນ. ສ່ວນຊື່ “ມ້ອຍ” ແມ່ນຊື່ທີ່ໃຊ້ໃນທາງລັດຖະການ. ຂະນະທີ່ຢູ່ ສສ ຫວຽດນາມ ຊົນເຜົ່າດັ່ງກ່າວເອີ້ນວ່າ: ຊົນເຜົ່າ “ເມືອງ”.

ການດຳລົງຊີວິດຂອງຊາວມ້ອຍໃນອະດີດ ແລະ ປັດຈຸບັນ ຍັງອີງໃສ່ການກະສິກຳເປັນຫລັກ ເປັນຕົ້ນແມ່ນການເຮັດໄຮ່, ເຮັດນາ ແລະ ປູກພືດຜັກຕາມລະດູການ ຄວບຄູ່ກັບການລ້ຽງຄວາຍ, ງົວ, ໝູ, ເປັດ ແລະ ໄກ່. ນອກຈາກນັ້ນ, ຍັງປູກຕົ້ນໄມ້ກິນໝາກ, ໄມ້ອຸດສາຫະກຳ (ໄມ້ໂລ່ງເລັ່ງ), ໄມ້ປ່ອງ,  ຕົ້ນຊາ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ພ້ອມນີ້ ໃນດ້ານຫັດຖະກຳ ກໍມີຊື່ສຽງໃນການຜະລິດເຄື່ອງໃຊ້ຈາກໄມ້ປ່ອງ ເຊັ່ນ: ຊຸດໂຊຟາ, ໂຕະ, ຕັ່ງ ແລະ ສິ່ງຂອງເຄື່ອງໃຊ້ອື່ນໆ. ສ່ວນແມ່ຍິງ ມີຄວາມຊຳນານໃນການຕ່ຳຫູກທໍໄໝເພື່ອຜະລິດເຄື່ອງນຸ່ງຫົ່ມປະຈຳຊົນເຜົ່າ ທັງເພື່ອນຳໃຊ້ເອງ ແລະ ຈຳໜ່າຍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວຕື່ມອີກ. ອີກໜຶ່ງເອກະລັກທີ່ໂດດເດັ່ນ ຄື: ການເລືອກສະຖານທີ່ຕັ້ງບ້ານ ແລະ ການປຸກເຮືອນ ທີ່ຜູກພັນກັບຄວາມເຊື່ອດັ້ງເດີມ. ກ່ອນສ້າງບ້ານ ຈະມີການເລືອກມື້ເລືອກຍາມ ຊຶ່ງສ່ວນຫລາຍແມ່ນເອົາເດືອນຂຶ້ນ, ເດືອນເພັງ ແລະ ສ່ຽງທາຍຄວາມເໝາະສົມຂອງສະຖານທີ່ ດ້ວຍການເອົາເຂົ້າສານ 7 ເມັດລົງໃນຂຸມນັ້ນເອົາໄມ້ມາວາເບິ່ງເມັດເຂົ້າຈະຢູ່ຈຸດເກົ່າ, ຫຍັບເຂົ້າ ຫລື ຍ້າຍໄປຈາກບ່ອນທີ່ໝາຍໄວ້(ຮູບການສ່ຽງນັ້ນແມ່ນຈະໄດ້ເບິ່ງເຖິງຊີວິດຂອງຄົນ, ການລ້ຽງສັດຈະເກີດແມ່ແພ່ລູກ, ການຄ້າຂາຍ ແລະ ການຜະລິດຈະໄດ້ຮັບຜົນດີ ຫລືບໍ່). ລັກສະນະການປຸກເຮືອນຂອງເຂົາເຈົ້າແມ່ນປຸກ ເຮືອນຮ້ານ, ເສົາເຮືອນເຮັດດ້ວຍໄມ້ແກ່ນມີ 9 ເສົາ, 12 ເສົາ, ຂຶ້ນກັບ ຄວາມຕ້ອງການຂອງແຕ່ລະຄອບຄົວ, ມຸງດ້ວຍຫຍ້າຄາ, ແອ້ມດ້ວຍຝາ ໄມ້ເຮ້ຍ, ໄມ້ຫົກ, ປູດ້ວຍໄມ້ຟາກເອົາໄມ້ປ່ອງມາສັບເຮັດຟາກ ຫລື ເອົາໄມ້ລຽນລຳ, ມີ 3 ຫ້ອງ ແລະ ມີຫ້ອງບູຊາຜີບັນພະບຸລຸດ, ຫ້ອງນອນບັນດາລູກຊາຍ ແລະ ລູກສາວ ມີການເກາະອອກໄປ ແລະ ອີກສ່ວນໜຶ່ງເຮັດເປັນເຮືອນຄົວ, ເຮືອນນ້ອຍ, ສ່ວນຂັ້ນໄດຈະເຮັດ ເປັນລູກຄີກ 3, 5, 7, 9 ຂັ້ນ ຂຶ້ນກັບເຮືອນສູງ ຫລື ຕ່ຳ. ມາໃນປັດຈຸບັນ ເຖິງວ່າວັດສະດຸກໍ່ສ້າງຈະປ່ຽນໄປຕາມຍຸກສະໄໝ ແຕ່ຍັງຄົງຮັກສາຮູບແບບເຮືອນຮ້ານໄວ້ເປັນເອກະລັກ. ນັບແຕ່ປີ 1957-1958 ເປັນຕົ້ນມາການເຮັດເຮືອນຂອງຊົນເຜົ່າ ມ້ອຍ ໄດ້ມີການພັດທະນາຂຶ້ນເຊັ່ນ: ມີການມຸ້ງດ້ວຍສັງກະສີ, ແອ້ມດ້ວຍແປ້ນ, ປູແປ້ນ ແລະ ມາຮອດປັດຈຸບັນກໍຍິ່ງມີການປ່ຽນແປງໄປເລື້ອຍໆ ເປັນຕົ້ນ ມຸງດ້ວຍກະເບື້ອງ ແລະ ອື່ນໆ ແຕ່ຍັງຮັກສາເດີມກ່ຽວກັບເຮືອນຮ້ານ, ມີຊານ, ມີເຊຍ ທີ່ເປັນເອກະລັກຂອງເຂົາເຈົ້າ.

     ສຳລັບເຄື່ອງນຸ່ງຫົ່ມ ຊາວມ້ອຍຍັງຮັກສາເອກະລັກວັດທະນະທຳທາງດ້ານເຄື່ອງນຸ່ງຫົ່ມຂອງເຂົາເຈົ້າໄວ້ເຊັ່ນ: ເຄື່ອງນຸ່ງປະເພດສີດໍາ ຍອມນິນ, ຍອມຄາບ, ຜູ້ຊາຍນຸ່ງເສື້ອສີດຳມີແຂບ, ຄໍມົນ, ຄໍແຫລມ, ແຂນສັ້ນ, ແຂນຍາວຕາມຄວາມຕ້ອງການ, ນຸ່ງໂສ້ງຫົວຮູດສີດຳ, ຂາສັ້ນ, ຂາຍາວ ແລະ ຂາສາມສ່ວນ, ບໍ່ບ່ອງຫູ, ບໍ່ສັກລາຍ, ສ່ວນແມ່ຍິງແມ່ນນຸ່ສິ້ນເຫລືອເສື້ອບໍ່ພໍເຊັ່ນ: ເສື້ອສີດຳມີແຂບ, ຈັບເງິນໃສ່, ນຸ່ງສິ້ນມີຕີນສ່ວນ ຫລາຍແມ່ນຜະລິດດ້ວຍຕົນເອງ. ມີເຄື່ອງເອ້ຢ້ອງຄື: ປອກແຂນ, ປອກ ຂາ, ບອກຄໍ, ໃສ່ຕ້າງຫູ ທີ່ເຮັດດ້ວຍເງິນ, ທອງເຫລືອງ, ທອງແດງ ແລະ ໃນປັດຈຸບັນແມ່ນໄດ້ປະຍຸກຫັນມານິຍົມໃສ່ເງິນ, ຄໍາ ແລະ ເຄື່ອງປະດັບ ຕາມທ້ອງຕະຫລາດຫລາຍຂຶ້ນ ແຕ່ຍັງຮັກສາເອກະລັກດັ້ງເດີມໄວ້.

ດ້ານປະເພນີ ແລະ ຄວາມເຊື່ອ ຊາວມ້ອຍຍັງຄົງປະຕິບັດພິທີສູ່ຂວັນໃນໂອກາດສຳຄັນຕ່າງໆ ເຊັ່ນ: ງານແຕ່ງດອງ, ຂຶ້ນເຮືອນໃໝ່, ເດັກເກີດໃໝ່ ແລະ ພາຍຫລັງເຊຈົາາກການເຈັບປ່ວຍ. ແນວໃດກໍດີ, ງານບຸນທີ່ສຳຄັນທີ່ສຸດ ຄື “ບຸນກິນເຕດ” ຈັດຂຶ້ນໃນເດືອນສອງຂອງທຸກປີ ເປັນເວລາ 3 ມື້ ເພື່ອສະຫລອງປີໃໝ່, ອວຍພອນໃຫ້ຊີວິດຢູ່ເຢັນເປັນສຸກ ແລະ ສ້າງຄວາມສາມັກຄີໃນຊຸມຊົນ. ນອກຈາກນັ້ນ ຊົນເຜົ່າມ້ອຍ ຍັງມີມໍລະດົກທາງດ້ານສິລະປະ ແລະ ວັນນະຄະດີທີ່ອຸດົມສົມບູນ ໂດຍມີບົດຮ້ອງ, ກອນຂັບ, ກອນລຳ, ສຸພາສິດ ແລະ ຄຳຜະຫຍາ ທີ່ສະທ້ອນເຖິງວິຖີຊີວິດ ແລະ ຄວາມຜູກພັນກັບທຳມະຊາດ. ພ້ອມກັນນັ້ນ, ຍັງມີເຄື່ອງດົນຕີພື້ນເມືອງ ເຊັ່ນ: ກອງ, ຄ້ອງ, ເປົ່າປີ່, ສີຊໍ  ແລະ ອື່ນໆ ທີ່ຖືກນຳໃຊ້ໃນງານບຸນ ແລະ ພິທີກຳຕ່າງໆ ສືບທອດຈາກລຸ້ນສູ່ລຸ້ນ. ສຳລັບພາສາຂອງຊົນເຜົ່າມ້ອຍ ຈັດເຂົ້າໃນໝວດພາສາ ມອນ-ຂະແມ, ສາຂາ ຫວຽດເມືອງ ແລະ ເຂົາເຈົ້າຍັງສາມາດເວົ້າພາສາຂອງຊົນເຜົ່າໄຕ, ໄຕຂາວ,​ໄຕແດງ ແລະ ພາສາລາວ ໄດ້ດີ.   

ຊົນເຜົ່າມ້ອຍ ເປັນອີກໜຶ່ງຊົນເຜົ່າທີ່ສະທ້ອນໃຫ້ເຫັນເຖິງຄວາມຫລາກຫລາຍທາງຊົນເຜົ່າ ແລະ ວັດທະນະທຳ. ການອະນຸລັກ ແລະ ສືບສານມໍລະດົກອັນລ້ຳຄ່າເຫລົ່ານີ້ ບໍ່ພຽງແຕ່ຊ່ວຍຮັກສາເອກະລັກຂອງຊົນເຜົ່າເທົ່ານັ້ນ, ແຕ່ຍັງເປັນການສືບຕໍ່ຄຸນຄ່າທາງວັດທະນະທຳຂອງຊາດໄວ້ຕະຫລອດໄປ.

KPL

ຂ່າວອື່ນໆ

ads
ads

Top