ຂປລ
ຂປລ. ຊົນເຜົ່າຍະເຫີນ ຫລື ເຫີນຍໍ ແມ່ນໜຶ່ງໃນຊົນເຜົ່າ ມອນ-ຂະແມ ທີ່ອາໄສຢູ່ທາງພາກໃຕ້ຂອງ ສປປ ລາວ ໂດຍສະເພາະໃນແຂວງຈຳປາສັກ, ເຊກອງ ແລະ ອັດຕະປື. ເຖິງວ່າຈະມີຈຳນວນປະຊາກອນບໍ່ຫລາຍ ແຕ່ຊົນເຜົ່າຍະເຫີນ ຍັງຄົງຮັກສາວິຖີຊີວິດ, ຂະນົບທຳນຽມ, ປະເພນີ ແລະ ວັດທະນະທຳດັ້ງເດີມໄວ້ໃຫ້ຄົນລຸ້ນຫລັງໄດ້ເຫັນ.

ຂປລ. ຊົນເຜົ່າຍະເຫີນ ຫລື ເຫີນຍໍ ແມ່ນໜຶ່ງໃນຊົນເຜົ່າ ມອນ-ຂະແມ ທີ່ອາໄສຢູ່ທາງພາກໃຕ້ຂອງ ສປປ ລາວ ໂດຍສະເພາະໃນແຂວງຈຳປາສັກ, ເຊກອງ ແລະ ອັດຕະປື. ເຖິງວ່າຈະມີຈຳນວນປະຊາກອນບໍ່ຫລາຍ ແຕ່ຊົນເຜົ່າຍະເຫີນ ຍັງຄົງຮັກສາວິຖີຊີວິດ, ຂະນົບທຳນຽມ, ປະເພນີ ແລະ ວັດທະນະທຳດັ້ງເດີມໄວ້ໃຫ້ຄົນລຸ້ນຫລັງໄດ້ເຫັນ.
ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ ແລະ ນາຍບ້ານໃນເຂດໜອງເມັກ ເມືອງ ປາກຊ່ອງ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ຊົນເຜົ່າ ຍະເຫີນ (ເຫີນຍໍ) ຍົກຍ້າຍມາຈາກປະເທດ ມົງໂກນ ກ່ອນຈະຍ້າຍໄປທາງພາກໃຕ້ຂອງ ຈີນ ແລະ ຕໍ່ມາໄດ້ເຄື່ອນຍ້ານລົງສູ່ເຂດລຸ່ມແມ່ນ້ຳຂອງ ຈົນມາຕັ້ງຖິ່ນຖານໃນພາກໃຕ້ຂອງລາວ. ຊົນເຜົ່າ ຍະເຫີນ (ເຫີນຍໍ) ເຄີຍມີສ່ວນຮ່ວມໃນການກໍ່ສ້າງ ພາລະຊາວັງ ແຫ່ງອານາຈັກ ຂອມ ຢູ່ເມືອງ ອົງການ ແລະ ເຂດ ເມືອງໂຊກ, ເມືອງ ຊຸງ ແລະ ຫລໍ່ ພະພຸດທະຮູບ, ພະສົງແສນ ຢູ່ວັດບ້ານ ສະແຄະ ທີ່ຂຶ້ນກັບເມືອງ ໄຊເຊດຖາ ແຂວງອັດຕະປື ແລະ ຕໍ່ມາທ້າຍສະຕະວັດທີ XVIII ໄດ້ເຄື່ອນຍ້າຍຖ່ິ່ນຖານໄປຢູ່ເຂດພູຄຳພຸກ, ພູຫລວງ ແລະ ໝູ່ບ້ານຕ່າງໆ: ດາກຣານ, ດາກເກຣງ, ດາກອິນ ຕຽງ, ໜອງເມັກ, ຄໍາປັດ ແລະ ອື່ນໆ. ຊົນເຜົ່ານີ້ມີຫລາຍຊື່ເອີ້ນ ເຊັ່ນ: ຍະເຫີນ, ເຫີນຍໍ ແລະ ຕຶງແກະ, ແຕ່ຊື່ “ຍະເຫີນ” ເປັນຊື່ທີ່ນຳໃຊ້ທາງລັດຖະການໃນປັດຈຸບັນ. ປະຊາຊົນສ່ວນໃຫຍ່ປະກອບອາຊີບເຮັດໄຮ່ ແລະ ເຮັດນາ ໂດຍປູກເຂົ້າຈ້າວເປັນຫລັກ ພ້ອມກັບປູກພືດ, ຜັກ, ໝາກໄມ້ ແລະ ພືດເສດຖະກິດ ເຊັ່ນ: ກາເຟ, ກ້ວຍ ແລະ ໝາກຮຸ່ງ. ນອກນັ້ນ ຍັງລ້ຽງຄວາຍ, ງົວ, ໝູ, ໄກ່ ແລະ ສັດປີກອື່ນໆ ເພື່ອໃຊ້ເປັນອາຫານ ແລະ ປະກອບໃນພິທີກຳ. ເຖິງແມ່ນວ່າພວກເຂົາເຈົ້າຈະບໍ່ນິຍົມຕຳ່ຫູກ ແຕ່ຊາວຍະເຫີຍ ມີສີໄມ້ລາຍມືໂດເດັ່ນ ແລະ ຊຳນານໃນດ້ານວຽກຫັດຖະກຳຈັກສານ.

ສຳລັບການຕັ້ງຖິ່ນຖານຂອງຊົນເຜົ່າຍະເຫີນນິຍົມສ້າງບ້ານຢູ່ໃກ້ແຫລ່ງນ້ຳທີ່ມີນ້ຳໃຊ້ຕະຫລອດປີ ແລະ ເລືອກພື້ນທີ່ສູງເພື່ອຫລີກລ່ຽງນ້ຳຖ້ວມ. ພາຍຫລັງໄດ້ມີການກະກຽມເຄື່ອງເຮັດເຮືອນຄົບແລ້ວ, ເຂົາເຈົ້າກໍຊອກຫາມື້ຫາຍາມໃນການຕັ້ງເຮືອນ ແລະ ສ່ວນຫລາຍຈະຕັ້ງເຮືອນໃນວັນພະຫັດ ຫລື ວັນເສົາ ເພາະເຂົາເຈົ້າມີຄວາມເຊື່ອຖືມາແຕ່ບັນ ພະບູລຸດທັງສອງວັນນີ້ເປັນວັນສີລິມຸງຄຸນຂອງຊົນເຜົ່າຕົນ. ໃນເວລາຈະຕັ້ງເຮືອນນັ້ນແມ່ນໄດ້ເລົ່າໝົດບ້ານມາຢືນອ້ອມດິນຕອນຈະປຸກເຮືອນ. ລັກສະນະເຮືອນຂອງຊົນເຜົ່າ ຍະເຫີນ ສະໄໝກ່ອນ ແມ່ນເຮັດເຮືອນຮ້ານ ແລະ ແບ່ງອອກເປັນ 2-3 ຫ້ອງນັບຫວ່າງເສົາ, ເຮືອນເຮັດດ້ວຍໄມ້ມອກຕອກລຶບ, ມຸ້ງດ້ວຍຫຍ້າ, ປູດ້ວຍຟາກ, ແອັມ ດ້ວຍໃບຕອງ ແລະ ມີການຈັດແບ່ງຫ້ອງເປັນ 2 ສ່ວນ, ໜຶ່ງເປັນບ່ອນ ຂອງພໍ່, ແມ່, ອີກສ່ວນໜຶ່ງນັ້ນເປັນບ່ອນນອນຂອງລູກທີ່ຍັງບໍ່ທັນແຕ່ງ ດອງ. ປັດຈຸບັນການປຸກເຮືອນແມ່ນໄດ້ມີການປັບປຸງເປັນ ໄມ້ ແລະ ເຮືອນກໍ່ ຕາມສະພາບການພັດທະນາແຕ່ລະຍຸກສະໄໝ. ສ່ວນການແຕ່ງກາຍໃນອະດີດມີຄວາມໂດດເດັ່ນ ໂດຍຜູ້ຊາຍນຸ່ງຜ້າກະຕ້ຽວ, ເອົາຜ້າແດງຄຽນຫົວ,ເກົ້າຜົມ, ບ່ອນຫູໃສ່ຕ້າງ ມີປອກແຂນ, ປອກຂາ, ໃສ່ໝາກປັດ. ສະເພາະແມ່ຍິງແມ່ນນຸ່ງສິ້ນລ່າມລົງຮອດປາຍແຂ່ງ, ນຸ່ງເສື້ອແຊກເອົາແພແດງຄຽນຫົວ, ມີປອກແຂນ, ປອກຂາ, ເກົ້າຜົມ, ບ່ອງຫູໃສ່ຕ້າງທີ່ເຮັດດ້ວຍທອງ, ບໍ່ວ່າຍິງ ຫຼື ຊາຍບໍ່ຕັດແຂ້ວ ແລະ ສັກລາຍ. ດ້ານຄວາມເຊື່ອຖືໃນຮອບວຽນປີໜຶ່ງສ່ວນຫລາຍມັກຈະເຮັດບຸນເຂົ້າໃໝ່, ບຸນປີໃໝ່ ແລະ ຈັດພິທີກຳລ້ຽງຜີລ້ານ, ຜີເມືອງຕາມໄລຍະຂອງເດືອນທີ່ໄດ້ກຳນົດໄວ້, ໃນນັ້ນສ່ວນຫລາຍຈະເຮັດພິທີກຳລ້ຽງຜີຫລັກເມືອງເອີ້ນວ່າ: ບຣະເມືອງ ຊຶ່ງຈະຈັດຂຶ້ນໃນລະຫວ່າງກາງເດືອນ 2-3 ຂອງທຸກໆປີ, ໃນພິທີດັ່ງກ່າວ, ຈະມີການກະກຽມໝົດທຸກຄອບຄົວພພາຍໃນບ້ານເຊັ່ນ: ໄກ່, ເປັດ, ຄວາຍ, ງົວ, ໝູ, ເຂົ້າສານ, ເຂົ້າສຸກ, ເຫລົ້າໄຫ, ທຽນ, ດອກໄມ້ທີ່ເປັນລັກສະນະລວມບ້ານ. ສ່ວນແຕ່ລະຄອບຄົວນັ້ນແມ່ນອີງຕາມຖານະຄອບຄົວຂອງໃຜລາວ, ເມ່ືອກະກຽມວັດຖຸປັດໄຈໄດ້ແລ້ວກໍຈະມີການກຳນົດວັນເວລາໃນການຈັດງານດັ່ງກ່າວ.

ນອກຈາກນີ້, ຊົນເຜົ່າຍະເຫີນ ຍັງມີມໍລະດົກດ້ານວັນນະຄະດີ ແລະ ສິລະປະພື້ນເມືອງທີ່ສຳຄັນ ເຊັ່ນ: ນິທານພື້ນບ້ານ, ຄຳສຸພາສິດ, ບົດລຳ ແລະ ເຄື່ອງດົນຕີພື້ນເມືອງ ເປັນຕົ້ນແມ່ນ ກອງ, ຄ້ອງລາ, ເກວ ແລະ ຢວນ ທີ່ຍັງຄົງຖືກສືບສານຈາກຄົນຮຸ່ນສູ່ຮຸ່ນ ສະທ້ອນໃຫ້ເຫັນພູມປັນຍາ ແລະ ເອກະລັກ, ຄຸນຄ່າຂອງມໍລະດົກທາງວັດທະນະທຳອັນຫລາກຫລາຍຂອງຊົນເຜົ່າຍະເຫີນທີ່ສືບທອດຈາກຮຸ່ນສູ່ຮຸ່ນຈົນເຖິງປັດຈຸບັນ.
KPL