ຄົວເສີດ ສູນລວມ ປາແດກແຊບ ສືບສານພູມປັນຍາອາຫານລາວ

07/07/2026 12:21
ຂປລ ຂປລ. ນັບແຕ່ອະດີດຈົນເຖິງປັດຈຸບັນ ປາແດກ ແມ່ນອາຫານພື້ນເມືອງຊະນິດໜຶ່ງທີ່ຢູ່ຄຽງຄູ່ກັບຄົນລາວເຮົາມາແຕ່ສະໄໝປູ່ຍ່າຕາຍາຍ ທີ່ໄດ້ເອົາມາຜະລິດໄວ້ກິນເອງ. ດ້ວຍລົດຊາດທີ່ເປັນເອກະລັກ ແລະ ສາມາດນຳໄປປຸງແຕ່ງໃນອາຫານໄດ້ຫລາກຫລາຍເຍ່ືອງ ປາກແດກຈຶ່ງກາຍເປັນເຄື່ອງປຸງປະຈຳຄົວເຮືອນ ຂອງຄົນລາວທຸກພາກ

ຂປລ. ນັບແຕ່ອະດີດຈົນເຖິງປັດຈຸບັນ ປາແດກ ແມ່ນອາຫານພື້ນເມືອງຊະນິດໜຶ່ງທີ່ຢູ່ຄຽງຄູ່ກັບຄົນລາວເຮົາມາແຕ່ສະໄໝປູ່ຍ່າຕາຍາຍ ທີ່ໄດ້ເອົາມາຜະລິດໄວ້ກິນເອງ. ດ້ວຍລົດຊາດທີ່ເປັນເອກະລັກ ແລະ ສາມາດນຳໄປປຸງແຕ່ງໃນອາຫານໄດ້ຫລາກຫລາຍເຍ່ືອງ ປາກແດກຈຶ່ງກາຍເປັນເຄື່ອງປຸງປະຈຳຄົວເຮືອນ ຂອງຄົນລາວທຸກພາກ. ໃນປັດຈຸບັນ ການຜະລິດນ້ຳປາແດກບໍ່ໄດ້ຈຳກັດພຽງແຕ່ຄອບຄົວເທົ່ານັ້ນ, ແຕ່ໄດ້ຮັບການພັດທະນາເປັນສິນຄ້າ ສາມາດສ້າງລາຍໄດ້ ແລະ ສ້າງຊື່ສຽງໃຫ້ແກ່ຜູ້ປະກອບການ ຊຶ່ງໜຶ່ງໃນນັ້ນກໍແມ່ນ ຄົວເສີດ ສູນລວມ ປາແດກແຊບ ກໍເປັນຜະລິດຕະພັນໜຶ່ງຂອງຄົນລາວ ທີ່ໄດ້ມີໂຮງງານຜະລິດອອກມາຮັບໃຊ້ສັງຄົມ ທີ່ມີຊື່ສຽງໂດ່ງດັງບໍ່ແພ້ໃຜ ດ້ວຍລົດຊາດ, ຄຸນນະພາບ ແລະ ສິນຄ້າທີ່ຫລາກຫລາຍບໍ່ວ່າຈະເປັນປາແດກ ດິບ,ສຸກ, ແຈ່ວປາແດກ ບອກເລີຍວ່າແຊບບໍ່ຄືໃຜແນ່ນອນ ເນື່ອງຈາກວ່າປາກແດກຈາກຄົວເສີດ ຜ່ານການໝັກເປັນເວລາ 3 ປີ ຈຶ່ງສາມາດນໍາອອກມາບໍລິໂພກ ໄດ້ເຮັດໃຫ້ລົດຊາດແຊບ ແລະ ເຂັ້ມຂຸ້ນ.

ນາງ ສຸກສະຫວັນ ສີຫາລາດ  ເຈົ້າຂອງຜະລິດຕະພັນ ຄົວເສີດປາກແດກແຊບ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໃນໂອກາດເຂົ້າຮ່ວມວາງສະແດງສິນຄ້າ ໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈໍາປີ 2026 ເມື່ອບໍ່ດົນມານີ້ວ່າ:  ຈຸດເລີ່ມຕົ້ນ ຂອງ ອາຊີບນີ້ ຍ້ອນຕົນເອງມັກແຕ່ງກິນແບບອາຫານລາວ ໂດຍສະເພາະ ປາແດກ ແມ່ນໄດ້ກິນທຸກຄາບ ເນື່ອງຈາກວ່າ ໃນເມື່ອກ່ອນ ເຮືອນຕົນເອງເປັນແຫລ່ງຜະລິດປາແດກ ຂອງບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ   ຍ້ອນມີສວນໃກ້ກັບນໍ້າງື່ມ ເວລາເຂົາປ່ອຍນໍ້າງື່ມອອກມາ ຈະຜ່ານສວນ. ຜູ້ເປັນພໍໍ່  ເລີຍເຮັດຕ້ອນ, ເຮັດໄຊ ລັດປາໄວ້, ຫລັງຈາກນໍ້າແຫ້ງ ປາອອກບໍ່ໄດ້ ຈຶ່ງນໍາເອົາປາມາເຮັດປາແດກປະໄວ້ສະເພາະເລີຍ ເນື່ອງຈາກວ່າປາຫລາຍແຮງ ຈົນໄດ້ລະດົມປະຊາຊົນພາຍໃນບ້ານມາເຮັດຊ່ວຍ ແຕ່ຍັງບໍ່ໄດ້ແປຮູບມີແຕ່ເຮັດປາແດກ ເປັນຖັງເປັນໄຫທໍາມະດາ ແລະ ສົ່ງໃຫ້ມາແມ່ຄ້າມາຫລາຍຟ້າຫລາຍປີ ຈົນພໍ່ແມ່ເພິ່ນເຖົ້າແກ່, ຫລັງຈາກຕົນເອງ ໄດ້ມາຮຽນຕໍ່ຢູ່ນະຄອນຫລວງວຽງຈັນ ຈຶ່ງສືບຕໍ່ເຮັດອາຊີບນີ້ ເພື່ອຮັກສາມູນເຊື້ອອາຊີບນີ້ ໃຫ້ຢູ່ກັບຄອບຄົວຕົນຕະຫລອດໄປ. ປັດຈຸບັນໄດ້ເຮັດທຸລະກິດຫລາຍຢ່າງ ທັງປູກຝັງ-ລ້ຽງສັດ ແບບອິນຊີ ຄຽງຄູ່ກັບການເຮັດຜະລິດຕະພັນປາແດກ ອອກມາຈໍາໜ່າຍສູ່ສັງຄົມ ເປັນຕົ້ນແມ່ນ ປາແດກດິບ, ສຸກ ແລະ ຫລ້າສຸດໄດ້ເຮັດແຈ່ວປາແດກອອກມາຕາມຄວາມຕ້ອງການຂອງຜູ້ບໍລິໂພກ. ສໍາລັບປາແດກ ແມ່ນມີເອກະລັກ ຄວາມແຊບນົວທີ່ບໍ່ຄືໃຜ ເນື່ອງຈາກຈະມີການຫລໍ່ໄຫ ທີ່ສາມາດບັນຈຸປາແດກໄດ້ 400 ກວ່າກິໂລກຣາມ ແລະ ການໝັກປາດ້ວຍວິທີດັ້ງເດີມຕ້ອງໄດ້ 3 ປີຂຶ້ນໄປຈຶ່ງໄຂ ເພື່ອໃຫ້ໄດ້ປາແດກທີ່ແຊບນົວ ແລະ ເຂັ້ມຂຸ້ນ ຈາກໂຕປາແທ້ໆ. ດ້ວຍຄຸນນະພາບດັ່ງກ່າວ ຈຶ່ງເຮັດໃຫ້ປາແດກຂອງຄົວເສີດ ກາຍເປັນທີ່ຖືກໃຈຂອງຜູ້ບໍລິໂພກ. ໂດລາຄາຂາຍ ປາແດກດິບ ກິໂລ 35.000 ກີບ, 3 ກິໂລ 100.000ກີບ.

ນາງ ສຸກສະຫວັນ ເວົ້າເສີມວ່າ:   ໃນອະນາຄົດຈະເຮັດເປັນປາແດກຝຸ່ນ ແບບຊອງ ເປັນເຈົ້າທໍາອິດຂອງປະເທດລາວ ເພື່ອຄວາມສະດວກ, ສະບາຍຂອງຜູ້ບໍລິໂພກ ແລະ ສາມາດຈໍາໜ່າຍອອກຕ່າງປະເທດໄດ້ ເພາະປັດຈຸບັນຜະລິດຕະພັນຂອງຄົວເສີດ ກຳລັງດຳເນີນຂໍການຮັບຮອງມາດຕະຖານ ອຍ ແລະ ເຄື່ອງໝາຍໂອດັອບ ເພື່ອຍົກລະດັບສິນຄ້າໃຫ້ໄດ້ມາດຕະຖານ ແລະ ສ້າງຄວາມໜ້າເຊ່ືອຖືໃນຕະຫລາດ. ພາຍຫລັງຈາກຜ່ານການຮັບຮອງເຄື່ອງໝາຍ ອຍ ແລະ ໂອດັອບ ຕົນເອງ ກໍມີແຜນຈະດຳເນີນການຈົດລິຂະສິດເຄື່ອງໝາຍການຄ້າ, ເຮັດໃບອະນຸຍາດ ເພື່ອຂະຫຍາຍຕະຫລາດສູ່ສາກົນ.

ສໍາລັບ ທ່ານໃດຕ້ອງການປາແດກແຊບ ສະອາດ ໄວ້ບໍລິໂພກ ກໍສາມາດມາຊື້ໄດ້ທີ່ ຕະຫລາດປອດສານພິດ ຢູ່ໜ້າໄອເຕັກ ຕຶກເກົ່າ ທຸກໆ ວັນພຸດ ແລະ ວັນເສົາ ຫລື ຕິດຕໍ່ໍສອບຖາມໄດ້ທີ່ເບີ 020 57797474.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top