ຂປລ
*ຂົງເຂດສື່ມວນຊົນລາວ ເປັນອົງປະກອບສຳຄັນໃນການນຳເອົາ ແນວຄິດ, ທິດສະດີ, ແນວທາງ ແລະ ນະໂຍບາຍ ຂອງພັກ ແລະ ກົດໝາຍຂອງລັດ ມາໂຄສະນາເຜີຍແຜ່ສູ່ສັງຄົມ.

*ຂົງເຂດສື່ມວນຊົນລາວ ເປັນອົງປະກອບສຳຄັນໃນການນຳເອົາ ແນວຄິດ, ທິດສະດີ, ແນວທາງ ແລະ ນະໂຍບາຍ ຂອງພັກ ແລະ ກົດໝາຍຂອງລັດ ມາໂຄສະນາເຜີຍແຜ່ສູ່ສັງຄົມ. ພາລະກິດດັ່ງກ່າວບໍ່ພຽງແຕ່ຊ່ວຍສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນເທ່ົານັ້ນ, ແຕ່ຍັງເປັນກຳລັງສຳຄັນໃນການປຸກລະດົມແນວຄິດ, ສ້າງຄວາມເປັນເອກພາບ ແລະ ນຳພາປະຊາຊົນໃຫ້ຮ່ວມກັນຈັດຕັ້ງປະຕິບັດນະໂຍບາຍຕ່າງໆໃຫ້ບັນລຸຜົນເປັນຈິງ. ດັ່ງນັ້ນ, ສື່ມວນຊົນລາວຈຶ່ງມີບົດບາດສຳຄັນ ແລະ ຈຳເປັນຢ່າງຍິ່ງໃນການດຳລົງຊີວິດປະຈຳວັນຂອງຄົນເຮົາໃນສັງຄົມ. ໃນເງ່ືອນໄຂເຕັກໂນໂລຊີ ການສື່ສານທີ່ທັນສະໄໝ, ການເຊື່ອມໂຍງບໍ່ມີພົມແດນ, ການຮັບ-ສົ່ງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ເພື່ອຕິດຕໍ່ພົວພັນເຊິ່ງກັນ ແລະ ກັນລະຫວ່າງຄົນກັບຄົນຢູ່ໃນສັງຄົມ , ມັນເປັນສິ່ງທ້າທາຍຕໍ່ຂະແໜງການສື່ມວນຊົນທີ່ສຸດ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຕົນໃຫ້ມີການພັດທະນາຂຶ້້ນຕາມການຂະຫຍາຍຕົວດ້ານວິທະຍາສາດ-ເຕັກໂນໂລຊີ, ເພື່ອໃຫ້ມວນຊົນກາຍເປັນພາຫານະເຊື່ອມໂຍງທີ່ສຳຄັນທາງດ້ານຂໍ້ມູນຂ່າວສານ ເຮັດໃຫ້ຄົນເຮົາສາມາດຮັບຮູ້ທຸກສິ່ງຢ່າງທີ່ເກີດຂຶ້ນຢູ່ໃນໂລກໄດ້ຢ່າງສະດວກ ແລະ ວ່ອງໄວຂຶ້ນ. ສື່ມວນຊົນຍິ່ງມີບົດບາດສຳຄັນ ແລະ ມີຄວາມຈຳເປັນຢ່າງຍິ່ງໃນການໂຄສະນາ, ເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ທັງສ່ົງຂໍ້ມູນຂ່າວສານໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຫດການຕ່າງໆທີ່ເກີດຂຶ້ນຢ່າງວ່ອງໄວ, ທັນໃຈ.
ໃນໄລຍະຜ່ານມາພັກ, ລັດ ໄດ້ສຸມໃສ່ພັດທະນາພື້ນຖານທາງດ້ານວັດຖຸເຕັກນິກໃຫ້ສື່ມວນຊົນໄປສູ່ຄວາມທັນສະໄໝ, ໜັງສືພິມ, ວິທະຍຸ-ໂທລະພາບ ຄ່ອຍຫັນໄປສູ່ລະບົບດີຈິຕອນເທື່ອລະກ້າວ, ສຽງ ແລະ ພາບ ມີຄວາມຊັດເຈນຂຶ້ນກວ່າເກົ່າ, ສາມາດກະຈາຍສຽງ ແລະ ພາບ ລວມທັງສື່ອິນເຕີເນັດ ກວມເກືອບທຸກທະວີບ ເຮັດໃຫ້ຄົນເຊື້ອຊາດລາວ ໄດ້ຮັບຂໍ້ມູນຂ່າວສານຈາກປະເທດຕົນຢ່າງຕໍ່ເນ່ືອງ. ມາຮອດປັດຈຸບັນນີ້, ສື່ມວນຊົນ ໄດ້ກ້າວໄປເຖິງການແຂ່ງຂັນເຮັດໃຫ້ຄຸນນະພາບດີຂຶ້ນ ທັງມີຫລາຍທາງເລືອກໃນການຊົມໃຊ້ ແລະ ນັບມື້ຫັນໄປສູ່ຄວາມເປັນມືອາຊີບດ້ານສື່ສານມວນຊົນຫລາຍຂຶ້ນ. ເຖິງວ່າວຽກງານສື່ມວນຊົນລາວ ໄດ້ຮັບການພັດທະນາ ແລະ ມີການເຄື່ອນໄຫວຢ່າງມີຜົນສໍາເລັດຫລາຍດ້ານກໍຕາມ ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນປັດຈຸບັນຍຸກແຫ່ງຂໍ້ມູນຂ່າວສານແລ້ວເຫັນວ່າ ສື່ມວນຊົນ ຕ້ອງໄດ້ຮັບການປັບປຸງ-ພັດທະນາໃຫ້ສົມຄູ່ກັບການພັດທະນາເສດຖະກິດ-ສັງຄົມໃຫ້ດີຂຶ້ນຫລາຍດ້ານ ໂດຍສະເພາະການຍົກລະດັບດ້ານການເມືອງ-ແນວຄິດ ແລະ ຍົກລະດັບວິຊາສະເພາະ ໃຫ້ພະນັກງານສື່ມວນຊົນໃນຂອບເຂດທົ່ວປະເທດ.

ປັດຈຸບັນ ສື່ມວນຊົນລາວ ໄດ້ກ້າວເຂົ້າສູ່ຍຸກແຫ່ງການແຂ່ງຂັນດ້ານຄຸນນະພາບ ແລະ ຄວາມໄວຂອງການນຳສະເໜີຂ່າວສານ. ຜູ້ຮັບສານມີທາງເລືອກຫລາຍຂຶ້ນ ແລະ ຄາດຫວັງໃຫ້ສື່ມີຄວາມຖືກຕ້ອງ, ຮອບດ້ານ ແລະ ທັນເຫດການ. ສິ່ງນີ້ເປັນແຮງກະຕຸ້ນໃຫ້ບັນດາອົງການສື່ຕ້ອງປັບປຸງຮູບແບບການຜະລິດຂ່າວ, ນຳໃຊ້ເຕັກໂນໂລຊີໃໝ່ ແລະ ຍົກລະດັບມາດຕະຖານວິຊາຊີບຢ່າງຕໍ່ເນື່ອງ. ເຖິງແມ່ນວ່າວຽກງານສື່ມວນຊົນລາວ ໄດ້ຮັບຜົນສຳເລັດຫລາຍດ້ານ ແຕ່ຍັງມີຫລາຍວຽກທີ່ຕ້ອງສືບຕໍ່ປັບປຸງ ໂດຍສະເພາະການພັດທະນາຄຸນນະພາບບຸກຄະລາກອນ, ການຍົກລະດັບດ້ານການເມືອງ-ແນວຄິດ, ຄວາມຮູ້ວິຊາສະເພາະ ແລະ ທັກສະດ້ານເຕັກໂນໂລຊີດີຈິຕອນ ເພື່ອໃຫ້ສາມາດຮັບມືກັບການປ່ຽນແປງຂອງໂລກຂ່າວສານໄດ້ຢ່າງມີປະສິດທິຜົນ. ດັ່ງນັ້ນ, ສື່ມວນຊົນລາວຈະຕ້ອງສືບຕໍ່ບຸກບືນປັບປຸງຕົນເອງໃນທຸກດ້ານ, ທັງດ້ານເຕັກໂນໂລຊີ, ຄຸນນະພາບເນື້ອໃນ ແລະ ການພັດທະນາຊັບພະຍາກອນມະນຸດ. ການກ້າວທັນກັບຍຸກສະ
ໄໝບໍ່ແມ່ນພຽງການນຳເຕັກໂນໂລຊີໃໝ່ມານຳໃຊ້ເທົ່ານັ້ນ, ແຕ່ຍັງໝາຍເຖິງການຮັກສາມາດຕະຖານວິຊາຊີບ, ຄວາມໜ້າເຊື່ອຖື ແລະ ການຮັບໃຊ້ຜົນປະໂຫຍດຂອງຊາດ ແລະ ປະຊາຊົນຢ່າງແທ້ຈິງ. ນີ້ຈະເປັນພື້ນຖານສຳຄັນທີ່ເຮັດໃຫ້ສື່ມວນຊົນລາວສາມາດຢືນຢູ່ໄດ້ຢ່າງໝັ້ນຄົງ ແລະ ມີບົດບາດສຳຄັນຕໍ່ການພັດທະນາປະເທດໃນຍຸກໃໝ່.
ແນວໃດກໍດີ, ການສືບຕໍ່ບຸກບືນຂອງສື່ມວນຊົນລາວ ໃຫ້ທັນກັບຍຸກສະໄໝ ຈຶ່ງເປັນພາລະກິດສຳຄັນທີ່ຕ້ອງດຳເນີນຄຽງຄູ່ກັບການພັດທະນາປະເທດ. ດ້ວຍການຍຶດໝັ້ນຈັນຍາບັນວິຊາຊີບ, ນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ພັດທະນາບຸກຄະລາກອນຢ່າງຕໍ່ເນື່ອງ ຈະເຮັດໃຫ້ສື່ມວນຊົນລາວ ສາມາດປະຕິບັດໜ້າທີ່ເປັນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນ ພ້ອມທັງເປັນກຳລັງສຳຄັນໃນການພັດທະນາຊາດໃຫ້ກ້າວໜ້າຢ່າງຍືນຍົງ.
KPL