ເສັ້ນທາງລົດໄຟແຫ່ງຊາດຂອງຈີນສາມາດຂົນສົ່ງສິນຄ້າໄດ້ 2 ຕື້ 15 ລ້ານໂຕນ

06/07/2026 15:58
Email Print 364
ຂປລ ແຫລ່ງຂ່າວ ຈາກກຸ່ມບໍລິສັດທາງລົດໄຟ ແຫ່ງຊາດຈີນ ຈໍາກັດແຈ້ງ ໃຫ້ ຮູ້ວ່າ: 6 ເດືອນຕົ້ນປີນີ້, ເສັ້ນທາງລົດໄຟ ແຫ່ງຊາດຂອງ ສປ ຈີນ ສາມາດຂົນສົ່ງ ສິນຄ້າໄດ້ 2 ຕື້ກວ່າໂຕນ, ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ,  ແຫລ່ງຂ່າວ ຈາກກຸ່ມບໍລິສັດທາງລົດໄຟ ແຫ່ງຊາດຈີນ ຈໍາກັດແຈ້ງ ໃຫ້ ຮູ້ວ່າ: 6 ເດືອນຕົ້ນປີນີ້, ເສັ້ນທາງລົດໄຟແຫ່ງຊາດຂອງ ສປ ຈີນ ສາມາດຂົນສົ່ງ ສິນຄ້າໄດ້ 2 ຕື້ກວ່າໂຕນ, ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ນັບແຕ່ຕົ້ນປີນີ້ມາ, ພາກສ່ວນຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟຂອງ ສປ ຈີນ ໄດ້ພັດທະນາ ຂະບວນລົດໄຟ ຂົນສົ່ງ ສິນຄ້າດ່ວນ ທີ່ມີຄວາມໄວສູງສຸດເຖິງ 120 ກິໂລແມັດຕໍ່ ຊົ່ວໂມງ ເຊິ່ງສາມາດຕອບສະໜອງກັບ ຄວາມຕ້ອງການຂອງຕະຫລາດ ການຈໍລະຈອນສິນຄ້າດ່ວນ ເປັນຕົ້ນ ແມ່ນການຄ້າ ເອເລັກໂຕຣນິກ ແລະ ການຂົນສົ່ງສິນຄ້າ ດ້ວຍຕູ້ແຊ່ເຢັນ ຢ່າງຖືກຕ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top