ຂປລ
ໜ່ວຍສຳຫລວດ ມະຫາສະໜຸດ ອາກຕິກ ຄັ້ງທີ 16 ຂອງ ສປ ຈີນ ທີ່ຈັດຕັ້ງໂດຍ ກະຊວງຊັບພະຍາກອນ ທຳມະຊາດຈີນ ຄື: ກຳປັ່ນ “ເສລົງ”, ກຳປັ່ນ “ເສລົງ 2” ແລະ ກຳປັ່ນ “ຈີຕີ້” ໄດ້ອອກເດີນທາງຈາກນະຄອນຕ້າລຽນ ແຂວງລຽວນີງ ຂອງ ສປ ຈີນ

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ໜ່ວຍສຳຫລວດ ມະຫາສະໜຸດ ອາກຕິກ ຄັ້ງທີ 16 ຂອງ ສປ ຈີນ ທີ່ຈັດຕັ້ງໂດຍ ກະຊວງຊັບພະຍາກອນ ທຳມະຊາດຈີນ ຄື: ກຳປັ່ນ “ເສລົງ”, ກຳປັ່ນ “ເສລົງ 2” ແລະ ກຳປັ່ນ “ຈີຕີ້” ໄດ້ອອກເດີນທາງຈາກນະຄອນຕ້າລຽນ ແຂວງລຽວນີງ ຂອງ ສປ ຈີນ, ນີ້ແມ່ນການສຳຫລວດ ມະຫາສະໜຸດ ອາກຕິກ ຄັ້ງທຳອິດຂອງ ສປ ຈີນ ໃນປີເລີ່ມຕົ້ນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 15, ຄາດວ່າການສຳຫລວດ ຈະສຳເລັດ ໃນຕົ້ນເດືອນຕຸລາປີນີ້. ການສຳຫລວດຄັ້ງນີ້ ຈະຖືເອົາການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ ແລະ ຜົນກະທົບ ຈາກການປ່ຽນແປງ ຂອງດິນຟ້າອາກາດ ເປັນຫົວຂໍ້ຫລັກ, ດຳເນີນການສຳຫລວດ ຕິດຕາມແບບສັງລວມໃນດ້ານຕ່າງໆ ເຊັ່ນ: ນ້ຳກ້ອນໃນທະເລ, ອຸທົກກະສາດ, ຊີວະວິທະຍາ, ລະບົບນິເວດ, ສະພາບແວດລ້ອມ ທາງອາກາດ ແລະອື່ນໆ ຢູ່ເຂດສຳຄັນ ຂອງມະຫາສະໜຸດ ອາກຕິກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL