ຂປລ
ທ່ານ ອູລຟ໌ ຄຣີສເຕີສັນ ນາຍົກລັດຖະມົນຕີຊູແອດ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ຄຳນັບຂອງ ທ່ານ ຫວາງຢີ້ ກຳມະ ການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 4 ກໍລະກົດນີ້ ຢູ່ນະຄອນຫລວງ ສະຕັອກໂຮມ ຂອງຊູແອດ, ທ່ານ ອູລຟ໌ ຄຣີສເຕີສັນ ນາຍົກລັດຖະມົນຕີຊູແອດ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ຄຳນັບຂອງ ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ.ໃນໂອກາດນີ້, ທ່ານ ອູລຟ໌ ຄຣີສເຕີສັນ ໄດ້ຝາກຄໍາອວຍພອນໄຊ ອັນ ປະເສີດຜ່ານ ທ່ານ ຫວາງຢີ້ ເຖິງຜູ້ນຳ ສປ ຈີນ, ແລະ ກ່າວວ່າ: ການແລກປ່ຽນກັນດ້ວຍໄມຕີຈິດ ມິດຕະພາບ ລະຫວ່າງ ຊູແອດ ແລະ ສປ ຈີນ ກໍຄື ປະຊາຊົນສອງຊາດ ມີປະຫວັດສາດຍາວນານ, ຊູແອດ ຊື່ນຊົມຕໍ່ ວັດທະນະທຳ ແລະ ຈິດໃຈ ການປະດິດສ້າງໃໝ່ຂອງ ສປ ຈີນ, ທັງຍ້ອງຍໍຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ຮັບໝາກຜົນໃນການພັດທະນາ ອັນໂດດເດັ່ນ. ລັດຖະບານຊູແອດ ຍຶດໝັ້ນ ນະໂຍບາຍ ປະເທດຈີນດຽວ, ຍິນດີເພີ່ມທະວີ ການສົນທະນາກັບ ສປ ຈີນ, ເປີດກວ້າງຄວາມຮັບຮູ້ ທີ່ເປັນເອກະພາບກັນ ອັນສໍາຄັນ ລະຫວ່າງ ສອງຝ່າຍ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ ແລະ ມີອະນານົດອັນສົດໃສ ໃນຂົງເຂດຕ່າງໆ. ຊູແອດ ສະໜັບ ສະໜູນການເພີ່ມທະວີ ການສົນທະນາກັນ ລະຫວ່າງ ສະຫະພາບ ເອີຣົບ-ສປ ຈີນ ເພື່ອແກ້ໄຂ ຄວາມເຫັນທີ່ຂັດແຍ້ງກັນ ລະຫວ່າງ ສອງຝ່າຍໃຫ້ເໝາະສົມ. ທ່ານ ຫວາງຢີ້ ກ່າວວ່າ: ພັກກອມມູນິດຈີນ ສາມາດນຳພາປະຊາຊົນຈີນ 1,4 ຕື້ກວ່າຄົນ ຫລຸດພົ້ນອອກຈາກ ຄວາມທຸກຍາກ ຢ່າງສິ້ນເຊີງ ແລະ ກ້າວຂຶ້ນສູ່ເສັ້ນ ທາງ ແຫ່ງຄວາມທັນສະໄໝ. ນີ້ແມ່ນໝາກຜົນອັນຍິ່ງໃຫຍ່ ຂອງການພັດທະນາທີ່ກ້າວໜ້າຂອງມວນມະນຸດ. ສປ ຈີນ ສຸມກຳລັງເດີນຕາມເສັ້ນທາງ ການພັດທະນາ ໂດຍສັນຕິ, ເປັນປະເທດໃຫຍ່ ທີ່ມີການ ບັນທຶກທີ່ດີທີ່ສຸດ ໃນດ້ານຂົງເຂດ ສັນຕິພາບ ແລະ ຄວາມໝັ້ນຄົງ. ສປ ຈີນ ເປີດກວ້າງການເປີດປະຕູ ສູ່ພາຍນອກ ໃນລະດັບສູງຢ່າງຕໍ່ເນື່ອງ, ແບ່ງປັນຜົນປະໂຫຍດ ຈາກຕະຫລາດຈີນ ກັບປະເທດ ຕ່າງໆ, ເປັນເຄື່ອງຈັກຕົ້ນຕໍ ໃນການເຕີບໂຕຂອງໂລກ. ຈີນເດັດດ່ຽວປົກປ້ອງລັດທິ ຫລາຍຝ່າຍ ແລະ ການຄ້າເສລີ, ສະໜັບສະໜູນ ປະເທດຕ່າງໆ ເດີນຕາມເສັ້ນທາງ ການພັດທະນາ ທີ່ສອດຄ່ອງກັບ ສະພາບແຫ່ງຊາດ ຂອງປະເທດຕົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL