ຂປລ
ໜ່ວຍສຳຫລວດ ມະຫາສະໜຸດອາກຕິກ ຄັ້ງທີ 16 ຂອງ ສປ ຈີນ ທີ່ຈັດຕັ້ງ ໂດຍກະຊວງຊັບພະຍາກອນທຳມະຊາດຈີນຄື: ກຳປັ່ນ “ເສລົງ”, ກຳປັ່ນ “ເສລົງ 2” ແລະ ກຳປັ່ນ “ຈີຕີ້” ໄດ້ອອກເດີນທາງຈາກນະຄອນຕ້າລຽນ ແຂວງລຽວນີງຂອງ ສປ ຈີນ

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 3 ກໍລະກົດນີ້, ໜ່ວຍສຳຫລວດ ມະຫາສະໜຸດອາກຕິກ ຄັ້ງທີ 16 ຂອງ ສປ ຈີນ ທີ່ຈັດຕັ້ງ ໂດຍກະຊວງຊັບພະຍາກອນທຳມະຊາດຈີນຄື: ກຳປັ່ນ “ເສລົງ”, ກຳປັ່ນ “ເສລົງ 2” ແລະ ກຳປັ່ນ “ຈີຕີ້” ໄດ້ອອກເດີນທາງຈາກນະຄອນຕ້າລຽນ ແຂວງລຽວນີງຂອງ ສປ ຈີນ, ນີ້ແມ່ນການສຳຫລວດ ມະຫາສະໜຸດ ອາກຕິກຄັ້ງທຳອິດຂອງ ສປ ຈີນ ໃນປີເລີ່ມຕົ້ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ຄາດວ່າການສຳຫລວດ ຈະສຳເລັດໃນຕົ້ນເດືອນຕຸລາປີນີ້. ການສຳຫລວດຄັ້ງນີ້ ຈະຖືເອົາການຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຫົວຂໍ້ຫລັກ, ດຳເນີນການສຳຫລວດ ຕິດຕາມແບບສັງລວມໃນດ້ານຕ່າງໆ ເຊັ່ນ: ນ້ຳກ້ອນໃນທະເລ, ອຸທົກກະສາດ, ຊີວະວິທະຍາ, ລະບົບນິເວດ, ສະພາບແວດລ້ອມທາງອາກາດ ແລະອື່ນໆ ຢູ່ເຂດສຳຄັນຂອງມະຫາສະໜຸດອາກຕິກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL