ແຂວງວຽງຈັນ ໄຂກອງປະຊຸມຄົບຄະນະບໍລິຫານງານ 4 ສະໄໝທີ VII

02/07/2026 06:39
Email Print 103
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝ ທີ VII ຂຶ້ນໃນວັນທີ 29 ມິຖຸນາ 2026

 ທີ່ຫ້ອງວ່າການແຂວງ ໂດຍ ການເປັນປະທານຂອງ ສະຫາຍ ພູ ທະນູເພັດ ໄຊສົມບັດ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາ ປະຊາຊົນແຂວງວຽງຈັນ, ມີ ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກ ເມືອງ, ເລຂາຄະນະພັກຮາກຖານ ເລຂາໜ່ວຍພັກຮາກຖານພະແນກ ການ ພາຍໃນແຂວງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4, ມີຄວາມໝາຍຄວາມສໍາ ຄັນເປັນຢ່າງຍິ່ງ ເນື່ອງຈາກເປັນຂີດ ໝາຍແຫ່ງການປະເມີນ, ທົບທວນ ແລະ ຕີລາຄາຄືນຜົນແຫ່ງການນໍາ ພາ-ຊີ້ນໍາຮອບດ້ານ ຂອງຄະນະບໍລິ ຫານງານພັກແຂວງ ໃນໄລຍະ 6ເດືອນຕົ້ນປີ 2026 ທີ່ຜ່ານມາ ແລະ ຈະໄດ້ກຳນົດທິດທາງແຜນການ, ມາດຕະການຢ່າງຈະແຈ້ງ ເພື່ອສຸມ ໃສ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍ ປີ 2026 ໃຫ້ບັນລຸຕາມຄາດໝາຍ ທ່ີວາງໄວ້ ຊຶ່ງໃນໄລຍະ 6 ເດືອນ ຜ່ານມາ, ແຂວງວຽງຈັນ ໄດ້ມີການ ພັດທະນາທ່າມກາງສະພາບການສາກົນ ແລະ ພາກພື້ນ ທີ່ມີການຜັນ ແປຢ່າງສັບສົນ, ໄວວາ, ສະພາບ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ອັດຕາເງິນເຟີ້, ລາ ຄາສິນຄ້າ, ນໍ້າມັນເຊື້ອໄຟ ແລະ ຄ່າຄອງຊີບທີ່ເໜັງຕີງສູງ ແຕ່ບົນ ພື້ນຖານຄວາມເປັນເຈົ້າການ, ຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງຂອງ ບັນດາສະຫາຍ ຈຶ່ງເຮັດໃຫ້ສາມາດ ຍາດໄດ້ຜົນສໍາເລັດໃນຫລາຍດ້ານທ່ີ ໜ້າຊົມເຊີຍ, ແຕ່ເຖິງຢ່າງໃດກໍຕາມ ຍັງມີບາງຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ຈຸດອ່ອນ ທີ່ຈະຕ້ອງໄດ້ສືບຕ່ ແກ້ໄຂໃນຕໍ່ໜ້າ.

ໃນກອງປະຊຸມຄັ້ງນີ້, ຈະໄດ້ ຮັບຟັງ, ຄົ້ນຄວ້າ ແລະ ປະກອບ ຄໍາເຫັນໃສ່ບັນດາບົດລາຍງານ ແລະ ຫົວຂໍ້ຈຸດສຸມທີ່ສໍາຄັນ ເປັນ ຕົ້ນ ບົດລາຍງານການນໍາພາ-ຊ້ີນໍາຮອບດ້ານ ຂອງຄະນະບໍລິຫານ ງານພັກແຂວງ, ບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ, ແຜນງົບປະມານແຫ່ງລັດ 6 ເດືອນ ຕົ້ນປີ ແລະ ທິດທາງ 6 ເດືອນທ້າຍ ປີ 2026 ແລະ ຫົວຂໍ້ອື່ນໆ ອີກຈໍາ ນວນໜຶ່ງ.

ໃນໂອກາດນີ້, ສະຫາຍເລຂາ ຄະນະບໍລິຫານງານພັກແຂວງ ວຽງຈັນ ຍັງໄດ້ຮຽກຮ້ອງມາຍັງ ບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບສູງ ໃນ ການຄົ້ນຄວ້າ ຄິດຫງໍາ, ແລກປ່ຽນ ຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ເພື່ອ ເຮັດໃຫ້ກອງປະຊຸມໃນຄັ້ງນ້ີ ມີເນື້ອ ໃນທີ່ຄົບຖ້ວນສົມບູນ, ສ້າງຄວາມ ເປັນເອກະພາບ ແລະ ນຳເອົາໄປ ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວ ຈິງໃນຕໍ່ໜ້າ.

KPL

ຂ່າວອື່ນໆ

ads
ads

Top