ຂປລ
ພິທີໂຮມຊຸມນຸມຊົມເຊີຍວັນສາກົນຕ້ານຢາເສບຕິດ ຄອບຮອບ 39 ປີ (26 ມິຖຸນາ 1987-26 ມິຖຸນາ 2026) ຈັດຂຶ້ນໃນຕອນເຊົ້າວັນທີ 26 ມິຖຸນາ 2026 ພາຍໃຕ້ຫົວຂໍ້ "ຊາວໜຸ່ມຍຸກໃໝ່ ຫ່າງໄກຢາເສບຕິດ"
ຂປລ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົອ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີກະຊວງ, ອົງການທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ, ບັນດາການນໍາພັກ, ລັດ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພົອ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນຕໍ່ພິທີໂຮມຊຸມນຸມຄັ້ງນີ້ວ່າ: ສະພາບການແພ່ລະບາດຂອງບັນຫາຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍຕົວເປັນວົງກວ້າງໄປທົ່ວທຸກມູມໂລກດ້ວຍຫລາຍຮູບແບບ, ຫລາຍວິທີການ ມີລັກສະນະເປັນເຄື່ອຂ່າຍຂ້າມຊາດແໜ້ນໜາ ໂດຍສະເພາະແມ່ນຢາເສບຕິດສະນິດໃໝ່ ທີ່ພວມແພ່ລະບາດເປັນວົງກວ້າງຢູ່ສັງຄົມປັດຈຸບັນ ຊຶ່ງມີຫລາກຫລາຍຮູບແບບ ລວມທັງຢາເສບຕິດຊະນິດອື່ນໆ ອັນໄດ້ເພີ່ມທະວີຄວາມອັນຕະລາຍຮ້າຍແຮງເຊື່ອມໂຍງກັບບັນຫາການກໍ່ການຮ້າຍ, ການຄ້າອາວຸດ, ອາຊະຍາກຳຂ້າມຊາດ, ການຟອກເງິນ ແລະ ອາຊະຍາກຳທີ່ໃຊ້ຄວາມຮຸນແຮງປະເພດຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ກາຍເປັນໄພຂົ່ມຂູ່ຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງບັນດາປະຊາຊາດຢູ່ໃນໂລກ.
ສປປ ລາວ ກໍເປັນປະເທດໜຶ່ງ ໃນບັນດາປະເທດທີ່ຖືກຜົນກະທົບຈາກບັນຫາຢາເສບຕິດ ເນື່ອງຈາກມີທີ່ຕັ້ງພູມສາດໃນອານຸພາກພື້ນລຸ່ມແມ່ນ້ຳຂອງ ມີຊາຍແດນຕິດຈອດກັບຫລາຍປະເທດ ໂດຍສະເພາະ ສປປ ລາວ ແມ່ນໄດ້ດຳເນີນນະໂຍບາຍເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ໄປຕາມທິດເຊື່ອມໂຍງເຊື່ອມຈອດກັບບັນດາປະເທດ ອັນເປັນເງື່ອນໄຂເຮັດໃຫ້ ສປປ ລາວ ກາຍເປັນທາງຜ່ານ ໃນການລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດ ແລະ ສານເຄມີຕົ້ນ ທີ່ເປັນສ່ວນປະກອບໃນການຜະລິດຢາເສບຕິດ.
ສະພາບບັນຫາຢາເສບຕິດ ຢູ່ ສປປ ລາວ ໄດ້ແພ່ລະບາດເປັນວົງກວ້າງນັບແຕ່ຕົວເມືອງຫາຊົນນະບົດ ລວມທັງເຂດຫ່າງໄກສອກຫລີກ ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກຳປະເພດຕ່າງໆ, ຈຳນວນຄະດີຢາເສບຕິດ, ຜູ້ຖືກຫາ, ຜູ້ຕິດເສບ ແລະ ຈຳນວນຢາເສບຕິດແຕ່ລະປະເພດ ນັບມື້ນັບເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ. ເລ່ຫລ່ຽມກົນອຸບາຍໃນການເຄື່ອນໄຫວລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດ ມີລັກສະນະເລີກແລບແນບນຽນ ດ້ວຍຫລາຍຮູບແບບວິທີການທີ່ສະລັບສັບຊ້ອນ, ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ມີການເຊື່ອມໂຍງກັນທັງຢູ່ພາຍໃນ ແລະ ຕ່າງປະເທດ, ນຳໃຊ້ພາຫະນະ, ວັດຖຸອຸປະກອນທີ່ທັນສະໄໝ ແລະ ອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່. ໃນຊຸມປີທີ່ຜ່ານມາ, ພັກ-ລັດຖະບານ, ກຳລັງປ້ອງກັນຄວາມສະຫງົບ ກໍຄື ອົງການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກບູລິມະສິດທີ່ສໍາຄັນ, ຈໍາເປັນ, ຮີບດ່ວນ ແລະ ຊີ້ນໍາ-ນຳພາການແກ້ໄຂບັນຫາຢາເສບຕິດ ຢ່າງຈົດຈໍ່ເອົາຈິງເອົາຈັງ ໂດຍສົມທົບຫລາຍມາດຕະການເພື່ອແກ້ໄຂເຊັ່ນ: ໄດ້ສ້າງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2025, ມີກົດໝາຍ ແລະ ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຢາເສບຕິດ ແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ໂດຍແມ່ນກະຊວງປ້ອງກັນຄວາມສະຫງົບ (ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ) ເປັນໃຈກາງ; ພາຍຫລັງສະຫລຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ໃນມະຕິກອງປະຊຸມສະພາແຫ່ງຊາດ ໄດ້ຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ (2021 - 2025) ສະບັບເລກທີ 171/ສພຊ, ລົງວັນທີ 21ພະຈິກ 2025 ເຫັນວ່າວຽກງານແກ້ໄຂບັນຫາຢາເສບຕິດແມ່ນມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ເປັນແຜນງານແຫ່ງຊາດ, ພ້ອມທັງສືບຕໍ່ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ ເພື່ອຮັບປະກັນໃຫ້ແກ່ວຽກງານແກ້ໄຂບັນຫາຢາເສບຕິດແຕ່ ປີ 2026-2030 ໃຫ້ມີຜົນສໍາເລັດ.
ເຖິງວ່າໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ມີຜົນສໍາເລັດຫລາຍດ້ານທີ່ເປັນພື້ນຖານແລ້ວກໍຕາມ, ແຕ່ກໍຍັງມີຫລາຍບັນຫາທີ່ຄົງຄ້າງຄື: ຄະນະພັກ-ຄະນະນໍາກະຊວງ, ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນຈໍານວນໜຶ່ງ ຍັງບໍ່ທັນໄດ້ຍົກສູງໃນການນໍາພາ, ຊີ້ນໍາໃນວຽກງານແກ້ໄຂບັນຫາຢາເສບຕິດ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດຖະບານ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກໍຄື ປະຊາຊົນລາວບັນດາເຜົ່າ ຈົ່ງຮ່ວມແຮງຮ່ວມໃຈກັນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທີ່ເປັນຄວາມຮັບຜິດຊອບທົ່ວປວງຊົນ ໂດຍຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນນັບແຕ່ສູນກາງຮອດທ້ອງຖິ່ນ; ພ້ອມທັງກຳນົດເອົາວຽກງານດັ່ງກ່າວເປັນວຽກຈໍາເປັນໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ; ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງ ດ້ວຍຫລາຍຮູບການ ເພື່ອປູກຈິດສໍານຶກໃຫ້ປະຊາຊົນລາວທຸກຄົນໂດຍສະເພາະແມ່ຍິງ, ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງພິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍ ທີ່ພົວພັນກັບຢາເສບຕິດ; ປຸກລະດົມຂົນຂວາຍໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຫ້າວຫັນຕໍ່ເນື່ອງ; ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນປົວຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນມາເປັນຄົນດີຂອງຄອບຄົວ ແລະ ສັງຄົມ; ສຸ່ມໃສ່ປະຕິບັດມາດຕະການທາງດ້ານກົດໝາຍໃຫ້ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ລວມທັງການສ້າງຄວາມເຂັ້ງແຂງໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວແຕ່ສູນກາງລົງຮອດທ້ງຖິ່ນ ໃຫ້ມີຄວາມຮັບປະກັນໃນການເຮັດວຽກງານໃນຊຸມປີຕໍ່ໜ້າ; ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການແບ່ງປັນ, ສະໜອງຂໍ້ມູນທີ່ຈໍາເປັນ ລວມທັງການປະສານງານຕ້ານການລັກລອບຄ້າຂາຍ, ລໍາລຽງຂົນສົ່ງເຂົ້າ-ອອກຢາເສບຕິດ ແລະ ສານເຄມີຕາມບໍລິເວນຊາຍແດນລະຫວ່າງປະເທດ; ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງທີ່ເປັນໃຈກາງ ແລະ ມີຄວາມຮັບຜິດຊອບຕໍ່ລັດຖະບານ ໃນການກໍານົດທິດທາງແຜນການ, ການຊຸກຍູ້, ຕິດຕາມ, ກວດກາ ການເຄື່ອນໄຫວວຽກງານແກ້ໄຂບັນຫາຢາເສບຕິດ. ທັງນີ້, ກໍເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວໃນປີ 2026-2030 ໄດ້ຮັບການຈັດຕັ້ງປະຕິບັດຖຶກຕ້ອງຕາມທິດຊີ້ນໍາ, ມີປະສິດທິພາບ, ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ພາບ: ຂັນໄຊ
KPL