ຂປລ
ກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ເປີດຂ້ຶນຢ່າງເປັນທາງການໃນວັນທີ 26 ມິຖຸນາ 2026 ຢູ່ນະຄອນຫລວງວຽງຈັນ
ຂປລ. ໂດຍການເປັນປະທານຂອງທ່ານ ທອງສະລິດ ມັງໜ່ໍເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີລັດຖະມົນຕີ, ຮອງລັດຖະມົນຕີຈາກປະເທດສະມາຊິກອາຊຽນ, ເລຂາທິການອາຊຽນ, ພ້ອມດ້ວຍຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນເຂົ້່າຮ່ວມ. ທ່ານ ທອງ ສະລິດ ມັງໜໍ່ເມກ ໄດກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ການຂັບເຄື່ອນແຜນປະຕິບັດງານອາຊຽນດ້ານວິທະ ຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອສ້າງອາຊຽນ ທີ່ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສາມາດແຂ່ງຂັນໄດ້” ຊຶ່ງຈະຊ່ວຍ ຍົກລະດັບຄວາມຮ່ວມມື ຂອງອາຊຽນໃຫ້ສູງຂຶ້ນ ແລະ ປະກອບສ່ວນສໍາຄັນຕໍ່ການດຳເນີນງານແຜນປະຕິບັດງານອາຊຽນ ດ້ານວິ ທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2035 (APASTI 2026-2035) ລວມເຖິງ ປະກອບສ່ວນຕໍ່ການບັນລຸ ເປົ້າໝາຍຂອງປະຊາຄົມອາຊຽນ ທີ່ມີນະວັດຕະກຳ, ຄວາມເຂັ້ມແຂງ, ຄວາມຍືນຍົງ ແລະ ຄວາມສາມາດໃນການແຂ່ງຂັນໃນລະ ດັບພາກພື້ນ ແລະ ລະດັບໂລກ. ພ້ອມນີ້, ກອງປະຊຸມຍັງສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງຮ່ວມກັນ ຂອງບັນດາປະເທດ ສະມາຊິກອາຊຽນ ໃນການນຳໃຊ້ປະໂຫຍດຈາກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເພ່ືອເປັນພະລັງຂັບເຄື່ອນສຳຄັນ ສູ່ການພັດທະນາທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ. ທ່ານ ທອງສະລິດ ມັງໜໍ່ເມກ ໃຫ້ຮູ້ອີກວ່າ: ສ ປ ປ ລາວ ຕີລາຄາວ່າ ຕະຫລອດຫລາຍປີທີ່ຜ່ານມາອາຊຽນໄດ້ມີຄວາມກ້າວໜ້າທີ່ສໍາຄັນໃນການຍົກສູງຄວາມຮ່ວມມືດ້ານການຄົ້ນຄວ້າ ວິ ໄຈ, ສ້າງນະວັດຕະກຳ, ການຫັນປ່ຽນໄປສູ່ດີຈິຕອນ ແລະ ການພັດທະນາຄວາມອາດສາມາດຂອງບຸກຄະລາກອນ. ຜົນສຳເລັດ ເລົ່າ ນີ້ສະທ້ອນເຖິງ ພະລັງແຫ່ງຄວາມເປັນໜຶ່ງດຽວຂອງອາຊຽນ ແລະ ເປົ້າໝາຍຮ່ວມກັນໃນການສ້າງພາກພື້ນທີ່ມີຄວາມພ້ອມ ໃນ ອະນາຄົດ.
ຢ່າງໃດກໍຕາມ, ໃນອະນາຄົດຂ້າງໜ້າ ສ ປ ປ ລາວ ເຫັນວ່າອາຊຽນຄວນໃຫ້ຄວາມສຳຄັນ 3 ບັນຫາຕົ້ນຕໍຄື: ຕ້ອງຍົກລະດັບ ຄວາມເຂັ້ມແຂງຂອງພາກພື້ນດ້ວຍການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າ ອາກາດ, ການຄຸ້ມຄອງໄພພິບັດ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ພະລັງງານ ແລະ ການກຽມພ້ອມດ້ານສາທາລະນະສຸກ; ຕ້ອງສົ່ງເສີມຄວາມຍືນຍົງຜ່ານການພັດທະນາເຕັກໂນໂລຊີສີຂຽວ, ນະວັດຕະກຳດ້ານສິ່ງແວດລ້ອມ ແລະ ການນຳໃຊ້ຊັບພະຍາ ກອນທຳມະຊາດຢ່າງມີຄວາມຮັບຜິດຊອບເພື່ອສະໜັບສະໜູນວິໄສທັດປະຊາຄົມອາຊຽນ 2045; ຕ້ອງເພີ່ມຂີດຄວາມສາມາດ ໃນ ການແຂ່ງຂັນ ໂດຍການສົ່ງເສີມການປ່ຽນຜ່ານໄປສູ່ດີຈິຕອນ, ສະໜັບສະໜູນລະບົບນິເວດ ນະວັດຕະກຳ ແລະ ກະກຽມກຳລັງ ຄົນໃຫ້ມີທັກສະທີ່ສອດຄ່ອງກັບເສດຖະກິດແຫ່ງອະນາຄົດ.
ຂ່າວ: ທະນູທອງ; ພາບ: ອ່າຍຄຳ
KPL