ສ.ອາເມລິກາ-ອີຣານ ມີແຜນຈະຈັດການເຈລະຈາ ຢູ່ກາຕາ ໃນທ້າຍເດືອນນີ້

29/06/2026 15:26
Email Print 115
ຂປລ ສ.ອາ​ເມ​ລິກາ ແລະ ອີ​ຣານ​ ໄດ້​ເຫັນ​ດີ​ ຍຸດ​ຕິ​ການ​ໂຈມ​ຕີ​​ກັນ ແລະ ມີ​ແຜນ​ຈະ​ຈັດ​ການ​ພົບ​ປະເຈ​ລະ​ຈາ ​ຢູ່​ນະ​ຄອນ ຫລວງ ​ຂອງ​ກາ​ຕາ​ ໃນ​ທ້າຍເດືອນນີ້ ເພື່ອ​ແກ້​ໄຂ ​ຄວາມ​ຂັດ​ແຍ້ງ​​ກ່ຽວ​ກັບ​ຊ່ອງ​ແຄບ​​ຮໍ​ມຸ​ສ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ສ.ອາ​ເມ​ລິກາ ແລະ ອີ​ຣານ​ ໄດ້​ເຫັນ​ດີ​ ຍຸດ​ຕິ​ການ​ໂຈມ​ຕີ​​ກັນ ແລະ ມີ​ແຜນ​ຈະ​ຈັດ​ການ​ພົບ​ປະເຈ​ລະ​ຈາ ​ຢູ່​ນະ​ຄອນຫລວງ ​ຂອງ​ກາ​ຕາ​ ໃນ​ທ້າຍເດືອນນີ້ ເພື່ອ​ແກ້​ໄຂ ​ຄວາມ​ຂັດ​ແຍ້ງ​​ກ່ຽວ​ກັບ​ຊ່ອງ​ແຄບ ​​ຮໍ​ມຸ​ສ. ຂະນະທີ່ ສ.ອາ​ເມ​ລິ​ກາ ແລະ ອີ​ຣານ ​ຈະ​ຍຸດ​ຕິ​ການ​ເຄື່ອນ​ໄຫວ ​ທີ່​ເປັນ​ປໍ​ລະ​ປັກ​ກັນ ​ເປັນ​ການ​ຊົ່ວ​ຄາວ, ໃນ​ຂະ​ນະ​ທີ່​​​ສືບ​ຕໍ່ ດຳ​ເນີນ​ການ​ເຈ​ລະ​ຈາ ດ້ານ​ວິ​ຊາ​ການ, ກຳ​ປັ່ນ ​ຈະ​ສາ​ມາດ​ເດີນ​ເຮືອ​ຜ່ານ​ ຊ່ອງ​ແຄບ​​ຮໍ​ມຸ​ສ​ ໄດ້​ຢ່າງ​ເສ​ລີ. ເຈົ້າ​ໜ້າ​ທີ່​ ສ.ອາ​ເມ​ລິກາ ແລະ ​ແຫລ່ງ​ຂ່າວ​ອື່ນໆ ​ທີ່​ເຊື່ອ​ຖື​ໄດ້ ​ລ້ວນ​ແຕ່​ໄດ້​ຢືນ​ຢັນ​ວ່າ​: ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ ສ.​ອາ​ເມ​ລິ​ກາ ແລະ ອີ​ຣານ​ ຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ 30 ມິ​ຖຸ​ນາ​ນີ້​. ຢ່າງ​ໃດ​ກໍ​ຕາມ, ​ມາ​ຮອດ ປັດ​ຈຸ​ບັນ, ສ.ອາ​ເມ​ລິ​ກາ ແລະ ອີ​ຣານ ລວມ​ເຖິງ ​ປາ​ກິດ​ສະ​ຖານ​ ແລະ ກາ​ຕາ ທີ່​ເປັນ​ຝ່າຍ​ໄກ່​ເກ່ຍ ​ຍັງ​ບໍ່​ທັນ​ໄດ້​​ອອກ​ຖະ​ແຫລງ​ການ ​ຢ່າງ​ເປັນ​ທາງ​ການ​ເທື່ອ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top