ແຜ່ນດິນໄຫວຮຸນແຮງ ຢູ່ພາກໃຕ້ ຟິລິບປິນ ສົ່ງຜົນກະທົບຕໍ່ປະຊາຊົນ 1.380.000 ຄົນ

29/06/2026 15:25
Email Print 101
ຂປລ ຄະນະກຳມະການຄຸ້ມຄອງ ແລະ ຫລຸດຜ່ອນ ຄວາມສ່ຽງ ຈາກໄພພິບັດແຫ່ງຊາດຟິລິບປິນ ປະກາດ ບົດລາຍງານວ່າ: ແຜ່ນດິນໄຫວຮຸນແຮງ ທີ່ເກີດຂຶ້ນ ຢູ່ພາກ ໃຕ້ ຂອງຟິລິບປິນ ໃນວັນທີ 8 ມິຖຸນານີ້ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນ 1.380.000 ຄົນ

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຄະນະກຳມະການຄຸ້ມຄອງ ແລະ ຫລຸດຜ່ອນ ຄວາມສ່ຽງ ຈາກໄພພິບັດແຫ່ງຊາດຟິລິບປິນ ປະກາດ ບົດລາຍງານວ່າ: ແຜ່ນດິນໄຫວຮຸນແຮງ ທີ່ເກີດຂຶ້ນ ຢູ່ພາກ ໃຕ້ ຂອງຟິລິບປິນ ໃນວັນທີ 8 ມິຖຸນານີ້ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນ 1.380.000 ຄົນ, ເຮືອນ 68.000 ຫລັງຖືກທຳລາຍ. ຄວາມເສຍຫາຍ ໃນດ້ານພື້ນຖານໂຄງລ່າງ ຫລາຍກວ່າ 1 ຕື້ເປໂຊ ແລະ ຄວາມເສຍຫາຍ ໃນດ້ານກະສິກຳ ຫລາຍກວ່າ 29.000.000 ເປໂຊ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top