ຂປລ
ຂປລ. ໃນຊ່ວງລະດູຝົນທີ່ມີຝົນຕົກຕໍ່ເນື່ອງ ແລະ ເກີດນ້ຳຖ້ວມຂັງໃນຫລາຍພື້ນທີ່ ນອກຈາກຈະສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນແລ້ວ ຍັງເປັນປັດໄຈສຳຄັນທີ່ເຮັດໃຫ້ພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍ ໂດຍສະເພາະ “ພະຍາດໄຂ້ຍ່ຽວໜູ” ຫລື Leptospirosis ຊຶ່ງເປັນພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ອາດກໍ່ໃຫ້ເກີດອາການຮຸນແຮງ ຈົນເຖິງຂັ້ນເສຍຊີວິດໄດ້ ຫາກບໍ່ໄດ້ຮັບການປິ່ນປົວຢ່າງທັນທ່ວງທີ.

ພະຍາດໄຂ້ຍ່ຽວໜູເກີດຈາກເຊື້ອແບັກທີເຣຍ Leptospira ທີ່ພົບໄດ້ໃນຍ່ຽວຂອງໜູ ແລະ ສັດອື່ນໆ ເຊື້ອສາມາດປົນເປື້ອນຢູ່ໃນນ້ຳ ແລະ ດິນ ແລ້ວເຂົ້າສູ່ຮ່າງກາຍຄົນຜ່ານບາດແຜ ຫລື ຜິວໜັງທີ່ແຊ່ນ້ຳເປັນເວລາດົນ.
ສາເຫດຫລັກທີ່ພາໃຫ້ຄົນຕິດເຊື້ອ ມີດັ່ງນີ້:1. ສຳຜັດນ້ຳທີ່ປົນເປື້ອນຍ່ຽວໜູ ເຊັ່ນ: ນ້ຳຖ້ວມຂັງ, ນ້ຳຄອງ ຫລື ນ້ຳຕົມທີ່ມີເຊື້ອປົນເປື້ອນ 2. ຍ່າງລຸຍນ້ຳ ຫລື ລຸຍຕົມໂດຍບໍ່ມີອຸປະກອນປ້ອງກັນ ໂດຍສະເພາະຜູ້ທີ່ມີບາດແຜຕາມຮ່າງກາຍ;3. ສຳຜັດກັບຍ່ຽວ ຫລື ເລືອດຂອງສັດທີ່ຕິດເຊື້ອ ເຊັ່ນ: ໜູ, ໝູ, ງົວ, ຄວາຍ ແລະ ໝາ;4. ກິນອາຫານ ຫລື ດື່ມນ້ຳທີ່ປົນເປື້ອນເຊື້ອ ຈາກຍ່ຽວຂອງໜູ ຫລື ສັດພາຫະນະອື່ນໆ; 5. ປະກອບອາຊີບທີ່ມີຄວາມສ່ຽງເຊັ່ນ: ຊາວນາ, ຊາວສວນ,ຄົນລ້ຽງສັດ, ຜູ້ເຮັດວຽກໃນນ້ຳ ແລະ 6 ຂາດການຮັກສາສຸຂະອະນາໄມເຊັ່ນ: ບໍ່ລ້າງມືຫລັງສຳຜັດດິນ ຫລື ນ້ຳເປື້ອນ ແລະ ປ່ອຍໃຫ້ສະຖານທີ່ຢູ່ອາໄສມີໜູອາໄສຢູ່.
ສຳລັບຜູ້ຕິດເຊື້ອຈະມີອາການໄຂ້ສູງ, ເຈັບຫົວ, ປວດກ້າມຊີ້ນໂດຍສະເພາະສົ້ນນ່ອງ ແລະ ຂາ, ຕາແດງ, ປວດຮາກ, ຖອກທ້ອງ ແລະ ບາງລາຍອາດມີອາການຄ້າຍໄຂ້ເລືອດອອກ, ຫາກອາການຮຸນແຮງອາດສົ່ງຜົນກະທົບຕໍ່ໄຕ, ຕັບ, ປອດ ແລະ ລະບົບໄຫລວຽນເລືອດ ໄດ້.
ດັ່ງນັ້ນ, ໃນລະດູຝົນ ຫລື ຊ່ວງນ້ຳຖ້ວມ ຄວນຫລີກລ່ຽງການລຸຍນ້ຳຖ້ວມຂັງ, ສວມເກີບບູດ ແລະ ຖົງມືເມື່ອຈຳເປັນຕ້ອງສຳຜັດນ້ຳ ຫລື ດິນທີ່ອາດປົນເປື້ອນ ເພື່ອຫລຸດຄວາມສ່ຽງການຕິດເຊື້ອ.
KPL