ຂປລ
ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງເຊກອງ ໃນອາທິດຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ພົບປະໂອ້ລົມຄະນະພັກ-ພະນັກງານນໍາພາຫລັກແຫລ່ງແຂວງເຊກອງ.
ຂປລ. ໂດຍທ່ານໄດ້ໃຫ້ທິດຊີ້ນໍາວ່າ: ເຖິງວ່າໄລຍະຜ່ານມາ, ການນໍາພາແຂວງຈະມີຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຫລາຍດ້ານກໍຈິງ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທ່ ການເມືອງໃນໄລຍະໃໝ່ ກໍຄືການຊັ່ງຊາກໍາລັງໃນສະພາບການໃໝ່, ເຫັນວ່າ: ພວກເຮົາຍັງຈະຕ້ອງໄດ້ບຸກບືນສູ້ຊົນຂຶ້ນຕື່ມອີກໃນການຍົກສູງຄວາມສາມາດນໍາພາ, ຄວາມເປັນແບບຢ່າງນໍາໜ້າ, ວາງກົນໄກແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ແທດເໝາະກັບສະພາບການໃນປັດຈຸບັນ ແລະ ອະນາຄົດ; ພ້ອມກັນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເສດຖະກິດ- ສັງຄົມຂອງແຂວງ 5 ປີ ຄັ້ງທີ X ໃຫ້ບັນລຸຕາມຄາດໝາຍ ໂດຍວາງແຜນພັດທະນາໃຫ້ແທດເໝາະກັບຈຸດພິເສດຂອງແຂວງຕົນ, ກຳນົດຈຸດສຸມທ່ີແນ່ນອນ, ຈັດສັນບຸລິມະສິດໃຫ້ຊັດເຈນໃຫ້ຕິດພັນກັບວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ.
ໄປຄຽງຄູ່ກັບຜົນທີ່ຈະສໍາເລັດຕ່າງໆນັ້ນ, ກໍຕ້ອງສ້າງໃຫ້ກໍາລັງຖັນແຖວພະນັກງານມີຄວາມຮູ້ຄວາມສາມາດໜັກແໜ້ນ, ເຂັ້ມແຂງ, ພ້ອມປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ; ບັນຫາສໍາຄັນທີ່ສຸດ, ຄະນະບໍລິຫານງານພັກແຂວງເຊກອງຕ້ອງມີແນວຄວາມຄິດເປັນຈິດໜຶ່ງໃຈດຽວກັນ, ຄົ້ນຄວ້າ, ຫາລື, ວາງແຜນຮ່ວມກັນໃນການແກ້ໄຂບັນຫາທີ່ເປັນສິ່ງທ້າທາຍກີດຂວາງການພັດທະນາ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອຫລຸດຜ່ອນຄວາມແຕກໂຕນໃນສັງຄົມ. ພ້ອມນີ້, ທ່ານ ຍັງສະແດງຄວາມເຊື່ອໝັ້ນວ່າພາຍ ໃຕ້ການນໍາພາ-ຊີ້ນໍາຂອງຄະນະ ປະຈໍາພັກ, ຄະນະບໍລິຫານງານພັກ ແຂວງຈະເຮັດໃຫ້ແຂວງເຊກອງ ມີການພັດທະນາກ້າວຂຶ້ນຕາມຄາດໝາຍທີ່ວາງໄວ້.
ໃນໂອດາດນີ້, ທ່ານ ບຸນຫລາຍ ບຸດທິ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ກໍໄດ້ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງວ່າ: ໄລຍະ 6 ເດືອນຕົ້ນປີ 2026 ນີ້, ຄະນະພັກແຂວງເຊກອງ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ໂດຍໄດ້ນໍາເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ບັນດາຮາກຖານ; ມະຕິ, ຄຳສັ່ງຂອງສູນກາງມາເຜີຍແຜ່ເຊ່ືອມຊຶມທັງຂັ້ນແຂວງ, ຂັ້ນເມືອງ ແລະ ພາຍໃນກົມກອງຢ່າງເປັນລະບົບເນັ້ນສ້າງ ຮາກຖານພັກໃຫ້ປອດໃສ, ເຂ້ັມແຂງ, ໜັກແໜ້ນ. ສ່ວນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງກໍໄດ້ເອົາໃຈໃສ່ປະຕິບັດຕາມແນວທາງແບບແຜນຢ່າງມີຈຸດສຸມປັດຈຸບັນ, ເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວດີຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ, ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພ່ີມຂ້ຶນໃນລະດັບ 6% ຂ້ຶນ, ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 3.376 ຕື້ກີບ ສະເລ່ຍໃສ່ປະຊາກອນປະມານ 25,17 ລ້ານກີບ. ໂດຍລວມແລ້ວແຂວງເຊກອງຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມນີ້ກໍໄດ້ຊອກທຸກວິທີທາງ ເພື່ອສ້າງເງື່ອນໄຂໃຫ້ສະມາຊິກພັກພະນັກງານ-ລັດຖະກອນ, ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າ-ຂາຍ ແລະ ປະຊາຊົນໃນທົ່ວແຂວງໄດ້ມີຊ່ອງທາງທໍາມາຫາກິນ, ດໍາເນີນທຸລະກິດຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ດໍາລົງຊີວິດສະດວກສະບາຍຂຶ້ນ.
ຂ່າວ: ພຸດທະສອນ
KPL