ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫລວງນໍ້າທາ

16/06/2026 12:32
Email Print 106
ຂປລ ໃນອາທິດຜ່ານມາ, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ.

      ຂປລ.  ໂດຍໄດ້ຮັບການຕ້ອນຮັບຈາກບັນດາການນໍາແຂວງ ແລະ ໄດ້ຮ່ວມເຮັດວຽກນໍາຄະນະປະຈໍາພັກແຂວງຢູ່ຫ້ອງວ່າການແຂວງຫລວງນໍ້າທາ. ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າ ມະນີວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍຫຍ້ໍ ເປັນຕົ້ນການພັດທະນາພື້ນຖານໂຄງລ່າງຖະໜົນຫົນທາງ, ການຊຸກຍູ້, ສົ່ງເສີມການຜະລິດພືດສະບຽງອາຫານຂອງປະຊາຊົນ, ການຜະລິດກະສິກໍາເປັນສິນຄ້າ, ຊຸກຍູ້ສົ່ງເສີມການລ້ຽງສັດແບບເປັນຟາມ, ເອົາໃຈໃສ່ຈັດສັນນໍາໃຊ້ ແລະ ພັດທະນາທ່ີດິນຄຸ້ມຄອງ-ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສ່ິງແວດລ້ອມ, ປ່າໄມ້-ຊີວະນາໆພັນແບບຍືນຍົງ, ການຈັດຕ້ັງປະຕິບັດແມ່ນມີຜົນສໍາເລັດຫລາຍດ້ານ; ສະພາບແນວຄິດຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜ່ົາມີຄວາມອຸ່ນອຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ, ມີຄວາມເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາເຮັດໃຫ້ແຂວງຫລວງນ້ໍາທາຮັກສາ ໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພ້ືນຖານ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງຖືກທິດໃນລະດັບ 8,8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ ໄດ້ 12.819,76 ຕື້ກີບ, ສະເລ່ຍ ໃສ່ຫົວຄົນໄດ້ 2.754,12 ໂລດາ ສະຫະລັດ/ຄົນ/ປີ.

     ໂອກາດນີ້, ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຂດທີ່ມີຄວາມສ່ຽງນໍ້າຈະຖ້ວມໂຄງການກໍ່ສ້າງອ່າງຮັບນໍ້າ (ຕ້ານແລ້ງ-ຕ້ານຖ້ວມ) ຂອງແຂວງ ຢູ່ບ້ານໃໝ່ ເມືອງຫລວງນໍ້າທາ, ຢ້ຽມຊົມຟາມໄກ່ ຈີງຊິວ ຫລວງນໍ້າທາ ບ້ານນາລື ແລະ ໂຮງ ງານເກັບຊ້ື ແລະ ປຸງເເຕ່ງຢາງພາລາຢຸນນານ ຈໍາກັດ. ພ້ອມນັ້ນ, ກໍໄດ້ລົງຕິດຕາມ, ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເລກທີ 1501 ແຕ່ສາມແຍກບ້ານໃໝ່ເມືອງຫລວງນ້ໍາທາ ຫາ ເທສະບານເມືອງນາແລ ແລະ ຢ້ຽມຢາມຕາແສງພູລວງ ເມືອງນາແລ. ທັງນ້ີ, ກໍເພ່ືືອສະແດງເຖິງຄວາມເປັນຫ່ວງເປັນໄຍຂອງຂັ້ນເທິງ ກໍຄື ຄວາມເປັນຫ່ວງເປັນໄຍຂອງທ່ານເອງຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຫລວງນໍ້າທາ ຊຶ່ງແມ່ນໄລຍະເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາເສດຖະກິດສັງຄົມຂອງແຂວງ. ພ້ອມກັນນ້ີ, ທ່ານຮອງປະທານປະເທດ ຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ເຂົ້າສານ-ອາຫານແຫ້ງ ລວມມູນຄ່າ 150 ລ້ານກີບ ໄປມອບໃຫ້ເມືອງນາແລ ເພື່ອແຈກຢາຍໃຫ້ບັນດາຕາແສງພາຍໃນເມືອງນໍາໄປມອບຕໍ່ໃຫ້ຄອບຄົວຜູ້ທີ່ທຸກຍາກຂາດເຂີນພາຍໃນບ້ານຕື່ມອີກ.

    ໃນໂອກາດດຽວກັນ, ທ່ານຮອງ ປະທານປະເທດ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຮືອນຫູກມິຖຸນາຢູ່ບ້ານວຽງເໜືອ ເມືອງຫລວງນ້ໍາທາ ແລະ ສະຖານທີ່ທ່ອງທ່ຽວຕາດນໍ້າດີ.  ທັງນີ້, ກໍເພ່ືືອເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນຂອງເຮືອນຫູກໂດຍສະເພາະແມ່ນສີໄມ້ລາຍມືໃນການຕໍ່າຫູກທໍໄໝທ່ີເປັນເອກະລັກມາແຕ່ດັ້ງເດີມຂອງແຕ່ລະຊົນເຜົ່າ ແລະ ການບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງທ່ຽວຊົມການປັບປຸງສ້ອມແປງສະຖານທ່ີທ່ອງທ່ຽວຕາດນໍ້າດີພາຍຫລັງຖືກຜົນກະທົບຈາກໄຟທໍາມະຊາດໃນປີ 2024 ເພື່ອໃຫ້ກັບຄືນມາເປີດໃຫ້ບໍລິການເຂົ້າທ່ຽວຊົມຄືນໃໝ່.

KPL

ຂ່າວອື່ນໆ

ads
ads

Top