ໄຂກອງປະຊຸມສຸດຍອດຜູ້ນຳບໍລິສັດຂ້າມຊາດຊິງຕາວ ຄັ້ງທີ 7

16/06/2026 16:28
ຂປລ ກອງ​ປະ​ຊຸມ​ສຸດຍອດ ​ຜູ້​ນຳ​ບໍ​ລິ​ສັດ ​ຂ້າມ​ຊາດ ​ຊິງ​ຕາວ ​ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ ຢູ່​ສູນ​ປະ​ຊຸມ​ສາ​ກົນ ​ນ​ະ​ຄອນ​ຊິ​ຕາວ ແຂວງ​ຊ່ານ​ຕົ່ງ​ຂອງ​ ສປ ຈີນ ເມື່ອບໍ່ດົນ ມານີ້, ກອງ​ປະ​ຊຸມ​ສຸດຍອດ​ໃນ​ຄັ້ງ​ນີ້ ຈະ​ຊຸກ​ຍູ້​ ບໍ​ລິ​ສັດ​ຂ້າມ​ຊາດ ​ເຊື່ອມ​ໂຍງ​ ເຂົ້າ​ໃນ​ຕ່ອງ​ໂສ້ ​ອຸດ​ສາ​ຫະ​ກໍ​າ, ຕ່ອງ​ໂສ້​ການ​ສະ​ໜອງ ແລະ ຕ່ອງ​ໂສ້​ການ​ປະ​ດິດ​ສ້າງ​ໃໝ່ ​ຂອງ​ສປ ຈີນ​ ຢ່າງ​ເລິກ​ເຊິ່ງ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ​ສຸດຍອດ ​ຜູ້​ນຳ​ບໍ​ລິ​ສັດ ​ຂ້າມ​ຊາດ ​ຊິງ​ຕາວ ​ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ ຢູ່​ສູນ​ປະ​ຊຸມ​ສາ​ກົນ ​ນ​ະ​ຄອນ​ຊິ​ຕາວ ແຂວງ​ຊ່ານ​ຕົ່ງ​ຂອງ​ ສປ ຈີນ ເມື່ອບໍ່ດົນ ມານີ້, ກອງ​ປະ​ຊຸມ​ສຸດຍອດ​ໃນ​ຄັ້ງ​ນີ້ ຈະ​ຊຸກ​ຍູ້​ ບໍ​ລິ​ສັດ​ຂ້າມ​ຊາດ ​ເຊື່ອມ​ໂຍງ​ ເຂົ້າ​ໃນ​ຕ່ອງ​ໂສ້ ​ອຸດ​ສາ​ຫະ​ກໍ​າ, ຕ່ອງ​ໂສ້​ການ​ສະ​ໜອງ ແລະ ຕ່ອງ​ໂສ້​ການ​ປະ​ດິດ​ສ້າງ​ໃໝ່ ​ຂອງ​ສປ ຈີນ​ ຢ່າງ​ເລິກ​ເຊິ່ງ, ​ເຮັດ​ໃຫ້​ບໍ​ລິ​ສັດ​ເຫລົ່າ​ນີ້​ ສາ​ມາດຊົມ​ໃຊ້​ຜົນ​ຂອງ​ປະ​ໂຫຍດ​ ຈາກ​ຕະຫລາດ​​ຂະ​ໜາດໃຫຍ່​, ໝາກ​ຜົນ​ການ​ປະ​ດິດ​ສ້າງໃໝ່ ແລະ ການ​ເປີດ​ປະ​ຕູ​ ສູ່​ພາຍນອກ​ ດ້ານ​ລະ​ບ​ຽບ​ການ​ຂອງ ສປ ​ຈີນ.ກອງ​ປະ​ຊຸມ​ສຸດຍອດ ​ດັ່ງກ້່າວ ​ໄດ້​ຈັດ​ຂຶ້ນ​ໂດຍ​ສອດ​ຄ່ອງ​ກັບ ​ທ່າ​ອຽງໃໝ່​ ດ້ານ​ການ​ຮ່ວມ​ມື​ ລະ​ຫວ່າງ​ ບໍ​ລິ​ສັດ​ຂ້າມ​ຊາດ​ກັບ​ ສປ ຈີນ ​ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ “ແຜ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15” , ສືບ​ຕໍ່​​ຂະ​ຫຍາຍສະ​ມາ​ຊິກ​ ຂອງກອງ​ປະ​ຊຸມ ໂດຍ​ໄດ້​ດຶງ​ດູດ ​ບໍ​ລິ​ສັດ​ຂ້າມ​ຊາດ 357 ແຫ່ງ​ທີ່​ມາ​ຈາກ 44 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມ, ໃນ​ນັ້ນ, ​ລວມ​ທັງບໍລິ​ສັດ​ຊັ້ນ​ນຳ ​ທີ່​ນອນ​ໃນ 500 ອັນ​ດັບຂ​ອງໂລກ 105 ແຫ່ງ, ວິ​ສາ​ຫະ​ກິດ​ນຳ​ໜ້າ​ ໃນອຸດ​ສາ​ຫະ​ກຳ 252 ແຫ່ງ. ອັດ​ຕາ​ສ່ວນ​ຂອງວິ​ສາ​ຫະ​ກິດ ​ການ​ບໍ​ລິ​ການ​ທັນ​ສະ​ໄໝ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມກວ​ມ​ ​ເຖິງ 20% ເຊິ່ງ​ເປັນ​ການ​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top