ເສັ້ນທາງລົດໄຟແຫ່ງຊາດຈີນ ສາມາດຂົນສົ່ງສິນຄ້າໄດ້ 1,6 ຕື້ກວ່າໂຕນ

15/06/2026 16:19
ຂປລ ລະຫວ່າງ ເດືອນມັງກອນ ຫາເດືອນພຶດສະພາປີນີ້, ເສັ້ນທາງລົດໄຟ ແຫ່ງຊາດ ຂອງ ສປ ຈີນ ສາມາດຂົນສົ່ງສິນຄ້າໄດ້ 1,6 ຕື້ກວ່າໂຕນ, ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກກຸ່ມບໍລິສັດ ທາງລົດໄຟແຫ່ງຊາດຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ລະຫວ່າງ ເດືອນມັງກອນ ຫາເດືອນພຶດສະພາປີນີ້, ເສັ້ນທາງລົດໄຟ ແຫ່ງຊາດ ຂອງ ສປ ຈີນ ສາມາດຂົນສົ່ງສິນຄ້າໄດ້ 1,6 ຕື້ກວ່າໂຕນ, ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025; ຂະນະທີ່ ການຄ່ຽນຖ່າຍສິນຄ້າໃສ່ລົດໄຟ ສະເລ່ຍຕໍ່ວັນ ບັນລຸເຖິງ 186.300 ຂະບວນ, ເພີ່ມຂຶ້ນ 2,8% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025. ຊື່ສຽງຂອງຍີ່ຫໍ້ ແລະ ຄວາມສາມາດການແຂ່ງຂັນໃນຕະຫລາດ ຂອງການຈໍລະຈອນສິນຄ້າ ຜ່ານທາງລົດໄຟຂອງ ສປ ຈີນ ໄດ້ຮັບ ການຍົກສູງຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງໄດ້ເພີ່ມແຮງຂັບເຄື່ອນໃໝ່ ເຂົ້າໃນການຫລຸດຕົ້ນທຶນ ການຈໍລະຈອນສິນຄ້າໃນທົ່ວສັງຄົມ ແລະ ຮັບປະກັນໃຫ້ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາ ຢ່າງໝັ້ນທ່ຽງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top