ສປ ຈີນ ມີປະລິມານການໃຊ້ໄຟຟ້າ ເພີ່ມຂຶ້ນຈາກການເຕີບໂຕ ທາງເສດຖະກິດ

15/06/2026 16:19
ຂປລ “ບົດລາຍງານ ການພັດທະນາ ພະລັງງານໝູນວຽນຂອງ ສປ ຈີນ” ທີ່ເປີດເຜີຍເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຳລັງຕິດຕັ້ງໄຟຟ້າ ທີ່ຜະລິດດ້ວຍ ພະລັງງານ ສະອາດ ທີ່ເພີ່ມໃໝ່ໃນປີ 2025 ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ ໃນປະ ຫວັດສາດ ແລະ ກວມເອົາກຳລັງຕິດຕັ້ງໄຟຟ້າ ທີ່ຜະລິດດ້ວຍພະລັງງານສະອາດ ທີ່ເພີ່ມໃໝ່ ຂອງໂລກ ຫລາຍກວ່າ 60%.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, “ບົດລາຍງານ ການພັດທະນາ ພະລັງງານໝູນວຽນຂອງ ສປ ຈີນ” ທີ່ເປີດເຜີຍເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຳລັງຕິດຕັ້ງໄຟຟ້າ ທີ່ຜະລິດດ້ວຍ ພະລັງງານ ສະອາດ ທີ່ເພີ່ມໃໝ່ໃນປີ 2025 ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ ໃນປະຫວັດສາດ ແລະ ກວມເອົາກຳລັງຕິດຕັ້ງໄຟຟ້າ ທີ່ຜະລິດດ້ວຍພະລັງງານສະອາດ ທີ່ເພີ່ມໃໝ່ ຂອງໂລກ ຫລາຍກວ່າ 60%. ຄາດວ່າ ກຳລັງຕິດຕັ້ງໄຟຟ້າ ທີ່ຜະລິດດ້ວ ຍພະລັງງານແຮງລົມ ແລະ ແສງຕາເວັນ ທີ່ເພີ່ມໃໝ່ຂອງ ສປ ຈີນໃນປີ 2026 ຈະບັນລຸ ປະມານ 300 ລ້ານກິໂລວັດ, ພະລັງງານໝູນວຽນ ຈະສືບຕໍ່ກາຍ ເປັນກຳລັງຕົ້ນຕໍຂອງ ສປ ຈີນ ໃນການຫັນມານຳໃຊ້ພະລັງງານສີຂຽວ ແລະ ກາກບອນຕ່ຳ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ໃນປີ 2025, ກຳລັງຕິດຕັ້ງໄຟຟ້າ ທີ່ຜະລິດດ້ວຍ ພະລັງງານໝູນວຽນ ໃນທົ່ວ ປະເທດຈີນ ບັນລຸເກີນ 2.337 ຕື້ກິໂລວັດ, ກຳລັງຕິດຕັ້ງໄຟຟ້າ ທີ່ຜະລິດດ້ວຍພະລັງງານໝູນວຽນ ທີ່ເພີ່ມໃໝ່ ກວມເອົາ 82,7% ຂອງກຳລັງຕິດຕັ້ງໄຟຟ້າ ທີ່ເພີ່ມໃໝ່ຂອງທົ່ວປະເທດ, ການຕິດຕັ້ງ ລະບົບຜະລິດໄຟຟ້າ ຈາກແສງຕາເວັນ ແບບກະຈາຍຕົວໄດ້ເພີ່ມຂຶ້ນ ຫລາຍກວ່າ 100 ລ້ານກິໂລວັດ ເປັນເວລາ 2 ປີຕິດຕໍ່ກັນ, ລະດັບການນຳພະລັງງານໃໝ່ ໄປໃຊ້ປະໂຫຍດໃນພື້ນທີ່ໃກ້ຄຽງ ແລະ ໃນທ້ອງຖິ່ນ ໄດ້ຍົກສູງຂຶ້ນຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top