ຂປລ
ອົງການ ອະນາໄມໂລກ (WHO) ໃຫ້ຂໍ້ສັງເກດວ່າ: ຄວາມສ່ຽງ ທີ່ພະຍາດ ລະບາດ ອີໂບລາ ຈະແພ່ລະບາດ ໄປຍັງ ບັນດາ ປະເທດ ເອີຣົບ ແລະ ບັນດາ ປະເທດ ເຈົ້າພາບຈັດ ກິລາບານເຕາະໂລກ 2026 (World Cup 2026)
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ອົງການ ອະນາໄມໂລກ (WHO) ໃຫ້ຂໍ້ສັງເກດວ່າ: ຄວາມສ່ຽງ ທີ່ພະຍາດ ລະບາດ ອີໂບລາ ຈະແພ່ລະບາດ ໄປຍັງ ບັນດາ ປະເທດ ເອີຣົບ ແລະ ບັນດາ ປະເທດ ເຈົ້າພາບຈັດ ກິລາບານເຕາະໂລກ 2026 (World Cup 2026) ແມ່ນ ຢູ່ໃນລະດັບຕ່ຳ, ໃນສະພາບ ການແຂ່ງຂັນ ໄດ້ໄຂຂຶ້ນຢ່າງເປັນທາງການແລ້ວ.
ທ່ານ ຮັນສ ເຮນຣີ ພີ ຄລູເກ (Hans Henri P. Kluge) ຜູ້ອຳນວຍການ ອົງການ ອະນາໄມໂລກ ຢູ່ພາກພື້ນ ເອີຣົບ ໃຫ້ຮູ້ວ່າ: ປັດຈຸບັນ ຍັງບໍ່ທັນມີການຢັ້ງຢືນ ກໍລະນີຕິດເຊື້ອ Ebola ຢູ່ເຂດທາງທິດເໜືອ ທະວີບ ອາເມລິກາ ຫຼື ເອີລົບ,
ເຖິງແມ່ນວ່າ ພະຍາດນີ້ ພວມມີການຜັນແປທີ່ສັບສົນ ຢູ່ປະເທດ ອາຟຣິກກາ ຈຳນວນໜຶ່ງ. ໃນຂະນະທີ່ ມີການສະເໜີແນະນຳ ການຈັດວາງ ບັນດາມາດຕະການ ຈຳກັດ ການເດີນທາງ ໄປມາ ທີ່ກ່ຽວຂ້ອງອີໂບລາ. ແຕ່ວ່າ, ອົງການນີ້ ຍັງແນະນຳໃຫ້ ປະຊາຊົນ ຈຳກັດ ການເດີນທາງ ໄປຍັງເຂດທີ່ພວມເກີດ ການແພ່ລະບາດ ຖ້າບໍ່ມີຄວາມຈຳເປັນ./
KPL