ຂປລ
ຮອດປີ 2030, ປະລິມານ ການປ່ອຍກາກບອນ ດີອອກຊິດຂອງ ສປ ຈີນ ຈະຫລຸດລົງ 17% ເມື່ອທຽບໃສ່ ຈຸດສູງສຸດ, ຄວາມຄືບໜ້າ ດ້ານການຫລຸດ ການປ່ອຍ ກາກບອນ ໄວກວ່າ ຄວາມໄວ ທີ່ໄດ້ໃຫ້ຄຳໝັ້ນສັນຍາຕໍ່ ສາທາລະນະ ໃນກ່ອນໜ້ານີ້.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ການເງິນພະລັງງານໃໝ່ ບຣູມເບີກ ຫລື BNEF ໄດ້ເປີດເຜີຍບົດລາຍງານ ການຄາດຄະເນ ໄລຍະຍາວ ຂອງຕະຫລາດ ພະລັງງານໃໝ່ ປີ 2026 ວ່າ: ຮອດປີ 2030, ປະລິມານ ການປ່ອຍກາກບອນ ດີອອກຊິດຂອງ ສປ ຈີນ ຈະຫລຸດລົງ 17% ເມື່ອທຽບໃສ່ຈຸດສູງສຸດ, ຄວາມຄືບໜ້າ ດ້ານການຫລຸດ ການປ່ອຍ ກາກບອນ ໄວກວ່າ ຄວາມໄວ ທີ່ໄດ້ໃຫ້ຄຳໝັ້ນສັນຍາຕໍ່ ສາທາລະນະ ໃນກ່ອນໜ້ານີ້.
ແບບຈຳລອງ ທີ່ພັດທະນາ ໂດຍທີມງານຄົ້ນຄວ້າ ຂອງ BNEF ສະແດງໃຫ້ເຫັນວ່າ: ການປ່ອຍກາກບອນດີອອກຊິດຂອງ ສປ ຈີນ ທີ່ກ່ຽວຂ້ອງກັບພະລັງງານ ໄດ້ບັນລຸເຖິງ ຈຸດສູງສຸດໃນປີ 2023-2024 ຄື: ຫລາຍກວ່າ 11 ຕື້ໂຕນ, ຫລັງຈາກນັ້ນ ກໍມີທ່າອຽງໝັ້ນທ່ຽງ ຫລື ຫລຸດລົງ ໜ້ອຍໜຶ່ງ. ຮອດປີ 2030, ຈະຫລຸດລົງ ຮອດ 9 ຕື້ໂຕນ, ຮອດປີ 2050, ຈະຫລຸດລົງ ເກືອບ 50% ເມື່ອທຽບໃສ່ ຈຸດສູງສຸດ. ບົດລາຍງານດັ່ງກ່າວ ຄາດຄະເນວ່າ: ກ່ອນປີ 2040, ສປ ຈີນ ແລະ ສ.ອາເມລິກາ ໃນຖານະເປັນຕະຫລາດສູນຂໍ້ມູນຂ່າວສານ 2 ແຫ່ງ ທີ່ໃຫຍ່ທີ່ສຸດຂອງໂລກ ມີປະລິມານ ການປ່ອຍກາກບອນ ຫລາຍທີ່ສຸດໃນໂລກ, ແຕ່ຫລັງຈາກປີ 2040, ທ່າອຽງການເຕີບໂຕ ຂອງການປ່ອຍກາກບອນ ຂອງສອງປະເທດນີ້ ຈະມີຄວາມແຕກຕ່າງກັນ ຄື: ສ.ອາເມລິກາ ທີ່ຫລຸດການປ່ອຍ ກາກບອນ ຜ່ານອາຍແກັສ ທຳມະຊາດ ເປັນຫລັກ ຈະນຳໄປສູ່ ການເພີ່ມຂຶ້ນ ຂອງການປ່ອຍກາກບອນ, ສ່ວນ ສປ ຈີນ ຈະພັດທະນາ ພະລັງງານ ໝູນວຽນ ຢ່າງວ່ອງໄວ ເຮັດໃຫ້ສາມາດ ຫລຸດປະລິມານ ການປ່ອຍກາກບອນ ຢ່າງມີປະສິດທິຜົນໄດ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL