ການປ່ອຍຍຸງໂວບັກເຄຍ ຈະນຳໄປສູ່ການ ກັນ-ຄວບຄຸມພະຍາດໄຂ້ຍຸງລາຍ ແບບຍືນຍົງ

28/07/2026 01:03
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໂອກາດ ທີ່ມີຄຳເຫັນຕໍ່ພິທີປ່ອຍຍຸງໂວບັກ ເຄຍ ຂອງໂຄງການຫລຸດຜ່ອນ ການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ນະຄອນ ຫລວງພະບາງ ເມ່ືອ ບໍ່ດົນມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດ ສະຕຣາລີ ປະຈຳ ສປປ ລາວ ໄດ້ ກ່າວວ່າ:

ລັດຖະບານອົດສະຕາລີ ມີຄວາມຍິນດີທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການນໍາໃຊ້ວິທີ ການໂວບັກເຄຍ ຂອງໂຄງການ ຍຸງໂລກ ຊຶ່ງເປັນນະວັດຕະກຳໃໝ່ ແລະ ອີງໃສ່ຫລັກຖານທາງດ້ານ ວິຊາການ ເພື່ອຫລຸດຜ່ອນການ ແຜ່ລະບາດ ຂອງພະຍາດໄຂ້ຍຸງ ລາຍ ຊຶ່ງການລິເລີ່ມນີ້ ສະແດງໃຫ້ ເຫັນເຖິງຄວາມເຂ້ັມແຂງ ໃນການ ຮ່ວມມືຂອງລັດຖະບານລາວ ແລະ ອົດສະຕຣາລີ ພ້ອມທັງມີຄວາມ ມຸ່ງໝັ້ນຮ່ວມກັນໃນການປົກປ້ອງ ຄອບຄົວ, ເດັກນ້ອຍ ແລະ ສ້າງ ຊຸມຊົນໃຫ້ເຂັ້ມແຂງທາງດ້ານສຸ ຂະພາບ ໃນ ສປປ ລາວ.

ເສັ້ນທາງບາດກ້າວສຳຄັນ ໃນການປົກປ້ອງປະຊາກອນໃນປະເທດ ການຂະຫຍາຍການຈັດຕັ້ງ ປະຕິບັດກິດຈະກຳໃນລະດັບປະ ເທດໃນຄັ້ງນີ້ ໄດ້ສືບຕໍ່ມາຈາກແຜນ ຍຸດທະສາດຂອງໂຄງການ ທີ່ໄດ້ ເລີ່ມຕົ້ນຢູ່ນະຄອນຫລວງວຽງຈັນ ໃນປີ 2022, ຫລັງຈາກການທົດ ລອງນໍາໃຊ້ໃນທ້ອງຖິ່ນປະສົບຜົນ ສໍາເລັດຕະຫລອດ 4 ປີຜ່ານມາ, ໂຄງການພວມຈັດຕັ້ງປະຕິບັດ ກິດຈະກຳນີ້ ພາຍໃນ 9 ຕົວເມືອງ ໃນນະຄອນຫລວງວຽງຈັນ ແລະ ອີກ 4 ແຂວງ (ຫລວງພະບາງ, ອຸດົມໄຊ, ສະຫວັນນະເຂດ ແລະ ຈໍາປາສັກ) ຊຶ່ງຈະນໍາໄປສູ່ການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນໄລຍະຍາວ ແລະ ແບບຍືນຍົງ ໃຫ້ ແກ່ປະຊາຊົນຫລາຍກວ່າ 1,2 ລ້ານ ຄົນ ໃນ ສປປ ລາວ. 

ໃນປີ 2022, ອົງການຊ່ວຍ ເຫລືອເດັກສາກົນ ປະຈຳ ສປປ ລາວ ແລະ ໂຄງການຍຸງໂລກ ໄດ້ ເປີດຕົວໂຄງການຕົວແບບຢູ່ນະ ຄອນຫລວງວຽງຈັນ ເພື່ອຮັບມື ກັບໄພຂົ່ມຂູ່ທີ່ເພີ່ມຂຶ້ນຈາກພະຍາດ ທີ່ມີຍຸງເປັນພາຫະນະນໍາເຊື້ອ ຊຶ່ງ ໄລຍະທີ 1 ຂອງໂຄງການ ປະກອບ ມີ: ເມືອງໄຊເສດຖາ ແລະ ຈັນທະບູລີ ໄດ້ສໍາເລັດໃນເດືອນສິງຫາ 2023, ຈາກຜົນສໍາເລັດໄລຍະທີ 1 ໂຄງການໄລຍະ 2A ໄດ້ຂະຫຍາຍ ໄປເມືອງສີສັດຕະນາກ, ສີໂຄດ ຕະບອງ, ຫາດຊາຍຟອງ, ນາຊາຍ ທອງ ແລະ ໄຊທານີ ໂດຍໄດ້ສໍາ ເລັດໃນເດືອນມັງກອນ 2026 ໃນ ປັດຈຸບັນ, ໂຄງການພວມກ້າວເຂ້ົາ ສູ່ໄລຍະ 2B ໂດຍມີການຂະຫຍາຍ ຂອບເຂດການຈັດຕັ້ງປະຕິບັດ ກິດຈະກຳຢ່າງຫລວງຫລາຍ ກວມ ເອົາພື້ນທີ່ປະມານ 37 ກິໂລ ຕາແມັດ ພາຍໃນ 9 ຕົວເມືອງ ໃນ ນະຄອນຫລວງວຽງຈັນ, ພ້ອມທັງ ກວມເອົາ 25 ກິໂລຕາແມັດ ໃນ ແຂວງຫລວງພະບາງ, ອຸດົມໄຊ, ສະຫວັນນະເຂດ ແລະ ຈໍາປາສັກ. ການຂະຫຍາຍກິດຈະກຳໃນຄັ້ງ ນີ້ ຈະນໍາເອົາວິທີການ ໂວບັກເຄຍ ຂອງໂຄງການຍຸງໂລກ ເພື່ອໃຫ້ ສາມາດປົກປ້ອງຊຸມຊົນໄດ້ໃນໄລຍະ ຍາວ ແລະ ສາມາດນຳຜົນປະໂຫຍດ ໄປສູ່ປະຊາຊົນຫລາຍກວ່າ 1,2 ລ້ານຄົນໃນທົ່ວ ສປປ ລາວ.   

ຂ່າວ-ພາບ: ອາພຸດເດດ ບຸບຜາ

KPL

ຂ່າວອື່ນໆ

ads
ads

Top