ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ

27/07/2026 10:56
ຂປລ ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການຄຸ້ມຄອງ, ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ຈັດຂຶ້ນ ໃນວັນທີ 23 ກໍລະກົດ 2026 ຢູ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ

      ຂປລ.  ໂດຍການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ມີຄະນະສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ສະ ຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ, ຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຜູ້ຮັບຜິດຊອບວຽກງານຄົ້ນຄວ້າວິທະຍາສາດ, ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ມີຄໍາເຫັນວ່າ: ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນໃນຄ້ັງນີ້ ແມ່ນກອງປະຊຸມເຜີຍແຜ່ນິຕິກໍາ, ທາບທາມ ແລະ ປະກອບຄໍາເຫັນ ໃສ່ເອກະສານສໍາຄັນ ເຊັ່ນ: ດຳລັດວ່າດ້ວຍນັກຄົ້ນຄວ້າວິທະຍາສາດ; (ຮ່າງ) ຄໍາແນະນໍາການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຄຳແນະນໍາວ່າດ້ວຍການສະໜັບສະໜູນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອໃຫ້ຜູ້ເຂົ້າຮ່ວມຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ, ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງຄຳແນະນຳການ ໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດຊຶ່ງມີບາງຂໍ້ເຈາະຈີ້ມເຊັ່ນ: ໂຄງປະກອບຂອງຮ່າງຄໍາແນະນໍາ, ການຮັບຮອງນາມມະຍົດ ແລະ ການມອບລາງວັນ, ການກຳນົດເນື້ອໃນທີ່ມີ ແລະ ຄວນຕັດ ຫລື ເພີ່ມຕື່ມເນື້ອໃນດ້ານໃດ ແລະ ການກຳນົດເງິນນະໂຍບາຍຕໍ່ຜູ້ໄດ້ຮັບນາມມະຍົດ ແລະ ລາງວັນ. ທັງນີ້, ກໍເພື່ອເຮັດໃຫ້ເອກະສານສະບັບນີ້ ມີຄວາມສົມບູນ, ຮັດກຸມ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຈິງ, ເປັນບ່ອນອີງທີ່ສັກສິດ ແລະ ສາມາດແກ້ໄຂ ຈຸດອ່ອນໃນໄລຍະຜ່ານມາ, ພ້ອມທັງສ້າງແຮງຈູງໃຈອັນມະຫາສານ ໃຫ້ແກ່ນັກຄົ້ນຄວ້າຮຸ່ນໃໝ່ໄດ້ສຸມສະຕິປັນຍາເຂົ້າໃນການສ້າງຜົນງານການຄົ້ນຄວ້າວິທະຍາສາດໃຫ້ເພີ່ມຂຶ້ນເລື້ອຍໆ.ແລະ ສາມາດຮັບຮອງພ້ອມທັງຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງສຸດ; ຮຽກຮ້ອງມາຍັງບັນດາ ຜູ້ຕາງໜ້າຈາກກະຊວງ, ກົມ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ພາຍຫລັງສິ້ນສຸດກອງປະຊຸມນີ້ແລ້ວ ຈົ່ງໄດ້ນໍາເອົາເນື້ອໃນຈິດໃຈ, ດໍາລັດ ແລະ ຄໍາແນະນໍາ ທີ່ໄດ້ຮັບຟັງການເຜີຍແຜ່ໃນວັນນ້ີ ໄປຜັນຂະຫຍາຍ, ເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ບຸກຄະລາກອນ, ຄູອາຈານ ແລະ ນັກຄົ້ນຄວ້າ ທີ່ຂຶ້ນກັບພາກສ່ວນຂອງຕົນ ຢ່າງທົ່ວເຖິງ ແລະ ເລິກເຊິ່ງ ເພື່ອໃຫ້ທຸກຄົນໄດ້ເຂົ້າໃຈສິດ, ໜ້າທີ່, ພັນທະ ແລະ ກົນໄກການຄຸ້ມຄອງຢ່າງຖືກຕ້ອງ; ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງຮ່ວມແຮງຮ່ວມໃຈກັນ ສ້າງບັນຍາກາດການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມຟົດຟື້ນ, ຊຸກຍູ້ການ ຮ່ວມມືລະຫວ່າງຂະແໜງການ, ລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອຫັນຜົນງານການຄົ້ນຄວ້າວິທະຍາສາດ ໃຫ້ກາຍເປັນນະວັດຕະກຳ ທີ່ສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດຢ່າງຍືນຍົງ.

ຂ່າວ-ພາບ: ບົວລະພາ

KPL

ຂ່າວອື່ນໆ

ads
ads

Top