ຂປລ
ງານວາງສະແດງ ສິນຄ້າ ຈີນ-ອາຊີໃຕ້ (China-South Asia Expo) ຄັ້ງທີ 10 ແລະ ງານມະຫະກໍາ ຊື້-ຂາຍສິນຄ້ານໍາເຂົ້າ-ສົ່ງອອກ ຄຸນໝິງ ຄັ້ງທີ 30 ໄດ້ໄຂຂຶ້ນ ຢ່າງເປັນທາງການ ຢູ່ນະຄອນຄຸນໝິງ, ແຂວງຢູນນານ ສປ.
(ຂປລ): ໃນວັນທີ 11 ມິຖຸນາ 2026, ງານວາງສະແດງ ສິນຄ້າ ຈີນ-ອາຊີໃຕ້ (China-South Asia Expo) ຄັ້ງທີ 10 ແລະ ງານມະຫະກໍາ ຊື້-ຂາຍສິນຄ້າ ນໍາເຂົ້າ-ສົ່ງອອກ ຄຸນໝິງ ຄັ້ງທີ 30 ໄດ້ໄຂຂຶ້ນ ຢ່າງເປັນທາງການ ຢູ່ນະຄອນຄຸນໝິງ, ແຂວງຢູນນານ ສປ. ຈີນ, ໂດຍພາຍໃຕ້ ຄຳຂວັນ “ຮ່ວມແຮງຮ່ວມໃຈ ແລະ ປະສານງານ ເພື່ອການພັດທະນາ ໃນອະນາຄົດ”. ໂດຍມີ ບັນດາ ຜູ້ນໍາຂັ້ນສູງ ແລະ ຄະນະ ນັກທຸລະກິດ ຈາກ ທົ່ວໂລກເຂົ້າ ຮ່ວມ ເພື່ອຊຸກຍູ້ ການພັດທະນາ ເສດຖະກິດ, ການເປີດເສລີ ທາງດ້ານການຄ້າ ແລະ ການເຊື່ອມໂຍງ ພາກພື້ນໃຫ້ເລິກເຊິ່ງຂຶ້ນຕື່ມ. ໃນນັ້ນ ມີຄະນະຜູ້ ແທນ ຂອງ ສປປລາວ ເຂົ້າຮ່ວມໃນງານດັ່ງກ່າວ ນໍາໂດຍທ່ານ ສັນຕິພາບ ພົມວິຫານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ.
ໃນພິທີໄຂງານ ຢ່າງເປັນທາງການ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ຢ່າງສູງ ຕໍ່ຂໍ້ລິເລີ່ມດັ່ງກ່າວ ໂດຍເນັ້ນໜັກວ່າ: “ ງານດັ່ງກ່າວນີ້ ເປັນຂົວຕໍ່ອັນສຳຄັນ ສຳລັບ ການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ, ເຄືອຂ່າຍ ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນ ລະຫວ່າງປະຊາຊົນ ກັບ ປະຊາຊົນ ”.

ສໍາລັບ ປີແຫ່ງປະຫວັດສາດ ສຳລັບ ສາຍພົວພັນ ລາວ-ຈີນ, ທ່ານ ສັນຕິພາບ ພົມວິຫານ ກໍໄດ້ເນັ້ນໜັກວ່າ: “ ປີ 2026 ນີ້ ແມ່ນປີທີ່ ມີຄວາມ ໝາຍ ຄວາມສຳຄັນ ທາງປະຫວັດສາດຢ່າງຍິ່ງ ເຊິ່ງເປັນຂີດໝາຍຄົບຮອບ 65 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ຈີນ ແລະ ທັງເປັນ ປີແຫ່ງ ມິດຕະພາບ ລາວ-ຈີນ. ສປປ. ລາວ ແລະ ສປ. ຈີນ ແມ່ນປະເທດເພື່ອນບ້ານໃກ້ຄຽງ ທີ່ມີຊາຍແດນຕິດຈອດກັນ ທັງພູຜາ ແລະ ສາຍນ້ຳ. ພວກເຮົາ ເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ບົນພື້ນຖານຫຼັກການ 4 ດີ ຄື: ເປັນເພື່ອນບ້ານທີ່ດີ, ເປັນເພື່ອນມິດ ທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ ພ້ອມທັງ ເປັນຄູ່ຮ່ວມຊະຕາກຳ ດຽວກັນ”.
ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ຂອງລາວ ຍັງໄດ້ກ່າວຢັ້ງຢືນຄືນໃໝ່ ເຖິງການສະໜັບສະໜູນ ຢ່າງສະເໝີ ຕົ້ນ ສະເໝີປາຍ ຂອງ ສປປ. ລາວ ຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ. ຈີນ, ໂດຍໄດ້ຊີ້ໃຫ້ເຫັນວ່າ ມັນສອດຄ່ອງ ຢ່າງສົມບູນກັບ ຍຸດທະ ສາດແມ່ບົດ ຂອງລັດຖະບານລາວ ໃນການຫັນປ່ຽນປະເທດ ຈາກ “ປະເທດທີ່ບໍ່ມີຊາຍແດນ ຕິດກັບ ທະເລ” ໃຫ້ກາຍເປັນ “ປະເທດເຊື່ອມໂຍງ ເຊື່ອມຈອດ” ໃນພາກພື້ນ.
ເສັ້ນທາງລົດໄຟ ລາວ-ຈີນ: ຕົວແບບແຫ່ງຄວາມສໍາເລັດ
ຄວາມສຳເລັດ ຂອງ ການເຊື່ອມໂຍງ ຍຸດທະສາດນີ້ ແມ່ນສະແດງໃຫ້ເຫັນ ຢ່າງຈະແຈ້ງ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດດຳເນີນ ການມາ ເປັນເວລາຫຼາຍກວ່າ 4 ປີ. ໃນຄໍາປາໄສຕ້ອນຮັບ, ທ່ານ ຫວັງ ໜິງ (Wang Ning) ເລຂາຄະນະບໍລິຫານງານ ພັກແຂວງ ຢູນນານ ໄດ້ກ່າວ ວ່າ: “ ຜົນການດຳເນີນງານ ຂອງເສັ້ນທາງລົດໄຟ ແມ່ນລື່ນຄາດໝາຍ ທີ່ໄດ້ກຳນົດໄວ້ ຢ່າງຫຼວງຫຼາຍ ”.
ການຂະຫຍາຍຕົວ ດ້ານໂລຈິສະຕິກ: ຂະບວນລົດໄຟຂົນສົ່ງ ສິນຄ້າຂ້າມແດນປະຈໍາວັນ ໄດ້ເພີ່ມຂຶ້ນຈາກ 3 ຂະບວນ ໃນໄລຍະເລີ່ມຕົ້ນ ມາ ເປັນຫຼາຍກວ່າ 20 ຂະບວນ ໃນປັດຈຸບັນ. ປະເພດສິນຄ້າ ທີ່ຂົນສົ່ງໄດ້ຂະຫຍາຍຕົວ ຢ່າງກ້າວກະໂດດ ຈາກປະມານສິບກວ່າປະເພດ ມາເປັນຫຼາຍກວ່າ 3.800 ໝວດໝູ່.
ການບໍລິການ ພາສີຢ່າງວ່ອງໄວ: ການລົງນາມ ໃນຂໍ້ຕົກລົງ "ການຈັດສັນດ່ານຮ່ວມ" (Co-location arrangement - ແຈ້ງພາສີແບບ ປະຕູດຽວ) ທີ່ ຫາກໍເຊັນໃໝ່ນັ້ນ ຈະຊ່ວຍຊຸກຍູ້ ປະສິດທິພາບ ການແຈ້ງພາສີ ໃຫ້ວ່ອງໄວຂຶ້ນຕື່ມອີກ ໃນອະນາຄົດ.

ໃນໂອກາດດັ່ງກ່າວນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໃນນາມຕາງໜ້າ ໃຫ້ລັດ ຖະບານ ສປປ. ລາວ ຍັງໄດ້ກ່າວເຊື່ອເຊີນ ບັນດາວິສາຫະກິດຂອງຈີນ ແລະ ສາກົນ ໃຫ້ເຂົ້າມາຄົ້ນຄວ້າ ທ່າແຮງບົ່ມຊ້ອນ ທາງດ້ານເສດຖະກິດ ອັນມະ ຫາສານ ໃນລາວ. ທ່ານ ໄດ້ເນັ້ນໜັກເຖິງ ສະຖຽນລະພາບ ທາງດ້ານການເມືອງ, ສັງຄົມທີ່ມີຄວາມສະຫງົບ ແລະ ນະໂຍບາຍ ເສດຖະກິດ ທີ່ເປີດ ກວ້າງຂອງ ສປປ. ລາວ.
ປັດຈຸບັນ, ສປປ ລາວ ພວມໃຫ້ຄວາມສຳຄັນ ເປັນອັນດັບຕົ້ນໆ ໄດ້ແກ່ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃນຫຼາຍຂະແໜງການ ທີ່ມີ ການເຕີບໂຕສູງ, ລວມມີ ກະສິກຳ ແລະ ການຜະລິດ; ການປຸງແຕ່ງຜະລິດຕະພັນ ກະສິກຳສະອາດ ທີ່ມີມູນຄ່າສູງ ແລະ ອຸດສາຫະກຳຫັດຖະກຳ. ການພັດທະນາ ພະລັງງານສີຂຽວ ແລະ ຄວາມຍືນຍົງ ໂດຍເນັ້ນໃສ່ ການພັດທະນາ ພະລັງງານສະອາດ ແລະ ພະລັງງານທົດແທນ, ຄຽງຄູ່ ກັບການປູກຕົ້ນໄມ້, ການອະນຸລັກປ່າໄມ້ ແລະ ການຄ້າຂາຍຄາບອນເຄຣດິດ (Carbon credit) ໃນອະນາຄົດ. ໂລຈິສະຕິກ ແລະ ໂຄງລ່າງ ພື້ນຖານ ໄດ້ສຸມໃສ່ ການຂະຫຍາຍເຄືອຂ່າຍ ຄົມມະນາຄົມ ທາງບົກ, ທາງນ້ຳ ແລະ ທາງອາກາດ, ລວມທັງ ທ່າບົກ (Dry ports) ແລະ ການບໍລິການ ທາງດ້ານການເງິນ. ການທ່ອງທ່ຽວອະນຸລັກ ໂດຍການນຳໃຊ້ ທ່າແຮງຂອງລາວ ເພື່ອເປັນຈຸດໝາຍ ປາຍທາງການທ່ອງທ່ຽວ ສີຂຽວແບບຍືນຍົງ.
ໃນຕອນທ້າຍ, ທ່ານສັນຕິພາບ ຍັງ ໄດ້ກ່າວເຊື້ອເຊີນ ຜູ້ເຂົ້າຮ່ວມທຸກທ່ານ ໃຫ້ເຂົ້າມາຢ້ຽມຊົມຫ້ອງວາງສະແດງສິນຄ້າ ຂອງ ສປປ ລາວ ເພື່ອຊອກຫາ ໂອກາດທາງດ້ານການຄ້າຮ່ວມກັນ ແລະ ສໍາຜັດກັບ ຄວາມກົມກຽວ ທາງດ້ານວັດທະນະທຳ ອັນອຸດົມສົມບູນ ທີ່ເປັນຂີດໝາຍ ແຫ່ງຍຸກໃໝ່ຂອງ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ໄດ້ເຕີບໂຕຂຶ້ນຢ່າງກ້າວກະໂດດ ນັບຕັ້ງແຕ່ເລີ່ມຈັດຂຶ້ນ ໃນປີ 2013. ທ່ານ ຫວັງ ໜິງ (Wang Ning) ເລຂາຄະນະບໍລິຫານງານ ພັກແຂວງຢູນນານ ໄດ້ໃຫ້ຂໍ້ສັງເກດວ່າ ປະເທດທີ່ເຂົ້າຮ່ວມ ໄດ້ຂະຫຍາຍຕົວ ຈາກພາກພື້ນອາຊີໃຕ້ ໄປສູ່ ຫຼາຍກວ່າ 80 ປະເທດ ແລະ ເຂດແຄວ້ນທົ່ວໂລກ.

ໃນປີນີ້ ຖືວ່າສ້າງສະຖິຕິສູງສຸດ ເປັນປະຫວັດສາດ ໂດຍມີ ຄະນະຜູ້ແທນຂັ້ນສູງຈາກ ບັນດາປະເທດ ເປັນຕົ້ນ ນອກຈາກ ສປປ. ລາວ ແລ້ວ ຍັງມີ ອີຕາລີ, ອົດສະຕຣາລີ ແລະ ອູຣູກວາຍ ເຂົ້າຮ່ວມ ເປັນຄັ້ງທຳອິດ ພ້ອມທັງ ມີບໍລິສັດໃໝ່ໆ ຈາກເຢຍລະມັນ, ບຣາຊິນ ແລະ ເອຢິບ ເຂົ້າຮ່ວມ ນຳອີກ. ໃນໄລຍະ 9 ຄັ້ງທີ່ຜ່ານມາ, ງານວາງສະແດງນີ້ໄດ້ຊ່ວຍອຳນວຍ ຄວາມສະດວກ ໃຫ້ແກ່ການລົງນາມ ໃນໂຄງການຕ່າງໆ ຫຼາຍກວ່າ 3.000 ໂຄງການ, ໂດຍມີ ມູນຄ່າການຄ້າ ຕ່າງປະເທດທະລຸ 100 ຕື້ໂດລາສະຫະລັດ.
ເພື່ອເປັນການ ເສີມຂະຫຍາຍ ການເຕີບໂຕນີ້, ທ່ານ ຢານ ຕົງ (Yan Dong) ຮອງລັດຖະມົນຕີ ກະຊວງການຄ້າ ຂອງຈີນ ໄດ້ເນັ້ນໜັກເຖິງ ບົດບາດຂອງຈີນ ໃນຖານະເປັນ ຄູ່ຄ້າທີ່ໃຫຍ່ທີ່ສຸດ ຂອງຫຼາຍປະເທດ ໃນອາຊີໃຕ້. ທ່ານ ໄດ້ຢ້ຳເຖິງຄວາມມຸ່ງໝັ້ນ ຂອງຈີນ ໃນການພັດທະນາ ພາກພື້ນແບບ ປະສານງານ ໂດຍຊີ້ໃຫ້ເຫັນວ່າ ຈີນ ໄດ້ໃຫ້ສິດທິພິເສດ ດ້ານອັດຕາພາສີເປັນສູນ (Zero-tariff) ຝ່າຍດຽວ ໃຫ້ແກ່ 98% ຂອງ ລາຍ ການສິນຄ້າ ທີ່ ຕ້ອງເສຍພາສີ ມາຈາກບັນດາ ປະເທດ ດ້ອຍພັດທະນາທີ່ສຸດ ໃນພາກພື້ນ, ພ້ອມທັງ ການນຳໃຊ້ ລະບົບອີຄອມເມີດ (E-commerc e) ແລະ ງານວາງສະແດງ ການຄ້າ ຂະໜາດໃຫຍ່ ຢ່າງຕັ້ງໜ້າ ເພື່ອຍົກລະດັບຊີວິດ ການເປັນຢູ່ຂອງປະຊາ ຊົນທ້ອງຖິ່ນ.
ໃນຂະນະທີ່ ເຄືອຂ່າຍທາງລົດໄຟ Pan-Asian ພວມຫຍັບເຂົ້າ ໃກ້ຄວາມເປັນຈິງເລື້ອຍໆ ເຊິ່ງໄດ້ຮັບແຮງຊຸກຍູ້ ຈາກຄວາມຄືບໜ້າ ຂອງເສັ້ນ ທາງ ລົດໄຟ ຂະໜາດ ມາດຕະຖານຈີນ-ຫວຽດນາມ. ງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 10 ນີ້ ໄດ້ເນັ້ນທີ່ຕັ້ງ ຂອງແຂວງຢູນນານ ໃນການເປັນ ດ່ານໜ້າ ແຫ່ງການເປີດປະຕູ ສູ່ພາຍນອກ ຂອງຈີນ ເພື່ອໄປສູ່ອາຊີໃຕ້ ແລະ ອາຊີຕາເວັນອອກ ສຽງໃຕ້.
KPL