ຂປລ
ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ທາງລັດຖະກິດ ເມື່ອບໍ່ດົນມານີ້ ໄດ້ສະເໜີ 4 ຂໍ້ສຳຄັນ ເພື່ອແນໃສ່ເສີມ ຂະຫຍາຍ ການພັດທະນາ ການພົວພັນສອງພັກ-ສອງລັດ ແບບຍາວນານ ແລະ ທ່າອຽງຂອງຍຸກສະໄໝ ຄື “ຍຶດໝັ້ນ ຖືການແລກປ່ຽນ ລະຫວ່າງ ການນຳຂັ້ນສູງ ເປັນການຊີ້ນຳ-ນຳພາ ແລະ ເສີມສ້າງພື້ນຖານຄວາມໄວ້ເນື້ອເຊື່ອໃຈ ທາງການເມືອງໃຫ້ແໜ້ນແກ່ນ”

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ທາງລັດຖະກິດ ເມື່ອບໍ່ດົນມານີ້ ໄດ້ສະເໜີ 4 ຂໍ້ສຳຄັນ ເພື່ອແນໃສ່ເສີມ ຂະຫຍາຍ ການພັດທະນາ ການພົວພັນສອງພັກ-ສອງລັດ ແບບຍາວນານ ແລະ ທ່າອຽງຂອງຍຸກສະໄໝ ຄື “ຍຶດໝັ້ນ ຖືການແລກປ່ຽນ ລະຫວ່າງ ການນຳຂັ້ນສູງ ເປັນການຊີ້ນຳ-ນຳພາ ແລະ ເສີມສ້າງພື້ນຖານຄວາມໄວ້ເນື້ອເຊື່ອໃຈ ທາງການເມືອງໃຫ້ແໜ້ນແກ່ນ”, “ຍຶດໝັ້ນ ຖືການສ້າງຄວາມຜາສຸກໃຫ້ແກ່ ປະຊາຊົນເປັນເປົ້າ ໝາຍ ແລະ ຍົກສູງລະດັບການຮ່ວມມື ທີ່ຕິດແທດຕົວຈິງ”, “ຍຶດໝັ້ນ ຖືການສືບທອດ ມິດຕະພາບທີ່ເປັນ ມູນເຊື້ອເປັນພະລັງຂັບເຂື່ອນ ແລະ ຮັດແໜ້ນ ຄວາມຜູກພັນທາງຈິດໃຈ ຂອງປະຊາຊົນ” ແລະ “ຍຶດໝັ້ນ ຖືຄວາມຍຸຕິທຳ ແລະ ຄວາມເປັນທຳເປັນຫລັກການ ແລະ ເພີ່ມເນື້ອໃນ ຂອງການປະສານງານ ທາງຍຸດທະສາດ ໃຫ້ອຸດົມສົມບູນກວ່າເກົ່າ”. ຂໍ້ສະເໜີທັງ 4 ຂໍ້ດັ່ງກ່າວ ໄດ້ວາງແຜນກ່ຽວກັບອະນາຄົດ ແລະ ໃຫ້ຄຳແນະນຳແກ່ການພັດທະນາການພົວພັນ ສປ ຈີນ-ສປປ ເກົາຫລີ ໃນຍຸກໃໝ່. ສາເຫດທີ່ເຮັດໃຫ້ມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສປ ຈີນ ກັບ ສປປ ເກົາຫລີ ໄດ້ຮັບການສືບທອດກັນ ມາຫລາຍຮຸ່ນຄົນ ໂດຍຜ່ານການທົດສອບ ຂອງສະຖານະການສາກົນ ທີ່ຜັນແປຢ່າງສະຫລັບ ຊັບຊ້ອນນັ້ນ, ຂໍກະແຈສຳຄັນ ແມ່ນຍ້ອນການນຳພາ ແລະ ການຊີ້ນຳທິດທາງ ຂອງການນຳສູງສຸດ. ການແລກປ່ຽນລະດັບສູງລະຫວ່າງການນຳຂັ້ນສູງຂອງສອງປະເທດ ໄດ້ຊ່ວຍເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ທາງການເມືອງ ລະຫວ່າງ ສປ ຈີນ-ສປປ ເກົາຫລີ ແລະ ເພີ່ມພະລັງຂັບເຂື່ອນ ຢ່າງແຂງແຮງ ເຂົ້າໃນການພັດທະນາ ການພົວພັນສອງພັກ-ສອງລັດ. ໃນຖານະທີ່ເປັນເພື່ອນຮ່ວມເດີນຕາມເສັ້ນທາງສັງຄົມນິຍົມ, ສປ ຈີນ ແລະ ສປປ ເກົາຫລີ ຕ່າງກໍຜະເຊີນໜ້າກັບ ພາລະກິດ ພັດທະນາ ເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸກຍູ້ການພັດທະນາ ປະເທດຢ່າງຮອບດ້ານ. ສປ ຈີນ ເປັນຄູ່ການຄ້າໃຫຍ່ ອັນດັບໜຶ່ງຂອງ ສປປ ເກົາຫລີ. ໃນໄຕມາດທຳອິດປີນີ້, ມູນຄ່າການຄ້າ ສອງຝ່າຍໄດ້ເພີ່ມຂຶ້ນ 14,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນການຢ້ຽມຢາມຄັ້ງນີ້, ທ່ານ ສີ ຈິ້ນຜິງ ຊີ້ອອກວ່າ: ສອງປະເທດຕ້ອງ “ເພີ່ມທະວີ ການຮ່ວມມືຕົວຈິງ ໃນຂົງເຂດເສດຖະກິດການຄ້າ, ກະສິກຳ, ການກໍ່ສ້າງ, ວິທະຍາສາດ ເຕັກໂນໂລຊີ, ສາທາລະນະສຸກ ແລະອື່ນໆ” ແລະ “ຂະຫຍາຍການແລກປ່ຽນ ລະຫວ່າງ ປະຊາຊົນສອງຊາດ”. ມາດຕະການດັ່ງກ່າວ ຈະຊ່ວຍຍົກລະດັບການຮ່ວມມືຈີນ-ສປປ ເກົາຫລີ ຕື່ມອີກ, ທັງຊຸກຍູ້ການສ້າງຄວາມທັນສະໄໝ ຂອງປະເທດໃຜລາວ ແລະ ສະແດງໃຫ້ເຫັນເຖິງທ່າແຮງທີ່ພົ້ນເດັ່ນ ແລະ ອະນາຄົດທີ່ສະຫວ່າງສະໄຫວ ຂອງສັງຄົມນິຍົມ ຢ່າງບໍ່ຢຸດຢັ້ງ.ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງ ສັງຄົມນິຍົມທີ່ເປັນມິດ, ສປ ຈີນ ແລະ ສປປ ເກົາຫລີ ມີການສະແຫວງຫາຮ່ວມໃນດ້ານການຊຸກຍູ້ຄວາມສະຫງົບຖາວອນຂອງພາກພື້ນ ກໍຄືສັນຕິພາບ ແລະ ສະຖຽນລະພາບຂອງໂລກ. ທ່ານກິມເຈິງອຸນກ່າວວ່າ: ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ 4 ຂໍ້ລິເລີ່ມທົ່ວໂລກ ທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ ມີຄວາມໝາຍເລິກເຊິ່ງ ແລະ ຍາວນານຕໍ່ການຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຍ້ອງຍໍຊົມເຊີຍຈາກປະຊາຊົນທົ່ວໂລກ. ນັກວິເຄາະເຫັນວ່າ: ສປ ຈີນ ແລະ ສປປ ເກົາຫລີ ເພີ່ມທະວີການປະສານງານທາງຍຸດທະສາດ ໃນລະດັບສູງ ໄດ້ສ້າງເນື້ອໃນໃໝ່ໃນຍຸກສະໄໝໃໝ່ ໃຫ້ແກ່ການພົວພັນສອງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL