ຂປລ
ເວທີປາໄສ ອະນາຄົດ ອາຊຽນ ປີ 2026, ຜູ້ຕາງໜ້າ ບັນດາປະເທດ ແລະ ຜູ້ແທນສາກົນ ພ້ອມກັນ ປຶກສາຫາລືໃນ 3 ຫົວຂໍ້ ທີ່ໜ້າສົນໃຈ, ລວມມີ: ການພົວພັນ ລະຫວ່າງ ສ.ອາເມລິກາ-ອາຊຽນ, ຊຸກຍູ້ຄວາມໝັ້ນຄົງ ດ້ານພະລັງງານ ແລະ ບັນດາຮູບແບບ ພັດທະນາ ໃນສະພາບການຫັນປ່ຽນ ພວມຈັດຂຶ້ນໃນທົ່ວໂລກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເວທີປາໄສ ອະນາຄົດ ອາຊຽນ ປີ 2026, ຜູ້ຕາງໜ້າ ບັນດາປະເທດ ແລະ ຜູ້ແທນສາກົນ ພ້ອມກັນ ປຶກສາຫາລືໃນ 3 ຫົວຂໍ້ ທີ່ໜ້າສົນໃຈ, ລວມມີ: ການພົວພັນ ລະຫວ່າງ ສ.ອາເມລິກາ-ອາຊຽນ, ຊຸກຍູ້ຄວາມໝັ້ນຄົງ ດ້ານພະລັງງານ ແລະ ບັນດາຮູບແບບ ພັດທະນາ ໃນສະພາບການຫັນປ່ຽນ ພວມຈັດຂຶ້ນໃນທົ່ວໂລກ. ທ່ານ ຄຣີສໂຕເຟີ ແລນດາວ(Christopher Landau), ຮອງລັດຖະມົນຕີ ການຕ່າງປະເທດ ອາເມລິກາ ແລກປ່ຽນກັບ ທ່ານ ປອ. ຫງວຽນ ຮຸ່ງເຊີນ, ຫົວໜ້າສະຖາບັນ ການພົວພັນຕ່າງປະເທດ ໃນຂອບເຂດເວທີປາໄສ ອະນາຄົດ ອາຊຽນ(ASEAN) ໃນໂອກາດນີ້ ທ່ານ ຄຣີສໂຕເຟີ ແລນດາວ ໄດ້ຫວນຄືນ ການຮ່ວມມື ໃນຫລາຍຂົງເຂດຄື ເສດຖະກິດ, ພະລັງງານ, ປັນຍາປະດິດ, ເຕັກນິກ ດີຈີຕອນ. ອາຊຽນ ແມ່ນພາກພື້ນໜຶ່ງ ທີ່ມີຄວາມຫລາກຫລາຍ ເມື່ອມີບັນດາປະເທດສະມາຊິກ ພວມຢູ່ບັນດາໄລຍະພັດທະນາ ເສດຖະກິດ ທີ່ແຕກຕ່າງກັນ. ດັ່ງນັ້ນ, ສ.ອາເມລິກາ ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ພາກພື້ນ ອາຊຽນ ທັງຢູ່ລະດັບຫລາຍຝ່າຍ ແລະ ສອງຝ່າຍ. ໃນວາລະປຶກສາຫາລື ກ່ຽວກັບ ການຊຸກຍູ້ຄວາມໝັ້ນຄົງ ດ້ານພະລັງງານ, ບັນດາຜູ້ແທນ ໄດ້ປຶກສາຫາລື ກ່ຽວກັບການສ້າງຄວາມໝັ້ນຄົງ ດ້ານພະລັງງານ ຄືນໃໝ່ ຄືເປັນສິ່ງທ້າທາຍ ຍຸດທະສາດ ໃນຈຸດເວລາ ລະຫວ່າງ ກາງການເຕີບໂຕ ເສດຖະກິດ, ປະຕິບັດ ຄຳໝັ້ນ ສັນຍາ ກ່ຽວກັບດິນຟ້າອາກາດ ແລະ ຄວາມສາມາດຟື້ນຟູ ຂອງພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL