ຂປລ
ເນື່ອງຈາກສະ ພາບຄວາມວຸ່ນວາຍ ທາງດ້ານຄວາມໝັ້ນຄົງ ໃນພາກພື້ນ, ຊ່ອງແຄບຮໍມຸສ ຈະປິດຕັ້ງແຕ່ ວັນທີ 11 ມິຖຸນານີ້ ເປັນຕົ້ນໄປ ສຳລັບ ກຳປັ່ນທຸກປະເພດ ລວມທັງ ກຳປັ່ນຂົນສົ່ງນ້ຳມັນ ແລະ ກຳປັ່ນສິນຄ້າ, ກຳປັ່ນໃດກໍຕາມ ທີ່ຢາກແລ່ນຜ່ານຊ່ອງ ແຄບຮໍມຸສ ລ້ວນແຕ່ຈະຖືກໂຈມຕີ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງທັບອີຣານ ອອກຖະແຫລງການວ່າ: ເນື່ອງຈາກສະ ພາບຄວາມວຸ່ນວາຍ ທາງດ້ານຄວາມໝັ້ນຄົງ ໃນພາກພື້ນ, ຊ່ອງແຄບຮໍມຸສ ຈະປິດຕັ້ງແຕ່ ວັນທີ 11 ມິຖຸນາ ນີ້ ເປັນຕົ້ນໄປ ສຳລັບ ກຳປັ່ນທຸກປະເພດ ລວມທັງ ກຳປັ່ນຂົນສົ່ງນ້ຳມັນ ແລະ ກຳປັ່ນສິນຄ້າ, ກຳປັ່ນໃດກໍຕາມ ທີ່ຢາກແລ່ນຜ່ານຊ່ອງ ແຄບຮໍມຸສ ລ້ວນແຕ່ຈະຖືກໂຈມຕີ. ກອງທະຫານເຮືອ ຂອງກອງກຳລັງປ້ອງກັນ ການປະຕິວັດ ອິດສະລາມອີຣານ ໄດ້ປະກາດວ່າ: ຍ້ອນ ສ.ອາເມລິກາ ໄດ້ລະເມີດສັນຍາຢຸດຍິງ ເທື່ອແລ້ວ ເທື່ອອີກ, ຊ່ອງແຄບຮໍມຸສ ຈຶ່ງຖືກປິດຈົນກວ່າ ຈະມີການແຈ້ງຕື່ມອີກ.ກອງກຳລັງປ້ອງກັນການປະຕິວັດ ອິດສະລາມ ອີຣານ ເຕືອນວ່າ: ຫ້າມບໍ່ໃຫ້ກຳປັ່ນລຳໃດ ແລ່ນອອກຈາກນ່ານນ້ຳຂອງຕົນ ໃນອ່າວເປີເຊຍ ແລະ ອ່າວໂອມານ, ການເຂົ້າໃກ້ຊ່ອງແຄບ ຮໍມຸສ ຈະຖືກຖືວ່າ ເປັນການ ຮ່ວມມືກັບ ສັດຕູ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL