ຂປລ
ຂະບວນລົດໄຟ ອາຊີກາງ ຂະບວນໜຶ່ງ ໄດ້ເດີນທາງອອກຈາກສະຖານນີ ຊູ່ໂຈ່ວຕາເວັນຕົກ, ອອກເມືອງຜ່ານດ່ານພິງຊຽງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີຈີນ, ໄປຮອດສະຖານີ ອຽນວຽນ ໃນນະຄອນຫລວງຮ່າໂນ້ຍ ຂອງ ສສ ຫວຽດນາມ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 10 ມິຖຸນານີ້, ຂະບວນລົດໄຟ ອາຊີກາງ ຂະບວນໜຶ່ງ ໄດ້ເດີນທາງອອກຈາກສະຖານນີ ຊູ່ໂຈ່ວຕາເວັນຕົກ, ອອກເມືອງຜ່ານດ່ານພິງຊຽງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີຈີນ, ໄປຮອດສະຖານີ ອຽນວຽນ ໃນນະຄອນຫລວງຮ່າໂນ້ຍ ຂອງ ສສ ຫວຽດນາມ, ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າ: ຊ່ອງທາງຂົນສົ່ງສິນຄ້າ ທາງລົດໄຟ ຂ້າມຊາດ ຈາກນະຄອນຊູ່ໂຈ່ວ ແຂວງຈ່ຽງຊູ່ຂອງ ສປ ຈີນ ໄປຫາປະເທດສະມາຊິກອາຊຽນ ໂດຍກົງໄດ້ກ້າວເຂົ້າສູ່ ໄລຍະທີ່ ໃຫ້ການບໍລິການ ແບບປົກກະຕິ ຢ່າງເປັນທາງການ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL