ຂປລ
ທ່ານ ເປີຣຕາມິນາ (Pertamina) ຝ່າຍຮັບຜິດຊອບລັດວິສາຫະກິດ ດ້ານພະລັງງານ ຂອງ ອິນໂດເນເຊຍ ປະກາດວ່າ ຈະປັບຂຶ້ນ ລາຄາ ນໍ້າມັນ ແອັດຊັງອອກເທນ 92 (Pertamax) ແລະ ອອກເທນ 95 (Pertamax Green) ປະມານ 32%,
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ເປີຣຕາມິນາ (Pertamina) ຝ່າຍຮັບຜິດຊອບລັດວິສາຫະກິດ ດ້ານພະລັງງານ ຂອງ ອິນໂດເນເຊຍ ປະກາດວ່າ ຈະປັບຂຶ້ນ ລາຄາ ນໍ້າມັນ ແອັດຊັງອອກເທນ 92 (Pertamax) ແລະ ອອກເທນ 95 (Pertamax Green) ປະມານ 32%,ຖືເປັນ ການປັບຂຶ້ນ ລາຄານໍ້າມັນ ທີ່ ຄົນຊັ້ນກາງນິຍົມໃຊ້ ເປັນວົງກວ້າງ ຄັ້ງທຳອິດ, ນັບແຕ່ ລາຄານໍ້າມັນ ໃນຕະຫລາດໂລກ ເພີ່ມສູງຂຶ້ນ ເນື່ອງມາຈາກ ສົງຄາມ ອີຣານ. ການປັບຂຶ້ນລາຄາ ໃນຄັ້ງນີ້ ແມ່ນເກີດຂຶ້ນ ຫລັງຈາກ ການປະເມີນ ຕາມສູດກຳນົດ ລາຄາ ທີ່ ລັດຖະບານກຳນົດໄວ້ ແລະ ເປັນສ່ວນໜຶ່ງ ຂອງ ຄວາມພະຍາຍາມ ໃນການຮັກສາ ສະຖຽນລະພາບ ດ້ານການ ຈັດຫາ ແລະ ແຈກຢາຍເຊື້ອໄຟ ຄຸນນະພາບສູງ ໃຫ້ເປັນໄປ ຢ່າງມີປະສິດ ທິພາບ./
KPL