ຂປລ
ທ່ານ ຟານວັນຢາງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Izumi Nakamitsu, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 09 ມິຖຸນາ, ທ່ານ ຟານວັນຢາງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Izumi Nakamitsu, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ, ທັງເປັນ ຜູ້ຕາງໜ້າ ຂັ້ນສູງ ຂອງ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ກ່ຽວກັບ ບັນດາ ບັນຫາ ຫລຸດຜ່ອນ ກຳລັງອາວຸດ ເນື່ອງໃນໂອກາດ ເຂົ້າຮ່ວມ ເວທີປາໄສ ອະນາຄົດ ອາຊຽນ (AFF) ຄັ້ງທີ 3, ຈັດຂຶ້ນແຕ່ວັນທີ 09-10 ມິຖຸນາ.
ການພົບປະໃນຄັ້ງນີ້, ທ່ານ ຟານວັນຢາງ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນ ລັດທິຫລາຍຝ່າຍ, ກົດໝາຍສາກົນ ແລະ ບົດບາດໃຈກາງ ທີ່ບໍ່ສາມາດ ປ່ຽນແທນ ຂອງ ສະຫະປະຊາຊາດ, ກຽມພ້ອມຈະແບ່ງປັນ ບົດຮຽນກັບສະຫະປະຊາຊາດ ແລະ ບັນດາປະເທດ ກ່ຽວກັບ ການແກ້ໄຂ ຜົນຮ້າຍຢ້ອນຫລັງ ພາຍຫລັງສົງຄາມ.
ນອກຈາກນີ້ ຫວຽດນາມ ຍັງສະເໜີໃຫ້ ສະຫະປະຊາຊາດ ສືບຕໍ່ ໜູນຊ່ວຍ ຫວຽດນາມ ກ່ຽວກັບເລື່ອງ ໃຫ້ຄຳປຶກສາ ນະໂຍບາຍ, ພູມປັນຍາ, ເຕັກໂນໂລຊີ ແລະ ແຫລ່ງກຳລັງ; ໃຫ້ສອງ ຝ່າຍ ສ້າງຂອບ ການຮ່ວມມື ຍຸດທະສາດ ລະຫວ່າງ ຫວຽດນາມ-ສະຫະປະຊາຊາດ ໃນໄລຍະ 2027-2031 ໃຫ້ສຳເລັດໂດຍໄວ. ພ້ອມກັນນັ້ນ, ທ່ານ ຍັງສະເໜີໃຫ້ ສະປະຊາຊາດ ເອົາໃຈໃສ່ ໜູນຊ່ວຍ ຫວຽດນາມ ໃນການ ບຳລຸງສ້າງ ກ່ຽວກັບ ການຫລຸດຜ່ອນ ກຳລັງອາວຸດ, ໂດຍສະເພາະ ບັນດາສິ່ງທ້າທາຍ ດ້ານຄວາມໝັ້ນຄົງ ແລະ ເຕັກໂນໂລຊີ ຫາກໍ່ພົ້ນເດັນ.
ສ່ວນ ທ່ານນາງ Izumi Nakamitsu, ໄດ້ເນັ້ນໜັກວ່າ: ຫວຽດນາມ ເປັນແບບຢ່າງທີ່ດີ ໃນການ ຮ່ວມມືກັບ ສະຫະປະຊາຊາດ, ພ້ອມກັນນັ້ນ ຍັງຢືນຢັນວ່າ ກຸ່ມບັນດາອົງການ ສະຫະປະຊາຊາດ ປະຈຳ ຫວຽດນາມ (UNCT) ໄດ້ສືບຕໍ່ຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນວິວັດການ ປະຕິບັດ ບັນດາ ເປົ້າໝາຍ ພັດທະນາ ກໍຄື: ຄຳໝັ້ນສັນຍາສາກົນ ໃນໄລຍະຈະມາເຖິງ; ພ້ອມແລ້ວ ທີ່ຈະໜູນຊ່ວຍ ແລະ ສົ່ງເສີມ ຫວຽດນາມ ຕັ້ງໜ້າ ເຂົ້າຮ່ວມ ບັນດາການເຄື່ອນໄຫວ ຮ່ວມມືບຳລຸງສ້າງ ກ່ຽວກັບ ການຫລຸດຜ່ອນ ກຳລັງອາວຸດ./
KPL