ຂປລ
ກະຊວງ ສາທາ ລະນະສຸກ ກົງໂກ ເປີດເຜີຍວ່າ: ສະຖານະການ ແພ່ລະບາດຂອງ ພະຍາດ ອີໂບລາ ຍັງຄົງມີ ທ່າອຽງ ຮຸນແຮງຂຶ້ນ ຢ່າງຕໍ່ເນື່ອງ , ໂດຍຫລ້າສຸດ ຜູ້ຕິດເຊື້ອທີ່ໄດ້ຮັບ ການຢືນຢັນແລ້ວເພີ່ມຂຶ້ນສູງເຖິງ 550 ຄົນ, ໃນນີ້ ລວມເຖິງ ຜູ້ເສຍຊີວິດ 101 ຄົນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງ ສາທາ ລະນະສຸກ ກົງໂກ ເປີດເຜີຍວ່າ: ສະຖານະການ ແພ່ລະບາດຂອງ ພະຍາດ ອີໂບລາ ຍັງຄົງມີ ທ່າອຽງ ຮຸນແຮງຂຶ້ນ ຢ່າງຕໍ່ເນື່ອງ , ໂດຍຫລ້າສຸດ ຜູ້ຕິດເຊື້ອທີ່ໄດ້ຮັບ ການຢືນຢັນແລ້ວເພີ່ມຂຶ້ນສູງເຖິງ 550 ຄົນ, ໃນນີ້ ລວມເຖິງ ຜູ້ເສຍຊີວິດ 101 ຄົນ.
ເຈົ້າໜ້າທີ່ ທາງການ ລະບຸວ່າ ແຜນພູມ ໄດ້ສະແດງ ໃຫ້ເຫັນເຖິງ ເສັ້ນໂຄ້ງ ການແພ່ລະບາດ ທີ່ ສົ່ງສັນຍານ ຫລຸດລົງເລັກນ້ອຍ ກ່ອນໜ້ານີ້ ອາດເປັນການລາຍງານ ຜົນແລັບ ທີ່ຊັກຊ້າ ແລະ ບໍ່ໄດ້ສະທ້ອນເຖິງ ການຢຸດຈຶ້ງ ຂອງການ ແພ່ເຊື້ອທີ່ແທ້ຈິງ, ເນື່ອງຈາກ ສະພາບລວມ ແຕ່ລະອາທິດ ຍັງຄົງຢູ່ໃນທິດທາງ ເພີ່ມຂຶ້ນ./
KPL