ຫວຽດນາມ-ໄທ ສູ້ຊົນໃຫ້ບັນລຸວົງເງິນການຄ້າ 25 ຕື້ໂດລາ ສະຫະລັດ

10/06/2026 18:10
ຂປລ ໂດຍໄດ້ຮັບຄຳເຊື້ອເຊີນ ຂອງ ທ່ານ ເລມິງຮຶງ ນາຍົກ ລັດຖະມົນຕີ ຫວຽດນາມ, ທ່ານ ອະນຸທິນ ຊານວີຣະກູນ ນາຍົກ ລັດຖະມົນຕີ ແຫ່ງລາຊະອານາຈັກ ໄທ ໄປຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມ ເວທີປາໄສ ອະນາຄົດ ອາຊຽນ ຄັ້ງທີ 3 ໂດຍເລີ່ມແຕ່ ວັນທີ 8-9 ມິຖຸນາ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ ​ຂອງ​ ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ ລັດ​ຖະ​ມົນ​ຕີ    ຫ​ວຽດ​ນາມ, ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ​ນາ​ຍົກ​ ລັດ​ຖະ​ມົນ​ຕີ ​ແຫ່ງລາ​ຊະ​ອາ​ນາ​ຈັກ ໄທ ໄປຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ ​ເວ​ທີ​ປາ​ໄສ ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3 ໂດຍເລີ່ມແຕ່​ ວັນ​ທີ 8-9 ມິ​ຖຸ​ນາ.

​ພາຍຫລັງ ພິ​ທີ​ຕ້ອນ​ຮັບ​ ແລະ ​ເຈ​ລະ​ຈາ ​, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ນະ​ຄອນຫລວງຮ່າ​ໂນ້ຍ, ທ່ານ ​ເລ​ມິງ​ຮຶງ ແລະ ທ່ານ​ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ໄດ້ເຫັນ​ດີ​ ເປັນ​ເອ​ກະ​ພາບ​ ສືບ​ຕໍ່​ເພີ່ມ​ທະ​ວີ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ດ້ານ​ການ​ເມືອງ, ຜັນ​ຂະ​ຫຍາຍ ​ການ​ພົວ​ພັນ​ ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ ​ຮອບ​ດ້ານ​ ໃຫ້​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປ້ອງ​ກັນ​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ແລະ ອື່ນໆ.

ໂດຍສະເພາະ ຂົງ​ເຂດ​ເສດ​ຖະ​ກິດ,  ການ​ນຳ​ສອງ​ທ່ານ ​ໄດ້​ເຫັນ​ດີ ​ເປັນ​ເອ​ກະ​ພາບ ​ຊຸກ​ຍູ້​ ການ​ເຊື່ອມ​ຕໍ່ ການ​ຄົມ​ມະ​ນາ​ຄົມ, ໂລຈີສະຕິກ, ການ​ບິນ ແລະ ການ​ທ່ອງ​ທ່ຽວ, ຄົ້ນ​ຄ້​ວາ ພັດ​ທະ​ນາ ​ບັນ​ດາ ​ເສັ້ນ​ທາງ​ຂົນ​ສົ່ງ​ ທາງ​ບົກ, ທາງ​ນ້ຳ ​ແຄມ​ທະ​ເລ​ເຊື່ອມ​ຕໍ່​ ລະຫວ່າງ ສອງ​ປະ​ເທດ ແລະ ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ, ເສີມ​ຂະ​ຫຍາຍ ​ກົນ​ໄກ ​ຄະ​ນະ​ກຳ​ມະ​ການ ​ປະ​ສົມ ​ການ​ຄ້າ ຫວຽດ​ນາມ-ໄທ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ເງື່ອນ​ໄຂ ຄວາມ​ສະ​ດວກ ​​ເພື່ອໃຫ້​​ສິນ​ຄ້າ​ເຂົ້າ​ເຖິງ ​ຕະຫລາດ​ຂອງສອງຝ່າຍ, ສູ້​ຊົນ​ໃຫ້ບັນ​ລຸ ​​​ວົງ​ເງິນ​ການ​ຄ້າ ຈຳນວນ 25 ຕື້ໂດລາ ສະຫະລັດໂດຍ​ໄວ ເພື່ອມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ 50 ຕື້ໂດລາ ສະຫະລັດ.

ນອກຈາກນີ້, ສອງ​ຝ່າຍ ຍັງເຫັນ​ດີ​ ເປັນ​ເອ​ກະ​ພາບ​ ສືບ​ຕໍ່​ປະ​ສານ​ ສົມ​ທົບ​​ກັນ ຢ່າງ​ແໜ້ນ​ແຟ້ນ ​ຢູ່ ອາ​ຊຽນ ແລະ ບັນ​ດາ​ ກົນ​ໄກຫລາຍ​ຝ່າຍ, ພ້ອມທັງເນັ້ນ​ໜັກ​ເຖິ​ງ ​​ຄວາມ​ສຳ​ຄັນ​ ຂອງ ​ການ​ຮັກ​ສາ​ ຄວາມ​ສາ​ມັກ​ຄີ, ​ເອ​ກະ​ພາບ ແລະ ບົດ​ບາດ​ໃຈ​ກາງ​ ຂອງ ອາ​ຊຽນ; ຊຸກ​ຍູ້​ຫລັກ​ໝັ້ນ​ລວມ​ ຂອງ ອາ​ຊຽນ ກ່ຽວ​ກັບ​ ທະ​ເລ​ ຕາ​ເວັນ​ອອກ ​​ບົນ​ພື້ນ​ຖານ​ກົດ​ໝາຍ ​ສາ​ກົນ, ພິ​ເສດ​ ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ​ກ່ຽວ​ກັບ ກົດ​ໝ​າຍ ​ວ່າ​ດ້ວຍ​ທະ​ເລ ​ປີ 1982 (UNCLOS 1982), ຊຸກ​ຍູ້​ການ​ຮ່ວມ​ມື​ ໃນ​ກົນ​ໄກ​ ຮ່ວມ​ມື ​ຍຸດ​ທະ​ສາດ​ ເສດ​ຖະ​ກິດ​ ສາມ​ແມ່​ນ້ຳ Ayeyawady-Chao Phraya-Mekong (ACMECS)./

KPL

ຂ່າວອື່ນໆ

ads
ads

Top