ຮ້ານອາຫານລາວປະຍຸກ ຍົກລະດັບຄວາມແຊບອາຫານລາວສູ່ສາກົນ

08/06/2026 10:15
Email Print 367
ຂປລ ຂປລ."ໃນຍຸກທີ່ວັດທະນະທຳອາຫານອາຊີຕາເວັນອອກສ່ຽງໃຕ້ກຳລັງແຜ່ອິດທິພົນໄປທົ່ວໂລກ, "ອາຫານລາວ" ໄດ້ກາຍເປັນໜຶ່ງໃນ ເອກະລັກ ທີ່ມີຄວາມໂດດເດັ່ນທີ່ສຸດ; ດ້ວຍລົດຊາດທີ່ມີຄວາມແຊບຊ້ອຍ, ມີຄວາມນົວດ້ວຍນ້ຳປາແດກ ແລະ ຫອມຢາພື້ນເມືອງ ເຮັດໃຫ້ໃນປັດຈຸບັນ ທຸລະກິດຮ້ານອາຫານລາວ ບໍ່ພຽງແຕ່ເຕີບໃຫຍ່ໃນປະເທດລາວ ແລະ ປະເທດເພື່ອນບ້ານເທົ່ານັ້ນ

ຂປລ."ໃນຍຸກທີ່ວັດທະນະທຳອາຫານອາຊີຕາເວັນອອກສ່ຽງໃຕ້ກຳລັງແຜ່ອິດທິພົນໄປທົ່ວໂລກ, "ອາຫານລາວ" ໄດ້ກາຍເປັນໜຶ່ງໃນ ເອກະລັກ ທີ່ມີຄວາມໂດດເດັ່ນທີ່ສຸດ; ດ້ວຍລົດຊາດທີ່ມີຄວາມແຊບຊ້ອຍ, ມີຄວາມນົວດ້ວຍນ້ຳປາແດກ ແລະ ຫອມຢາພື້ນເມືອງ ເຮັດໃຫ້ໃນປັດຈຸບັນ ທຸລະກິດຮ້ານອາຫານລາວ ບໍ່ພຽງແຕ່ເຕີບໃຫຍ່ໃນປະເທດລາວ ແລະ ປະເທດເພື່ອນບ້ານເທົ່ານັ້ນ, ແຕ່ຍັງສາມາດຂະຫຍາຍສາຂາ ແລະ ຄອງໃຈ ຜູ້ບໍລິໂພກໃນລະດັບສາກົນໄດ້ຢ່າງໜ້າພາກພູມໃຈ."

     ທ່ານນາງ ວິໄລພອນ ໄຊຍະສານ ເຈົ້າຂອງຮ້ານອາຫານລາວປະຍຸກໄດ້ໃຫ້ຮູ້ວ່າ : ກ່ອນໜ້ານີ້ຂ້າພະເຈົ້າເຄີຍຮຽນ ພ້ອມທັງເຮັດວຽກຢູ່ໂຮງແຮມລະດັບຫ້າດາວແຫ່ງໜຶ່ງໃນສັງຄົມລາວມາກ່ອນ ແລະ ປັດຈຸບັນນີ້ຂ້າພະເຈົ້າໄດ້ເຮັດວຽກເປັນພະນັກງານຝ່າຍປະສານງານກັບພາກລັດຖະບານຂອງໂຄງການສ້າງເຂື່ອນໄຟຟ້າທີ່ຜະລິດໄຟຟ້າເພື່ອສົ່ງອອກໃຫ້ປະເທດເພື່ອນບ້ານ ໂດຍມີປະສົບການ 20 ກວ່າປີກ່ຽວກັບວຽກດ້ານນີ້; ດ້ວຍໃຈມັກຮັກໃນວຽກບໍລິການ ແລະ ການມີໂອກາດໄດ້ຕິດຕາມຮັບໃຊ້ຄະນະນຳຂອງອົງກອນຕ່າງໆທັງພາກລັດ ແລະ ອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ; ໃນຈຸດນີ້ເອງທີ່ສ້າງໃຫ້ຂ້າພະເຈົ້າໄດ້ເກັບກ່ຽວປະສົບການດ້ານທຸລະກິດຮ້ານອາຫານ ແລະ ຖືໂອກາດນຳເອົາປະສົບການທີ່ໄດ້ຮັບມາຖອດຖອນເປັນບົດຮຽນດ້ານທຸລະກິດ; ເມື່ອມີໂອກາດເໝາະສົມຂ້າພະເຈົ້າຈຶ່ງເກີດມີແຮງບັນດານໃຈເປີດຮ້ານອາຫານລາວປະຍຸກແຫ່ງນີ້ຂຶ້ນມາຢ່າງເປັນທາງການໃນວັນທີ 27 ມີນາ 2026. ຫລັງຈາກເປີດຮ້ານຂ້າພະເຈົ້າໄດ້ເນັ້ນໃສ່ສ້າງການຕະຫລາດຜ່ານສື່ສັງຄົມອອນລາຍ ແລະ ສ້າງການຕະຫລາດແບບບອກຕໍ່ກັນຂອງເພື່ອນມິດສະຫາຍໃນສັງຄົມໂດຍສາມາດສ້າງກະແສຕອບຮັບຈາກລູກຄ້າໃນສັງຄົມໄດ້ເປັນຢ່າງດີ; ໃນນີ້ກຸ່ມລູກຄ້າພາຍໃນແມ່ນສູງເຖິງ 70ເປີເຊັນ ແລະ ລູກຄ້າຕ່າງປະເທດອີກ 30ເປີເຊັນ ໂດຍຖືວ່າແມ່ນຄວາມພາກພູມໃຈທີ່ທຸລະກິດຂອງພວກຂ້າພະເຈົ້າກ້າວໄປໄດ້ດ້ວຍດີ.

         ຮ້ານອາຫານລາວປະຍຸກແມ່ນມີຄວາມໂດດເດັ່ນແຕກຕ່າງຢູ່ທີ່ການຕົບແຕ່ງຮ້ານ ພາຍໃຕ້ບັນຍາກາດແບບລາວບູຮານປະສົມປະສານກັບຄວາມທັນສະໄໝໄດ້ຢ່າງລົງຕົວ, ໂດຍໃຊ້ເວລາຕົບແຕ່ງຮ້ານທີ່ໃສ່ໃຈໃນລາຍລະອຽດດ້ວຍຊ່າງສີມືທີ່ເປັນຄົນລາວເຮົາຫລາຍກວ່າ 4 ປີຈຶ່ງຕົບແຕ່ງສຳເລັດ; ໃນນີ້ແຕ່ລະເມນູແມ່ນຈະເນັ້ນສ້າງສັນອາຫານລາວໃຫ້ມີຄວາມໂດດເດັ່ນໃນດ້ານລົດຊາດ ແລະ ການສ້າງສັນໜ້າຕາອາຫານທີ່ມີຄວາມງາມແປກໃໝ່ບໍ່ຄືໃຜ ໂດຍຈະມີການນຳໃຊ້ພາເຂົ້າພື້ນເມືອງແບບຫລວງພະບາງໃນການເສີບໃຫ້ກັບລູກຄ້າ ໂດຍຮັບປະກັນລົດຊາດແຊບເພາະວ່າປຸງໂດຍພໍ່ຄົວຜູ້ມີຊື່ສຽງຈາກລາຍການເຊບກະທະເຫລັກຂອງປະເທດໄທ.

     ພິເສດຂ້າພະເຈົ້າມັກຮັກລົດຊາດອາຫານຈາກສີມືການປຸງແຕ່ງຂອງແມ່ ສາມາດເວົ້າໄດ້ວ່າ : "ອາຫານທີ່ແຊບທີ່ສຸດໃນເວລາທີ່ຂ້າພະເຈົ້າກິນຕອນຍັງນ້ອຍແມ່ນອາຫານສີມືແມ່"; ດັ່ງນັ້ນເມື່ອໄດ້ເປີດທຸລະກິດຮ້ານອາຫານຂ້າພະເຈົ້າຈະເນັ້ນໜັກກັບພໍ່ຄົວວ່າໃຫ້ສ້າງໄດ້ລົດຊາດທີ່ເປັນອາຫານລາວແທ້ໆ ເພື່ອເສີບໃຫ້ກັບລູກຄ້າໃນສັງຄົມໄດ້ຮັບປະທານ; ໃນນີ້ເມນູອາຫານທີ່ຂຶ້ນຊື່ທີ່ສຸດພາຍໃນຮ້ານລາວປະຍຸກສຳລັບອາຫານລາວໄດ້ແກ່ : ເອາະຫລາມຫລວງພະບາງ, ກ້ອຍປາເຄິງ ແລະ ອາຫານສາກົນໄດ້ແກ່ : ສະເຕັກ, ເຂົ້າໜ້າດົ້ງທີ່ໃຊ້ເຂົ້າພ້ອມທັນຍາພືດເຖິງສາມຊະນິດ ແລະ ສະຫລັດເພື່ອສຸຂະພາບນຳໃຊ້ຜັກປອດສານພິດທີ່ປູກໂດຍຮ້ານລາວປະຍຸກເປັນວັດຖຸດິບຫລັກໃນການປຸງແຕ່ງ ແລະ ອີກຫລາກຫລາຍລາຍການອາຫານທີ່ມີຄວາມແຊບໃຫ້ບັນດາລູກຄ້າໄດ້ເລືອກຮັບປະທານ.

     ຮ້ານອາຫານລາວປະຍຸກເປີດບໍລິການລູກຄ້າໃນວັນອັງຄານ - ວັນອາທິດ (ປິດທຸກໆວັນຈັນ), ຮອບບ່າຍໃນເວລາ 11:00ໂມງ - 15:00ໂມງ ແລະ ຮອບຄໍ່າ 17:00ໂມງ – 23:00ໂມງ, ສະຖານທີ່ຕັ້ງຢູ່ບ້ານສະພານທອງເໜືອ(ຮ່ອມກົງກັນຂ້າມກັບສວນ 23 ສິງຫາ; ຢູ່ລະຫວ່າງຂ້າງສູນອອກກຳລັງກາຍແສງດາລາ ແລະ ຂ້າງໂຮງພິມສັນຕິພາບ), ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ຮ້ານອາຫານລາວປະຍຸກ Laopayook Restaurant

ໂດຍ: ເທວາ

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ  ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ

      7/30/2026 10:36:34 AM

      ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.

    • ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນ

      7/30/2026 10:23:38 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.

    • ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່ບົດ-ສາລະຄະດີ

      ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່

      7/30/2026 10:10:28 AM

      ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

    • ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການບົດ-ສາລະຄະດີ

      ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການ

      7/30/2026 10:06:41 AM

      ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.

    • ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ ບົດ-ສາລະຄະດີ

      ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

      7/29/2026 10:28:35 AM

      ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

ads
ads

Top