ຊົນເຜົ່າອາຄາ ໃນ ສປປ ລາວ

08/06/2026 10:10
Email Print 384
ຂປລ ຂປລ. ປະເທດລາວເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ວັດທະນະທຳອັນດີງາມ ໂດຍສະເພາະແມ່ນຄວາມຫລາກຫລາຍສີສັນຂອງບັນດາເຜົ່າເຖິງ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວ ຊຶ່ງໜຶ່ງໃນນັ້ນກໍແມ່ນຊົນເຜົ່າອາຄ າທີ່ມີປະຫວັດຄວາມເປັນມາ, ມີວັດທະນະທຳ,ຮີດຄອງປະເພນີທີ່ເປັນເອກະລັກສະເພາະ.

ຂປລ. ປະເທດລາວເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ວັດທະນະທຳອັນດີງາມ ໂດຍສະເພາະແມ່ນຄວາມຫລາກຫລາຍສີສັນຂອງບັນດາເຜົ່າເຖິງ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວ ຊຶ່ງໜຶ່ງໃນນັ້ນກໍແມ່ນຊົນເຜົ່າອາຄ າທີ່ມີປະຫວັດຄວາມເປັນມາ, ມີວັດທະນະທຳ,ຮີດຄອງປະເພນີທີ່ເປັນເອກະລັກສະເພາະ.

ຊົນເຜົ່າອາຄາ ມີຖິ່ນຖານເດີມຢູ່ມົນທົນໄກວເຈົາ ແລະ ມົນທົນຢູນານ ປະເທດ ຈີນໃນປັດຈຸບັນ. ພາຍຫລັງທີ່ໄດ້ອົບພະຍົກລົງມາທາງຕອນໃຕ້ຂອງມົນທົນຢູນານແລ້ວ ກໍເຄື່ອນຍ້າຍໄປຢູ່ເຂດເມືອງວາ ແລະ ຊຽງຕຸງ ປະເທດ ມຽນມາ, ບໍລິເວນເມືອງ ໄລເຈົາ ປະເທດ ຫວຽດນາມ ແລ້ວຈຶ່ງຄ່ອຍເຄື່ອນຍ້າຍມາຢູ່ຕາມພູເຂົາໃນພາກເໜືອຂອງລາວເຮົາ ໄດ້ປະມານ 200 ກວ່າປີມາແລ້ວ. ສາເຫດທີ່ພາໃຫ້ເຂົາເຈົ້າເຄື່ອນຍ້າຍແມ່ນການຫລົບຫລີກສົງຄາມ, ການບີບບັງຄັບຕ່າງໆ ແລະ ການຊອກບ່ອນທຳການຜະລິດເຫລົ່ານີ້ເປັນຕົ້ນ. ສະນັ້ນ, ເມື່ອມາພົບບໍລິເວນທີ່ເໝາະສົມແກ່ການຕັ້ງຖິ່ນຖານທີ່ຢູ່ອາໄສແລ້ວ, ເຂົາເຈົ້າຈຶ່ງໄດ້ບ່ອນຢູ່ທີ່ໝັ້ນຄົງ ບ່ອນຢູ່ອາໄສບໍລິເວນດິນແດນຂອງ ມຽນມາ, ໄທ, ລາວ ແລະ ຫວຽດນາມ. ພ້ອມກັນນັ້ນ, ເຂດດັ່ງກ່າວຍັງເປັນເຂດອຸດົມສົມບູນ ແລະ ມີອາກາດເຢືອກເຢັນສະບາຍຕະຫລອດປີ. ຊົນເຜົ່ານີ້ມີຊື່ເອີ້ນຫລາຍຊື່, ເຂົາເຈົ້າເອີ້ນຕົນເອງວ່າ : ອາຄາ, ສ່ວນຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ: ອີກໍ,  ແຕ່ຊື່ທີ່ເຂົາເຈົ້າມັກ ແລະ ເອີ້ນເປັນທາງການແມ່ນ ຊົນເຜົ່າອາຄາ ຊຶ່ງປະກອບດ້ວຍຫລາຍແຊງດ້ວຍກັນຄື: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນູກຸຍ, ລູມາ, ເອີປາ, ຈີເປຍ, ມູຈີ, ມູເຕີນ, ຢາເອີ, ເຄີ, ພູຊາງ ແລະ ກົງສາດ.

        ໄລຍະຜ່ານມາຊົນເຜົ່າອາຄາ ດຳລົງຊີວິດຕິດພັນກັບທຳມະຊາດ, ອາຊີບສຳຄັນຕົ້ນຕໍແມ່ນການເຮັດໄຮ່ປູກເຂົ້າ, ປູກຝິ່ນ. ນອກຈາກນັ້ນ, ເຂົາເຈົ້າຍັງປູກພືດປະເພດທີ່ມີທາດແປ້ງ ແລະ ພືດຜັກອື່ນໆ ເພື່ອຕອບສະໜອງໃນຄວາມຕ້ອງການຂອງການບໍລິໂພກໃນຊີວິດປະຈຳວັນ. ສ່ວນທີ່ເຫລືອຈະນຳໄປແບ່ງປັນໃຫ້ຍາດຕິພີ່ນ້ອງ ແລະ ນຳໄປຂາຍ ຫລື ແລກປ່ຽນສິ່ງຂອງທີ່ຈຳເປັນຊຶ່ງບໍ່ສາມາດຜະລິດໄດ້ໃນບ້ານເຮືອນເຊັ່ນ: ເກືອ, ນ້ຳຕານ, ແປ້ງນົວ ແລະ ເຄື່ອງໃຊ້ສອຍຕ່າງໆ. ສ່ວນສັດລ້ຽງທີ່ນິຍົມລ້ຽງໄດ້ແກ່: ງົວ, ຄວາຍ, ໝູ ແລະ ໄກ່, ​ແຕ່ເປົ້າໝາຍຂອງການລ້ຽງເພື່ອໄວ້ໃຊ້ແຮງງານ, ເຂົາເຈົ້າບໍ່ນິຍົມຂ້າສັດເຫລົ່ານີ້ກິນເປັນອາຫານປະຈຳວັນ, ຈະຂ້າກໍຕໍ່ເມື່ອມີງານບຸນປະເພນີ, ເຮັດຮີດຄອງ ຫລື ແຂກຄົນ ແລະ ຍາດຕິພີ່ນ້ອງທາງໄກມາຢ້ຽມຢາມເທົ່ານັ້ນ.

        ສຳລັບລັກສະນະບ້ານເຮືອນໂດຍທົ່ວໄປແລ້ວ ເຂົາເຈົ້າມັກຕັ້ງບ້ານຢູ່ຕາມສັນພູ ຮັບແສງແດດ ແລະ ສາຍລົມຢ່າງເຕັມທີ່, ແຕ່ຕ້ອງມີແຫລ່ງນ້ຳທີ່ເພິ່ງພາໄດ້ ແລະ ມີເນື້ອທີ່ການຜະລິດຢູ່ອ້ອມຮອບ. ກ່ອນຈະຕັ້ງບ້ານເຂົາເຈົ້າຈະມີພິທີກຳ, ມີການສ່ຽງທວາຍເພ່ືອໃຫ້ແນ່ໃຈວ່າບ່ອນທີ່ເລືອກນັ້ນເຈົ້າຖິ່ນເຈົ້າຖານເຕັມໃຈ ແລະ ອະນຸຍາດໃຫ້ປຸກສ້າງໄດ້. ສ່ວນເຮືອນມັກຢູ່ເຮືອນຮ້ານ, ກ້ອງລ່າງເອົາໄວ້ເພື່ອລ້ຽງສັດ, ເປັນບ່ອນສຳລັບໄວ້ຟືນ ແລະ ເຄ່ືອງມືໃນການຜະລິດ.  ເຮືອນຂອງເຂົາເຈົ້າມີບັນຍາກາດທີ່ເຄັ່ງຂຶມ ຢ່າງປະຫລາດ, ຍ້ອນວ່າທຸກເຮືອນຈະຕ້ອງມີຮ້ານບູຊາບັນພະບູລຸດ, ພາຍໃນເຮືອນແບ່ງເປັນສອງເຂດຄື: ເຂດແມ່ຍິງ ແລະ ເຂດຜູ້ຊາຍ ໂດຍມີຝາກັ້ນຈາກຝາດ້ານຫ້ອງນອນໄປເຖິງຝາເຄິ່ງກາງເຮືອນ. ການທີ່ຄົນພາຍນອກຈະເດີນຜ່ານເຮືອນແຕ່ປະຕູໜຶ່ງອອກອີກປະຕູໜຶ່ງໂດຍບໍ່ພັກເຊົາເລັກນ້ອຍນັ້ນຈະເຮັດໃຫ້ເຂົາເຈົ້າເກີດຄວາມບໍ່ພໍໃຈ. ສະນັ້ນ, ເພື່ອຮັກສາມາລະຍາດ ແລະ ໄດ້ສ້າງຄວາມພໍໃຈໃຫ້ແກ່ເຂົາເຈົ້ານັ້ນ ຢ່າງໜ້ອຍຕ້ອງແວ່ເຮືອນເພື່ອຖາມຂ່າວຄາວ ຫລື ດື່ມນ້ຳ ແລະ ອາຫານທີ່ໄດ້ຈັດຫາມາຕ້ອນຮັບ.

ເຖິງແນວໃດກໍຕາມ, ໃນດ້ານຄວາມເຊື່ອຖື ເຖິງຈະບໍ່ໄດ້ມີການບັນທຶກເປັນລາຍລັກອັກສອນຕາມຕຳນານຂອງຊົນເຜົ່າອາຄານ ກໍຕາມ, ແຕ່ກໍມີຮີດຄອງປະເພນີ, ວັດທະນະທຳ, ວິຖີການດຳລົງຊີວິດທີ່ຫລວງຫລາຍ ແລະ ອຸດົມສົມບູນ ຊຶ່ງຖືວ່າເປັນເອກະລັກຂອງຕົນ, ເປັນບົດສະຫລບຸບຂອງຄວາມຄິດ, ປະສົບການຂອງການດຳລົງຊີວິດທີ່ໃຫ້ຄວາມສຳຄັນຂອງຊົນເຜົ່າຕົນ ໂດຍສືບທອດມາແຕ່ເຊັ່ນປູ່ຍ່າຕາຍາຍຈົນຮອດທຸກວັນນີ້. ພ້ອມນັ້ນ ກໍໄດ້ມີຄວາມເຊື່ອໃນເລ່ືອງຜີ ແລະ ຍາກທີ່ສຸດຈະປ່ຽນໃຈໄປເຊື່ອຖືສະສະໜາອື່ນ. ຜີທີ່ເຂົາເຈົ້າເຊື່ອຖືມີທັງຜີດີ ແລະ ຜີຮ້າຍ ແລະ ເປັນສີລິມຸງຄຸນໄດ້ແກ່ຜີເຮືອນ ແລະ ຜີບ້ານ ຊຶ່ງໄດ້ຖືວ່າເປັນວິນຍານຂອງບັນພະບູລຸດ ທີ່ປົກປັກຮັກສາຄຸ້ມຄອງສະມາຊິກໃນເຮືອນ. ສະນັ້ນ, ໃນເຮືອນຈະມີຮ້ານແທ່ນບູຊາຜີ. ສ່ວນຜີຮ້າຍໄດ້ແກ່ຜີຕົ້ນໄມ້, ຜີພູຜາປ່າດົງ ແລະ ຜີແມ່ນ້ຳລຳເຊ ເຫລົ່ານີ້ ຊຶ່ງອາດຈະເຮັດໃຫ້ເຂົາເຈົ້າເກີດຄວາມເຈັບໄຂ້ໄດ້ປ່ວຍຕ່າງໆ. ຈາກຄວາມເຊື່ອຖືທີ່ໄດ້ກ່າວມານີ້, ເຂົາເຈົ້າກໍຈະມີພິທີກຳຫລາຍຢ່າງໃນລັກສະນະຂອງການວິງວອນ, ໄດ້ຮ້ອງຂໍຈາກສິ່ງສັກສິດທີ່ຢູ່ໃນດ້ານດີ ແລະ ດ້ານຮ້າຍ ເພື່ອຈະໃຫ້ຄວາມຄຸ້ມຄອງ, ຮັກສາ ຫລື ປັດເປົ່າສິ່ງຊ່ົວຮ້າຍຕ່າງໆໃຫ້ບັນເທົາເບົາບາງລົງໄດ້. ຄຽງຄູ່ກັນນີ້ ຍັງມີການເອົາໃຈໃສ່ຕໍ່ສິ່ງສັກສິດທັງຫລາຍໂດຍການ ຢູ່ກຳ ຫລື ຄະລຳ ຊຶ່ງໄດ້ແກ່ການປະຕິບັດຕົນໃຫ້ຢູ່ໃນຂອບເຂດຂອງຮີດຄອງປະເພນີ, ບໍ່ກະທຳ ຫລື ລ່ວງລະເມີດ ຫລື ລົບລູ່ສິ່ງສັກສິດຕ່າງໆທີ່ມີຢູ່ໃນບ້ານໃນເຮືອນ. ນອກຈາກນີ້, ຍັງມີງານບຸນ ເລາະຄໍຕູ (ແປງປະຕູໂຂງບ້ານ) ຈັດຂຶ້ນໃນເດືອນສີ່, ການບູຊາມີຖາກໄມ້ເຮັດເຄື່ອງອາວຸດປືນ, ພ້າ, ມີດ ແລະ ຖາກໄມ້ເຮັດຮູບແມ່ຍິງຜູ້ຊາຍຮ່ວມເພດນຳກັນ ປະດັບປະດາຕົບແຕ່ງປະຕູໂຂງບ້ານ. ຫລັງຈາກເຮັດພິທີແລ້ວ ໄດ້ໄປສະຫລອງຢູ່ເຮືອນເຈົ້າບ້ານມີໄກ່ຜູ້ ແລະ ໄກ່ແມ່ຄູ່ໜຶ່ງ, ເຫລົ້າ ແລະ ນ້ຳຊາ.

ພ້ອມນີ້, ການນຸ່ງຖືຂອງຊົນເຜົ່າອາຄາ ສຳລັບແມ່ຍິງແມ່ນສຸ່ງເສື້ອສີດຳ, ເສື້ອຈະເປັນລັກສະນະທາງຫລັງສັ້ນທາງໜ້າຍາວ ບໍ່ມີກະດຸມເສື້ອ, ສິ້ນກໍເປັນສີດຳ, ມີຜ້າມັດຂາທັງສອງເບື້ອງ ແລະ ຢູ່ເທິງຫົວກໍມີເຄື່ອງປະດັບເອ້ຢ້ອງຫລາຍຢ່າງທີ່ເຮັດດ້ວຍເງິນ, ມີຫລາກຫລາຍສີສັນປະປົນກັນ, ຊຸດທີ່ເຂົາເຈົ້ານຸ່ງນັ້ນຈະປະກອບດ້ວຍເຄື່ອງປະດັບຫລາຍຢ່າງເຊັ່ນ: ປອກແຂນ, ສາຍຄໍ, ຕ່າງຫູ ແລະ ອື່ນໆ ທີ່ເຂົາເຈົ້າເອົາມາປະດັບໃສ່.

ສ່ວນພາສາປາກເຂົ້າຂອງຊົນເຜົ່າອາຄາ ຈັດຢູ່ໃນໝວດພາສາຈີນ-ຕີເບດ ສາຂາຕີເບດ-ມຽນມາ, ບໍ່ມີຕົວໜັງສືຂຽນ. ປັດຈຸບັນຕັ້ງຖິ່ນຖານພູມລຳເນົາຢູ່ບັນດາແຂວງພາກເໜືອຂອງລາວເຊັ່ນ: ແຂວງຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ ແລະ ແຂວງບໍ່ແກ້ວ.

(ຄັດຈາກປຶ້ມບັນດາຊົນເຜົ່າໃນ ສປປ ລາວ)

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ  ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ

      7/30/2026 10:36:34 AM

      ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.

    • ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນ

      7/30/2026 10:23:38 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.

    • ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່ບົດ-ສາລະຄະດີ

      ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່

      7/30/2026 10:10:28 AM

      ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

    • ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການບົດ-ສາລະຄະດີ

      ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການ

      7/30/2026 10:06:41 AM

      ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.

    • ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ ບົດ-ສາລະຄະດີ

      ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

      7/29/2026 10:28:35 AM

      ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

ads
ads

Top