ຮອງເລຂາພັກ ແຂວງໄຊສົມບູນ ລົງຊຸກຍູ້ວຽກງານຮາກຖານການເມືອງຢູ່ເມືອງຮົ່ມ

08/06/2026 10:05
Email Print 345
ຂປລ ຂປລ. ທ້າຍເດືອນ ພຶດສະພາ 2026 ນີ້, ສະຫາຍ ທອງວັນ ທໍາມະວົງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ- ພະນັກງານ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍພະແນກການ, ອົງການ, ກົມກອງ, ພາກສ່ວນທີ່ກ່ຽວຂ້ອງລົງພົບປະໂອ້ລົມ ແລະ ຊຸກຍູ້, ວຽກງານຮາກຖານການເມືອງຢູ່ 4 ບ້ານເມືອງຮົ່ມ

ຂປລ.  ທ້າຍເດືອນ  ພຶດສະພາ 2026 ນີ້, ສະຫາຍ ທອງວັນ ທໍາມະວົງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ- ພະນັກງານ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍພະແນກການ, ອົງການ, ກົມກອງ, ພາກສ່ວນທີ່ກ່ຽວຂ້ອງລົງພົບປະໂອ້ລົມ ແລະ ຊຸກຍູ້, ວຽກງານຮາກຖານການເມືອງຢູ່ 4 ບ້ານເມືອງຮົ່ມ ຄື: ບ້ານຜາລະແວກ, ນ້ຳຄຽນ, ຮົ່ມທາດ ແລະ ບ້ານພູງູ, ມີສະຫາຍ ຄໍາພຸດ ແກ້ວວົງພອນ ກຳມະການພັກ ແຂວງ, ເລຂາພັກເມືອງ, ມີການນຳເມືອງຮົ່ມ, ພະນັກງານກໍ່ສ້າງຮາກຖານການເມືອງປະຈຳ 4 ບ້ານ, ມີອົງການຈັດຕັ້ງບ້ານ ແລະ  ພໍ່ແມ່ປະຊາຊົນເຂົ້າຮ່ວມ.

    ສະຫາຍ ພັຕ ຜາຍຄຳ ມະລັດວັນ ຫົວໜ້າໜ່ວຍ ງານຮາກຖານ ໄດ້ຕາງໜ້າໜ່ວຍງານກໍ່ສ້າງຮາກຖານການເມືອງ ລາຍງານການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ລວມທັງຂໍ້ສະດວກ, ຂໍຫຍຸ້ງຍາກໃຫ້ຮອງເລຂາພັກແຂວງພ້ອມດ້ວຍຄະນະ ໄດ້ຮັບຊາບ. ໃນນີ້, ໃນໄລຍະຜ່ານມາ ພະນັກ ງານຮາກຖານປະຈຳບ້ານ ໄດ້ສົມທົບກັບຄະນະອົງ ການປົກຄອງບ້ານ, ເຈົ້າກົກເຈົ້າເຫລົ່າ, ບັນດາຫົວໜ້າ ຊິ່ງຊາວເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພໍ່ແມ່ປະຊາຊົນໄດ້ຢ່າງທົ່ວເຖິງ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ເຮັດໃຫ້ບ້ານມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສົ່ງເສີມໃຫ້ພໍ່ແມ່ປະຊາຊົນທຳການຜະລິດ ປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

  ພ້ອມນີ້, ອົງການຈັດຕັ້ງບ້ານ ກໍໄດ້ມີຄຳເຫັນ ແລະ ຄຳສະເໜີຕ່າງໆ ຕໍ່ການນຳແຂວງ, ເມືອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມ. ພ້ອມທັງ ປຶກສາຫາລື ຢ່າງກົງໄປກົງມາ ເພື່ອໃຫ້ການຈັດຕັ້ງປະ ຕິບັດວຽກງານດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

    ຂະນະທີ່ ສະຫາຍ ທອງວັນ ທຳມະວົງ ໄດ້ໂອ້ລົມ ເນັ້ນໜັກໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງ ປະຈຳບ້ານ 4 ບ້ານ ສົມທົບກັບຄະນະກຳມະການ ປົກຄອງຕາແສງ  ຈັດຕັ້ງເຜີຍແຜ່ບັນດານິຕິກໍາ, ເຊື່ອມຊຶມມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ II ຄຽງຄູ່ກັບມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນ ໄລຍະໃໝ່, ເພີ່ມທະວີຄວາມສາມັກຄີພາຍໃນບ້ານ ເປັນເອກະພາບກັນບົນຫລັກການລວມສູນປະຊາທິ ປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດ ແລະ ໃຫ້ພ້ອມກັນຈັດຕັ້ງ ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ. ຂະນະດຽວກັນ ຮຽກຮ້ອງໃຫ້ພະແນກການແຮກສ່ຽວຂັ້ນແຂວງ,ຫ້ອງການແຮກສ່ຽວຂັ້ນເມືອງ ກັບ 4 ບ້ານ ແລະ ຄະນະກໍາມະການປົກຄອງຕາແສງ ຜາລະແວກ ໃຫ້ສືບຕໍ່ລົງຊຸກຍູ້, ຕິດຕາມ, ຊ່ວຍເຫລືອ ຄະນະໜ່ວຍພັກບ້ານ, ການຈັດຕັ້ງຂັ້ນບ້ານ. ໃກ້ຊິດກັບຄະນະໜ່ວຍພັກ, ອົງການຈັດຕັ້ງບ້ານ 4 ບ້ານ ຫລາຍກວ່າເກົ່າ.

   ການລົງພົບປະຄັ້ງນີ້, ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ມອບໃຫ້ປະຊາຊົນ 13 ຄອບຄົວທຸກຍາກ ແລະ ມອບຄອມພິວເຕີ, ກະຕິກນ້ຳ ຮ້ອນ, ເຄື່ອງບໍລິໂພກຈໍານວນໜຶ່ງໃຫ້ໜ່ວຍງານກໍ່ ສ້າງຮາກຖານການເມືອງ 4 ບ້ານຕື່ມອີກ.

ໂດຍ: ເຂົ້າຈານນ້ຳ

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ  ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ

      7/30/2026 10:36:34 AM

      ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.

    • ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນ

      7/30/2026 10:23:38 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.

    • ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່ບົດ-ສາລະຄະດີ

      ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່

      7/30/2026 10:10:28 AM

      ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

    • ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການບົດ-ສາລະຄະດີ

      ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການ

      7/30/2026 10:06:41 AM

      ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.

    • ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ ບົດ-ສາລະຄະດີ

      ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

      7/29/2026 10:28:35 AM

      ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

ads
ads

Top