ພ້ອມກັນປົກປັກຮັກສາສິ່ງແວດລ້ອມ ເພື່ອຫລຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ບັນຫາສິ່ງແວດລ້ອມເສື່ອມໂຊມ

08/06/2026 10:01
ຂປລ *ວັນທີ 5 ມິຖຸນາ ຂອງທຸກໆປີ ກໍແມ່ນອີກວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຫລາຍ ໂດຍສະເພາະແມ່ນວັນສ້າງຕັ້ງວັນສິ່ງແວດລ້ອມໂລກຄົບຮອບ 53 ປີ ແລະ ວັນສ້າງຕັ້ງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27ປີ

(ເນ່ືອງໃນໂອກາດວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສ່ິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ)

*ວັນທີ 5 ມິຖຸນາ ຂອງທຸກໆປີ ກໍແມ່ນອີກວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຫລາຍ ໂດຍສະເພາະແມ່ນວັນສ້າງຕັ້ງວັນສິ່ງແວດລ້ອມໂລກຄົບຮອບ 53 ປີ ແລະ ວັນສ້າງຕັ້ງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27ປີ ຊຶ່ງໃນແຕ່ລະປີ ທົ່ວພັກ-ລັດ, ທົ່ວສັງຄົມລ້ອມແຕ່ໄດ້ພ້ອມກັນຈັດພິທີສະເຫລີມສະຫລອງວັນດັ່ງກ່າວຢ່າງມີຄວາມໝາຍເລິກເຊິ່ງ ທັງນີ້ກໍ່ເພື່ອເປັນການສົ່ງເສີມປູກຈິດສໍານຶກ, ຍົກລະດັບຄວາມຕື່ນຕົວໃນການປົກປັກຮັກສາສິ່ງແວດລ້ອມ ແລະ ປຸກລະ ດົມໃຫ້ປວງຊົນລາວບັນດາເຜົ່າ, ບັນດາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມໃນຂອບເຂດທົ່ວປະເທດ ໄດ້ສະແດງຄວາມຮັກ, ຫວງແຫນ, ເຫັນຄວາມສໍາຄັນຂອງສິ່ງແວດລ້ອມ ແລະ ເປັນເຈົ້າການຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມ ອັນລໍ້າຄ່າຂອງພວກເຮົາ.   

ດັ່ງທີ່ພວກເຮົາຮູ້ແລ້ວວ່າ, ສິ່ງແວດລ້ອມ ແມ່ນປັດໄຈຕົ້ນຕໍໃນການດໍາລົງຊີວິດຂອງຄົນເຮົາ ແລະ ເປັນທຸກສິ່ງທຸກຢ່າງທີ່ເຮັດໃຫ້ສິ່ງມີທີ່ຊີວິດດໍາລົງຄົງຕົວຢູ່ໄດ້ຕາມສະພາບຂອງມັນ, ໝາຍຄວາມວ່າ ຖ້າຫາກພວກເຮົາມີສິ່ງແວດ ລ້ອມທີ່ດີ ຄົນ, ສັດ ແລະ ພືດ ກໍມີສຸຂະພາບດີ, ລະບົບນິເວດກໍອຸດົມສົມບູນ, ການດໍາລົງຢູ່ຂອງສິ່ງມີຊີວິດ ມີຄວາມປອດໄພ, ສະອາດ ແລະ ທໍາມະຊາດກໍຂຽວສົດງົດງາມ. ປັດຈຸບັນ, ປະຊາກອນໂລກໃນທຸກພາກພື້ນ ກໍາລັງຜະເຊີນກັບສິ່ງທ້າທາຍຈາກການເສື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫລາກຫລາຍທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້າຂຶ້ນນັບມື້. ເນື່ອງຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກໃນໄລຍະຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນ ທີ່ເຮັດດ້ວຍປລາສຕິກ ເພື່ອອໍານວຍຄວາມສະດວກໃນຊີວິດປະຈໍາວັນຫລາຍຂຶ້ນ ຊຶ່ງເປັນການສ້າງຂີ້ເຫຍື້ອເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທາງດ້ານສິ່ງແວດລ້ອມ.

ໃນໄລຍະຜ່ານມາ ອົງການສະຫະປະຊາຊາດ  ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ຮ່ວມ ກັບລັດຖະບານໃນການແກ້ໄຂການປ່ຽນແປງດິນຟ້າອາກາດ ເປັນບຸລິມະສິດໜຶ່ງ ແລະ ສະແດງຄວາມມຸ່ງໝັ້ນທີ່ຈະຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດ.  ເຖິງແມ່ນວ່າການປ່ອຍອາຍກາສສູ່ໂລກຂອງ ສປປ ລາວ ມີໜ້ອຍ, ແຕ່ ສປປ ລາວ ກໍໄດ້ຮັບຜົນປະໂຫຍດຫລາຍຈາກການຫລຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວເຂົ້າກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ  ໃນຂະແໜງການຜະລິດຕ່າງໆ. ການປ່ຽນແປງດິນຟ້າອາກາດ ໂດຍສະເພາະ ສປປ ລາວ ກຳລັງກ້າວສູ່ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຜົນປະໂຫຍດທີ່ໄດ້ມາຈາກການພັດທະນາທີ່ໃຫຍ່ຫລວງນີ້ ອາດຈະຖືກທຳລາຍໂດຍໄພພິບັດທາງທຳມະຊາດກໍ່ເປັນໄດ້ເປັນຕົ້ນ ນໍ້າຖ້ວມ, ໄພແຫ້ງ ແລ້ງ, ດິນເຈື່ອນ ແລະ ອື່ນໆ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນເວລາຫລາຍປີແລ້ວ. ການເກີດໄພພິບັດເຫລົ່ານີ້  ມີແນວໂນ້ມທີ່ຈະເພີ່ມສູງຂຶ້ນ ເນື່ອງຈາກການປ່ຽນແປງດິນຟ້າອາກາດ ແລະ ບັນຫາສິ່ງແວດລ້ອມເສື່ອມໂຊມເຊັ່ນ: ສະພາບອາກາດມີການປ່ຽນແປງໂດຍສະເພາະໃນລະດູແລ້ງ ອາກາດຮ້ອນອົບເອົ້າ ອຸນຫະພູມຂຶ້ນສູງ ເກີດມີໄຟໄໝ້ລາມປ່າ, ບັນຫາໝອກຄວັນ ແລະ ຝຸ່ນລະອອງ PM 2,5 ເກີດມາດຕະຖານໃນບາງເຂດ, ຝົນຕົກບໍ່ຖືກຕາມລະດູການ ແລະ ບັນຫາອື່ນໆ ຊຶ່ງໄດ້ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ ພື້ນທີ່ທຳການຜະລິດ ແລະ ສົ່ງຜົນຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ລວມທັງການພັດທະນາເສດຖະກິດສັງຄົມຂອງຊາດ.

ຕໍ່ບັນຫາດັ່ງກ່າວ ລັດຖະບານ ໄດ້ໃຫ້ຄວາມສໍາຄັນຂອງການແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ ໂດຍການສ້າງນິຕິກຳ ແລະ ຍຸດທະສາດທີ່ສໍາຄັນ ເຊັ່ນ: ຍຸດທະສາດ ແຫ່ງຊາດ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ດຳລັດວ່າດ້ວຍການປ່ຽນແປງດິນຟ້າອາກາດ, ດຳລັດວ່າດ້ວຍສິນເຊື່ອກາກບອນ ແລະ ໄດ້ເຊື່ອມສານເອົາວຽກງານດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2026-2030) ແລະ ໄດ້ກຳນົດຄາດໝາຍການຫລຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນສູນ ໃນປີ 2050 (Net Zero Emission by 2050) ໂດຍການຫັນໄປສູ່ການຜະລິດພະລັງງານສະອາດ ການນໍາໃຊ້ລົດໄຟຟ້າ, ການອະນຸລັກຊີວະນາໆພັນ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ໃນປີ 2035.

ຢ່າງໃດກໍດີວັນສິ່ງແວດລ້ອມໂລກປີນີ້, ພວກເຮົາຈົ່ງຮ່ວມມືກັນໃນການຄຸ້ມຄອງສິ່ງເສດເຫລືອຕ່າງໆ, ຄຸ້ມຄອງປ່າໄມ້, ປູກໄມ້ ເພື່ອຮັກສາໂລກຂອງພວກເຮົາໃຫ້ມີຄວາມໜ້າຢູ່ ອາກາດປອດໂປ່ງ ທັງສ້າງໄປສູ່ໂລກທີ່ສະອາດ  ແລະ ເປັນມິດກັບສິ່ງແວດລ້ອມຫລາຍຂຶ້ນ ແລະ ເພື່ອຄວາມສວຍງາມ,  ຄວາມສະອາດ ແລະ ຄວາມເປັນມິດຕໍ່ສິ່ງແວດລ້ອມຂອງ ສປປ ລາວເຮົາ. 

KPL

ຂ່າວອື່ນໆ

    • ຄວາມເປັນມາຂອງຊົນເຜົ່າແຢະບົດ-ສາລະຄະດີ

      ຄວາມເປັນມາຂອງຊົນເຜົ່າແຢະ

      6/8/2026 10:41:43 AM

      ຂປລ. ຊົນເຜ່ົ່າແຢະ ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ, ເຂົາເຈົ້າໄດ້ຕັ້ງຫລັກປັກຖານ ແລະ ທຳມາຫາກິນຢູ່ເຂດເມືອງດອກຈຶງ ແຂວງເຊກອງ ມາແຕ່ດຶກດຳບັນ ສະໄໝອານາຈັກ “ຂອມ” ແລະ ຕົກມາຮອດໄລຍະໜຶ່ງ ມີກຸ່ມຄົນຈຳນວນໜຶ່ງຂອງຊົນເຜົ່າແຢະ

    • ຢູນີເທວ ໄດ້ຮັບລິຂະສິດບານໂລກ 2026 ໃຫ້ປະຊາຊົນລາວໄດ້ຮັບຊົມສົດຟຣີຄົບທຸກນັດບົດ-ສາລະຄະດີ

      ຢູນີເທວ ໄດ້ຮັບລິຂະສິດບານໂລກ 2026 ໃຫ້ປະຊາຊົນລາວໄດ້ຮັບຊົມສົດຟຣີຄົບທຸກນັດ

      6/8/2026 10:39:53 AM

      ຂປລ. ບໍລິສັດສະຕາໂທລະຄົມ ຫລື ຢູນີເທວ (Unitel) ໄດ້ບັນລຸຂໍ້ຕົກລົງຮ່ວມກັບສະຫະພັນບານເຕະສາກົນ (FIFA) ໃນການເປັນຜູ້ຖືລິຂະສິດການຖ່າຍທອດສົດການແຂ່ງຂັນບານໂລກໃນຮອບສຸດທ້າຍ ຫລື FIFA World Cup 2026™ ຢ່າງເປັນທາງການ. ນີ້ຖືເປັນຄັ້ງທຳອິດທີ່ວິສາຫະກິດດ້ານໂທລະຄົມມະນາຄົມ ໃນ ສປປ ລາວ ໄດ້ເຈລະຈາໂດຍກົງ ແລະ ເປັນຜູ້ຖືສິດໃນການອອກອາກາດຄົບຖ້ວນທຸກນັດຂອງມະຫະກຳກິລາບານເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.

    • ຫາລາຍທ້ອງຖິ່ນພ້ອມກັນປູກຕົ້ມຢ່າງຟົດຟຶ້ນບົດ-ສາລະຄະດີ

      ຫາລາຍທ້ອງຖິ່ນພ້ອມກັນປູກຕົ້ມຢ່າງຟົດຟຶ້ນ

      6/8/2026 10:37:12 AM

      ຂປລ. ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາຄົບ ຮອບ 46 ປີ, ວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນເດັກນ້ອຍສາກົນໃນປີນີ້, ທົ່ວປະເທດໄດ້ຈັດພິທີປູກຕົ້ນໄມ້ຢ່າງຟົດຟຶ້ນ ເພື່ອໃຫ້ສ້າງຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ທັງທົດແທນຕົ້ນໄມ້ທີ່ຖືກທຳລາຍ ຫລື ຕາຍໃຫ້ກັບຄືນມາປົກຫຸ້ມດ້ວຍສີຂຽວ.

    • ເພງ "ເປັນໄປບໍ່ໄດ້" ຮັບເງິນລາງວັນ 50 ລ້ານກີບ ຈາກ PHATALKບົດ-ສາລະຄະດີ

      ເພງ "ເປັນໄປບໍ່ໄດ້" ຮັບເງິນລາງວັນ 50 ລ້ານກີບ ຈາກ PHATALK

      6/8/2026 10:32:28 AM

      ຂປລ. ເວົ້າ​ໄດ້​ວ່າ ​ໄລຍະ​ຫລັງ​ມາ​ນີ້ ວົງ​ການ​ເພງ​ບ້ານ​ເຮົາ ມີ​ຄວາມ​ຄືກ​ຄື້ນຫລາຍ ​ເນື່ອງ​ຈາກ​ວ່າ ສິລະ​ປິນລາວ ຈາກ​ຫລາຍ​ຄ້າຍ​ເພງ ກໍ​ໄດ້​ນໍາ​ສະ​ເໜີ ​ເພງ​ທີ່​ຫລາຍ​ຮູບ​ແບບ ທີ່​ສະທ້ອນ​ເຖິງບັນຫາ​ສັງຄົມ​ໃນ​ຫລາຍ ​ຮູບ​ແບບ ບໍ່​ວ່າ​ຈະ​ເປັນຄວາມ​ຮັກ, ຄອບຄົວ, ສັງຄົມ ​ ຊຶ່ງບອກ​ເລີຍ​ວ່າ ມ່ວນ​ອອນຊອນ ຈົນຄົນ​ຫັນ​ມາ​ຟັງ​ເພງ​ລາວ​ຫລາຍ​ຂຶ້ນ ​ແລະ ຖ້າ​ຈະ​ເວົ້າ​ເຖິງ​ວົງ​ການ​ເພງ​ໃນ​ປັດຈຸບັນ

    • ພູມະໂລງ ແຫລ່ງທ່ອງທ່ຽວແບບອະນຸລັກ ແຫ່ງໃໝ່ຂອງເມືອງໂພນທອງບົດ-ສາລະຄະດີ

      ພູມະໂລງ ແຫລ່ງທ່ອງທ່ຽວແບບອະນຸລັກ ແຫ່ງໃໝ່ຂອງເມືອງໂພນທອງ

      6/8/2026 10:27:28 AM

      ຂປລ. ເມື່ອກ້າວເຂົ້າສູ່ໄລຍະທ້າຍເດືອນພຶດສະພາ, ກິ່ນອາຍຂອງລະດູຝົນໄດ້ເລີ່ມປົກຄຸມໄປທົ່ວຜືນປ່າ ພ້ອມກັບການເປີດສາກໜ້າປະຫວັດສາດການທ່ອງທ່ຽວແຫ່ງໃໝ່ ຢູ່ທີ່ ບ້ານນາຫວ້າ ເມືອງໂພນທອງ ແຂວງຈຳປາສັກ. ພິທີເປີດກຸ່ມທ່ອງທ່ຽວຍ່າງປ່າ “ພູມະໂລງ” ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 30 ພຶດສະພາ 2026 ຊຶ່ງເປັນແຫລ່ງທ່ອງທ່ຽວແບບອະນຸລັກ ໂດຍປະຊາຊົນທ້ອງຖິ່ນມີສ່ວນຮ່ວມ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ

ads
ads

Top