gzu pczj czoc,j [q fra fmtok c]t 75h ,7v' dkomj v'mj P;g0fokdtla 'F fvogff{fvo7vo ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນສຸກ 05.06.2026 ປີທີ 25 ສະບັບທີ 6.451ັຸີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK ອ່ານຕໍ່ໜ້າ 4່ າໍ່ ໜ້າ lko0v'okpq d]a f4t,q o8u csj ' lxx ]k; gonj v'.o3vdkf;a olyj 'c;f]h v,3]d c]t ;a olyj 'c;f]h v,csj '-kf 5 ,y 45 ok 2026 ;k'ltcf'ly o7h kdtly de lts]v';a oltstdvo 7q [Iv[ 48 xu Iv'okpq d]a f4t,q o8u g0Q k1h P,0+ koa [xtmkokmy [= fu vy ogfp ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ, *ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນ ສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ທີ່ໝູນວຽນມາອີກວາລະໜຶ່ງ, ສປປ ລາວ ຮ່ວມກັບປະເທດຕ່າງໆໃນທົ່ວໂລກໄດ້ຈັດຕັ້ງການສະເຫລີມ ສະຫລອງວັນດັ່ງກ່າວ ເພື່ອເປັນການຢືນຢັນເຖິງຄວາມເອົາໃຈໃສ່ ຢ່າງໜັກແໜ້ນຂອງພັກ ແລະ ລັດຖະບານ ກໍຄື ປວງຊົນທັງຊາດ ໃນ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການປົກປັກ ຮັກສາສິ່ງແວດລ້ອມ. ຈຸດປະສົງຂອງການສະເຫລີມສະຫລອງວັນດັ່ງ ກ່າວ ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ປະຊາຄົມໂລກ ກໍຄື ພໍ່ແມ່ ປະຊາຊົນລາວບັນດາເຜົ່າເຫັນໄດ້ຄວາມສຳຄັນຂອງສິ່ງແວດລ້ອມ ກໍຄື ສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມໃນການຫລຸດຜ່ອນບັນຫາໂລກຮ້ອນອັນເນື່ອງ ມາຈາກການປ່ຽນແປງ ຂປລ. ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດງານວາງ ສະແດງສິນຄ້າກະສິກຳຍົກລະດັບ ສິນຄ້າຊຸມຊົນສູ່ຕະຫລາດທັນສະໄໝ ຂອງຊາວກະສິກອນ, ສະຫະກອນ ແລະ ກຸ່ມຜູ້ຜະລິດ ເພື່ອສະເຫລີມ ສະຫລອງວັນສະຫະກອນ ຄົບຮອບ 48 ປີ ໃນລະຫວ່າງວັນທີ 4-5 ຂປລ. ກອງປະຊຸມເຜີຍແຜ່ແຜນ ແມ່ບົດພັດທະນາ ແລະ ຄຸ້ມຄອງ ການທ່ອງທ່ຽວ ເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນ ອ້ອມຮອບ (2026-2036) ຈັດ ຂຶ້ນໃນວັນທີ 3 ມິຖຸນາ 2026 ຢູ່ເມືອງໂຂງ ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ອ່ານຕໍ່ໜ້າ 3່ າໍ່ ໜ້າ 65 xu lkprq ;ra o ]k;{9u o 9kd,y f8trk[muj zj kozj kdkomq flv[ l6j dkogxa o76j Ij ;,p5 fmtpkfIv[fh ko \A o7q 'pk;oko8k,my f 4 fu c]t dkolh k'76j Ij ;,-k8kdemuj gxa o8q ;c[[ ໂດຍ: ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວຸີຸິ່ ຂປລ. ປີ 2026 ນີ້ ເປັນປີທີ່ມີຄວາມໝາຍສຳຄັນຍິ່ງ, ເປັນຂີດໝາຍ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອ່ານຕໍ່ໜ້າ 4່ າໍ່ ໜ້າ xb dlksk]n dkolt\a d g0Q kgxa olt,k-y d0v'vq 'dko dkoIj ;,,n xa opkxtfy f3]d ຂປລ. ກອງປະຊຸມປຶກສາຫາລື ກ່ຽວກັບການເຊື້ອເຊີນຂອງ ສປ ຈີນ ໃຫ້ ສປປ ລາວ ເຂົ້າເປັນສະມາຊິກ ຂອງອົງການການຮ່ວມມືປັນຍາ ປະດິດໂລກ ໂດຍການຮ່ວມເຊັນສັນ ຍາສ້າງຕັ້ງອົງການ ການຮ່ວມມື ປັນຍາປະດິດໂລກ ທີ່ຈະເປີດໃຫ້ເຊັນ ໃນເດືອນ 7 ປີ 2026 ທີ່ຈະມາເຖິງ ຈັດຂຶ້ນໃນວັນທີ 2 ມິຖຸນາ 2026, ຢູ່ກະຊວງເຕັກໂນໂລຊີ ແລະ ການ ສື່ສານ (ກຕສ) ໂດຍການເປັນປະ ທານຂອງທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກຕສ ມີບັນດາ ຄະນະກົມ/ທຽບເທົ່າ ແລະ ຜູ້ຕາງ ຈາກບັນດາກະຊວງຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄຊຊະນະ ສິດທິພອນ ໄດ້ ກ່າວວ່າ: ປັນຍາປະດິດ (AI) ໄດ້ ກາຍມາເປັນເຕັກໂນໂລຊີທີ່ມາປະຕິ ວັດຂະແໜງການຕ່າງໆ ແລະ ສົ່ງ ຜົນກະທົບອັນໃຫຍ່ຫລວງຕໍ່ການ ພັດທະນາເສດຖະກິດ ແລະ ສັງຄົມ dq ,8es];f9t]k9vo gzu pczj dq f9t]k9vo 16j 3I'IPog8a doy ddko-j k' ]k;{g1p]t,a o ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນວັນທີ 3 ພຶດສະພາ 2026 ນີ້, ກົມຕໍາຫລວດຈະລາຈອນ ໄດ້ລົງໂຄສະນາເຜີຍແຜ່ກົດຈະລາ dt-;' xdl xk4tdt4k;a ole7a o xts;a flkf0v'-kf{0v'ra d ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກະຊວງປ້ອງກັນຄວາມ ສະຫງົບ (ປກສ) ປາຖະກະຖາວັນ ກໍາມະກອນສາກົນຄົບຮອບ140ປີ, ວັນຜ່າວົງປິດລ້ອມຂອງກອງພັນ ທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງ ຂວາງ ຄົບຮອບ 67 ປີ ແລະ ວິລະ ກໍາໂຕນຄຸກຢ່າງມະຫັດສະຈັນຂອງ ບັນດາຜູ້ນໍາຂອງພັກ ແລະ ແນວ ສະຫາຍ ພົອ ສະໜອນ ຈັນຍາລາດ ທ່ານ ນາງ ສວນສະຫວັນ ວິຍະເກດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ ( ຜູ້ທີ 3 ນັບຈາກຊ້າຍຫາຂວາ ) ອ່ານຕໍ່ໜ້າ 2່ າໍ່ ໜ້າ g]0kmy dko.spj ra d xx ]k; 1h P,1k, 3I'IPora dl6 odk' ra ddv,,6 oy f9u o ຂປລ. ໃນໂອກາດຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ, ໃນຕອນບ່າຍ ວັນທີ 4 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິການງານສູນກາງ ພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະໄດ້ ຢ້ຽມຢາມໂຮງຮຽນພັກສູນກາງ ພັກກອມມູນິດຈີນ (ສະຖາບັນ ການປົກຄອງແຫ່ງຊາດຈີນ) ທີ່ ນະຄອນຫລວງປັກກິ່ງ ຊຶ່ງໂຮງຮຽນ ດັ່ງກ່າວ ແມ່ນສະຖາບັນການສຶກສາ ຂັ້ນສູງສຸດ ແລະ ເປັນຄັງຄວາມຄິດປັນຍາທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານຈີນ. ໃນໂອກາດດັ່ງກ່າວ, ສະຫາຍ ເຊ້ຍ ຊຸ່ນ ທ່າວ ກໍາມະການສູນກາງ ພັກ, ຮອງຫົວໜ້າໂຮງຮຽນພັກ ສູນກາງ ພ້ອມດ້ວຍຄະນະພັກຄະນະນໍາໂຮງຮຽນດັ່ງກ່າວ ໄດ້ ໃຫ້ການຕ້ອນຮັບ ແລະ ລາຍງານ ສະພາບລວມຂອງໂຮງຮຽນພັກ ສູນກາງໃຫ້ຊາບ ໂດຍສະເພາະ ພາລະບົດບາດສໍາຄັນຂອງໂຮງ ຮຽນໃນການບຳລຸງສ້າງພະນັກ ງານນຳພາ-ຄຸ້ມຄອງລະດັບສູງ ແລະ ກາງຂອງພັກ, ລັດຖະບານ, ກອງທັບຈີນ ແລະ ສະພາບການ ພົວພັນຮ່ວມມື-ແລກປ່ຽນບົດຮຽນ ກັບຕ່າງປະເທດຢ່າງກວ້າງຂວາງ, ລວມທັງການຕ້ອນຮັບຄະນະຜູ້ແທນ ຈາກພັກປະຕິວັດ ແລະ ພັກກຳ ອຳນາດຈາກທົ່ວໂລກ ມາຢ້ຽມ ຢາມ ແລະ ຖອດຖອນບົດຮຽນກ່ຽວ ກັບການພັດທະນາ ແລະ ການ ປົກຄອງປະເທດຢູ່ໂຮງຮຽນດັ່ງ ກ່າວ, ລວມທັງການຮ່ວມມືກັບ ພັກ, ລັດຖະບານລາວ. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ພາລະບົດບາດ ແລະ ການຈັດ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 05/06/2026 xtgmf]k; gxu f'ko;k'ltcf'dkolb dlk d;k'-u xt9exu 2026 16j o; ເລຂາທິການໃຫຍ່...ິ່ ຮອງນາຍົກລັດຖະມົນຕີ...ົັົີ ກະຊວງ ປກສ... ຂປລ. ໃນວັນທີ3ມິຖຸນາ2026, ທີ່ນະຄອນຫລວງນິວແດນລີ , ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ດຣໍປາດີເມີມູ (H.E. Droupadi Murmu) ປະທານາທິ ບໍດີ ແຫ່ງ ສ ອິນເດຍ ໃນໂອກາດ ເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ ແລະ ເປັນ ປະທານຮ່ວມກອງປະຊຸມຄະນະ ກຳມາທິການຮ່ວມວ່າດ້ວຍການ ຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງວັນທີ 1-3 ມິຖຸນາ 2026. ໂອກາດນີ້, ທ່ານຮອງນາຍົກ ລັດ ຖ ະ ມົນ ຕີ ທ ອ ງ ສ ະ ຫ ວັນ ພົມວິຫານ ໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນຈາກທ່ານ ປະທານປະເທດ ທອງລຸນ ສີສຸລິດ ເຖິງທ່ານປະທານາທິບໍດີ ນາງ ດຣໍ ປາດີເມີມູ; ເເຈ້ງໃຫ້ຊາບຈຸດປະ ສົງການຢ້ຽມຢາມທາງການ ສ ອິນເດຍ ໃນຄັ້ງນີ້; ລາຍງານໂດຍ ຫຍໍ້ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ. ນອກຈາກນີ້, ທ່ານຮອງນາ ລາວຮັກຊາດ ຄົບຮອບ 66 ປີ ໃນວັນທີ 4 ມິຖຸນາ 2026 ໃຫ້ ກຽດປາຖະກະຖາໂດຍສະຫາຍ ພົອ ຈັນສະໜອນ ຈັນຍາລາດ ອະດີດ ຮອງນາຍົກລັດຖະມົນຕີ, ອະດີດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແລະ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານ ພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ມີຮອງລັດຖະມົນຕີ, ພະນັກງານ ຫລັກແຫລ່ງ, ພ້ອມດ້ວຍນາຍຕໍາ ຫລວດອ້ອມຂ້າງກະຊວງເຂົ້າຮ່ວມ. ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ວັນຜ່າວົງ ປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ເປັນວັນທີ່ ມີຄວາມໝາຍຄວາມສໍາຄັນ, ສ່ອງ ແສງໃຫ້ເຫັນວ່າການນໍາພາຂອງ ພັກຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ສູ້ຂອງພວກເຮົາ ແມ່ນເປັນທຳ. ສະນັ້ນ, ການຜ່າ ວົງປິດລ້ອມຂອງກອງພັນທີ 2 ໄດ້ ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ: “ສິນທໍາຍາມໃດກໍຊະນະອະທຳ”. ການຜ່າວົງປິດລ້ອມຂອງກອງພັນ ທີ 2 ແມ່ນໄຊຊະນະອັນໃຫຍ່ຫລວງ ຂອງກໍາລັງປະກອບອາວຸດທີ່ຢູ່ໃຕ້ ການນໍາພາຂອງພັກ, ເປັນເຫດການ ປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະ ໃນໄລຍະຕໍ່ມາ; ສະແດງໃຫ້ເຫັນ ເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມ ຈົງຮັກພັກດີ, ຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວ, ຄວາມອົດທົນ ໝັ້ນໜຽວບໍ່ຄອນແຄນຕໍ່ການນາບ ຂູ່, ຫລອກລວງຂອງສັດຕູ, ນໍ້າໃຈ ສູ້ຮົບພິລະອາດຫານ ແລະ ມີໄຫວ ພິບຂອງກອງພັນທີ 2 ໄດ້ເປັນແວ່ນ ແຍງ, ເປັນການປຸກລະ ດົມອັນແຮງ ກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາ ເມລິກາ ແລະ ລູກແຫລ້ງຕີນມື. ພ້ອມກັນນັ້ນ, ກໍເຮັດໃຫ້ກຳລັງ ປະຕິວັດ ໂດຍສະເພາະແມ່ນກໍາ ລັງປະກອບອາວຸດປະຊາຊົນນັບ ມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ພ້ອມນີ້, ທ່ານຍັງໄດ້ ຍົກໃຫ້ເຫັນມູນເຊື້ອວັນໂຕນຄຸກ ຢ່າງມະຫັດສະຈັນຂອງບັນດາ ຜູນໍາພັກ ແລະ ແນວລາວຮັກ ຊາດ ຄົບຮອບ 66 ປີ ອີກດ້ວຍ. ໂອກາດນີ້, ສະຫາຍ ຄໍາຜອຍ ວັນນະສານ ຍັງໄດ້ຍົກໃຫ້ເຫັນເຖິງ ພາລະບົດບາດທີ່ສໍາຄັນກ່ຽວກັບ ວັນກໍາມະກອນສາກົນ ເປັນຕົ້ນ ຕັ້ງປະຕິບັດວຽກງານຮອບດ້ານ ຂອງໂຮງຮຽນພັກສູນກາງ ທີ່ເປັນ ສູນກາງການຄົ້ນຄວ້າທິດສະດີ ມາກ-ເລນິນ, ແນວຄິດສີຈິ້ນຜິງ ແລະ ເປັນຄັງປັນຍາໃຫ້ແກ່ສູນກາງພັກ ກອມມູນິດຈີນ; ຕີລາຄາສູງການ ປະກອບສ່ວນຂອງໂຮງຮຽນພັກສູນ ກາງ ໃນການພົວພັນຮ່ວມມືກັບ ພັກ, ລັດຖະບານລາວ ໂດຍສະເພາະ ແມ່ນການຊ່ວຍເຫລືອບໍາລຸງສ້າງ ພະນັກງານນໍາພາ-ຄຸ້ມຄອງຂອງ ລາວທາງດ້ານທິດສະດີ-ການ ເມືອງ, ການກໍ່ສ້າງພັກ, ການບໍລິ ຫານລັດ-ປົກຄອງປະເທດ ແລະ ອື່ນໆ. ໃນຕອນບ່າຍວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດຖະບານລາວ ຍັງໄດ້ຢ້ຽມ ຢາມສູນຄົ້ນຄວ້າ ແລະ ວາງສະ ແດງເຕັກນິກອາວະກາດປັກກິ່ງ (Beijing Aerospace City) ຊຶ່ງແມ່ນສູນກາງເຕັກໂນໂລຊີ ແລະ ການຄົ້ນຄວ້າດ້ານອະວະກາດທີ່ສໍາ ຄັນທີ່ສຸດແຫ່ງໜຶ່ງຂອງປະເທດຈີນ ແລະ ໄດ້ພົບປະໂອ້ລົມກັບບັນດາ ອະດີດທູດ ແລະ ທະຫານອາສາ ສະໝັກຈີນ ທີ່ເຄີຍໄປຊ່ວຍລາວຕໍ່ສູ້ ປົດປ່ອຍຊາດ ແລະ ກໍ່ສ້າງເສັ້ນທາງ ຢູ່ເຂດພາກເໜືອຂອງ ສປປ ລາວ ໃນຊຸມປີ 1960-1970. ແມ່ນໃນຂະບວນວິວັດແຫ່ງການ ຕໍ່ສູ້ຕ້ານກັບສົງຄາມຈັກກະພັດ, ບັນດາອົງການຈັດຕັ້ງກຳມະບານ ໃນຫລາຍປະເທດ ໄດ້ຂະຫຍາຍ ຕົວ ແລະ ເຮັດໃຫ້ຂະບວນການ ກຳມະກອນໃນທົ່ວໂລກມີການປ່ຽນ ແປງ, ເມື່ອສົງຄາມສິ້ນສຸດລົງຈໍາ ນວນສະມາຊິກກຳມະບານໄດ້ເພີ່ມ ຂຶ້ນເຖິງ 21 ລ້ານຄົນ. ໄປຄຽງຄູ່ ກັບບັນຫາດັ່ງກ່າວ, ສະຕິຕື່ນຕົວ ທາງດ້ານຊົນຊັ້ນ, ທາງດ້ານການ ຈັດຕັ້ງກຳມະບານ ແລະ ການຈັດ ຕັ້ງອື່ນໆກໍໄດ້ເພີ່ມຂຶ້ນ, ຄໍາຂວັນທີ່ ເປັນຍຸດທະສາດຂອງເລນິນແມ່ນ: “ຫັນເອົາສົງຄາມຈັກກະພັດມາເປັນ ສົງຄາມປະຕິວັດພາຍໃນ” ໄດ້ຊຸກ ດັນຂະບວນການກຳມະກອນ, ກຳ ມະບານໃນຫລາຍປະເທດໃຫ້ຂະ ຫຍາຍຕົວຢ່າງແຂງແຮງ. ສະນັ້ນ, ພາລະກໍາປະຫວັດສາດຂອງຊົນຊັ້ນ ກຳມະກອນໄດ້ຊີ້ໃຫ້ພວກເຮົາເຫັນ ຢ່າງຈະແຈ້ງວ່າຊົນຊັ້ນກຳມະກອນ ແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງ ງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການ ສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ, ສ້າງສາ ແລະ ພັດທະນາປະເທດ ຊາດໃຫ້ມັ່ງຄັງເຂັ້ມແຂງ, ປະຊາຊົນ ຮັ່ງມີຜາສຸກ, ສັງຄົມມີຄວາມສາມັກ ຄີປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ຍຸຕິທຳ ມາເຖິງທຸກວັນນີ້. ຂ່າວ-ພາບ: ລັດດາວັນ ຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງລັດຖະບານອິນເດຍ ຕະຫລອດໄລຍະຜ່ານມາ ໂດຍ ສະເພາະແມ່ນການສະໜອງທຶນຝຶກ ອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນດ້ານຕ່າງໆໃຫ້ແກ່ ສປປ ລາວ, ການຍົກລະດັບດ້ານພາສາອັງກິດ, ການສຶກສາ, ການພັດທະນາຊັບ ພະຍາກອນມະນຸດ, ພະລັງງານ, ກະສິກຳ ແລະ ວຽກງານປ້ອງກັນ ຊາດ ແລະ ດ້ານອື່ນໆ, ລວມເຖິງ ການຊ່ວຍເຫລືອໂຄງການບູລະນະ ວັດພູຈຳປາສັກຂອງ ສປປ ລາວ ໄລຍະປີ 2018-2028 ແລະ ການ ສະໜອງເງິນກູ້ດອກເບ້ຍຕໍ່າ ເພື່ອ ການພັດທະນາໃຫ້ແກ່ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ປະທານາທິບໍດີ ນາງ ດຣໍປາດີເມີມູ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມ ສ ອິນເດຍ ຢ່າງ ເປັນທາງການຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ຮັດແໜ້ນສາຍພົວພັນຮ່ວມມືຂອງ ສອງປະເທດໃຫ້ນັບມື້ເຂົ້າສູ່ລວງ ເລິກ, ພ້ອມທັງໄດ້ຝາກຄວາມຢື້ຢາມ ຖາມຂ່າວເຖິງທ່ານປະທານປະເທດ ທອງລຸນ ສີສຸລິດ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມລະຫວ່າງ ສປປ ລາວ-ສ ອິນເດຍ ທີ່ສືບຕໍ່ນັບມື້ນັບໄດ້ ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະ 70 ປີຜ່ານມາ ຊຶ່ງສະແດງອອກໃນການແລກປ່ຽນ ການພົບປະຢ້ຽມຢາມຂອງຄະນະ ຜູ້ແທນສອງປະເທດ ຢ່າງເປັນ ປົກກະຕິ ໂດຍສະເພາະແມ່ນການ ຢ້ຽມຢາມ ສປປ ລາວ ຂອງທ່ານ ນາຍົກລັດຖະມົນຕີນາເຣນດຣາໂມດີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ-ອິນເດຍ ໃນເດືອນ ຕຸລາ 2024 ທີ່ຜ່ານມາ. ພ້ອມນີ້, ສອງຝ່າຍຍັງໄດ້ສະແດງຄວາມ ຊົມເຊີຍໃນໂອກາດຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນ ການທູດລະຫວ່າງສອງປະເທດ ໃນປີ 2026 ນີ້ ແລະ ເຫັນດີຈັດ ກິດຈະກໍາຮ່ວມກັນເພື່ອສະເຫລີມ ສະຫລອງວັນສຳຄັນດັ່ງກ່າວໃຫ້ມີ ເນື້ອໃນ ແລະ ຄວາມໝາຍຄວາມສໍາ ຄັນ. ນອກນີ້, ຍັງເຫັນດີສືບຕໍ່ຮ່ວມມື ກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມທີ່ມີຢູ່ແລ້ວຂອງ ສອງປະເທດໃຫ້ຈະເລີນງອກງາມ ແລະ ໄດ້ຮັບການພັດທະນາຍິ່ງຂຶ້ນ ລວມທັງການສະໜັບສະໜູນເຊິ່ງ ກັນ ແລະ ກັນໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ອາຊຽນ- ອິນເດຍ, ອົງການ ສປຊ ແລະ ອື່ນໆ. ຂປລ. ພິທີເປີດງານວາງສະ ແດງການສຶກສາກວາງຊີ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 3 ມິຖຸນາ 2026 ຢູ່ມະຫາວິທະຍາໄລແຫ່ງ ຊາດ (ມຊ) ນະຄອນຫລວງວຽງ ຈັນ (ນວ) ເພື່ອສະເຫລີມສະຫລອງ 65 ປີແຫ່ງການສ້າງຕັ້ງສາຍພົວ ພັນທາງການທູດ ລາວ-ຈີນ ແລະ ສະເຫລີມສະຫລອງການສ້າງຕັ້ງ ມຊ ຄົບຮອບ 30 ປີ ໂດຍມີທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍາ ນວຍການໃຫຍ່ ມຊ, ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາ ຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຫວູຈິນຊາງ ຮອງຫົວ ໜ້າພະແນກສຶກສາເຂດປົກຄອງ ຕົນເອງຊົນເຜົ່າຈ້ວງກວາງຊີ, ທີ່ ປຶກສາຝ່າຍການສຶກສາສະຖານທູດ ສປ ຈີນ ປະຈໍາ ລາວ, ຜູ້ແທນຈາກ ສະຖາບັນການສຶກສາຊັ້ນສູງຂອງ ກວາງຊີ, ບັນດາຫົວໜ້າຄະນະວິຊາ, ສະຖາບັນ, ຫ້ອງການ, ຄູ-ອາຈານ ແລະ ນັກສຶກສາມະຫາວິທະຍາໄລ ແຫ່ງຊາດ ເຂົ້າຮ່ວມ. ງານວາງສະແດງການສຶກສາ ກວາງຊີ ປະຈໍາປີ 2026 ຈັດຂຶ້ນ ພາຍໃຕ້ຫົວຂໍ້: “ຮຽນຕໍ່ກວາງຊີ ສ້າງອະນາຄົດດ້ວຍປັນຍາປະດິດ (AI) ສ້າງຄວາມຝັນສັງລວມເອົາ ປັນຍາອາຊຽນ” ເພື່ອສ້າງເວທີ ຄຸນນະພາບສໍາລັບນັກຮຽນ ແລະ ຊາວໜຸ່ມລາວໃນການສຶກສາຕໍ່ຢູ່ ກວາງຊີ. ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາຂອງມະ ຫາວິທະຍາໄລແຫ່ງຊາດ ຊຶ່ງໄດ້ ຮັບການສ້າງຕັ້ງຂຶ້ນໃນປີ 1996 ແລະ ເປັນມະຫາວິທະຍາໄລ ທີ່ໃຫຍ່ ທີ່ສຸດຂອງ ສປປ ລາວ. ຕະຫລອດ 30 ປີຜ່ານມາມະຫາວິທະຍາໄລ ໄດ້ປະຕິບັດພາລະກິດອັນສໍາຄັນ ໃນການສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດ, ສົ່ງເສີມ ວຽກງານຄົ້ນຄວ້າວິທະຍາສາດ ແລະ ຂະຫຍາຍການຮ່ວມມືສາກົນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມ ຫວັງວ່າຜ່ານງານວາງສະແດງໃນ ຄັ້ງນີ້, ມຊ ຈະມີການຮ່ວມມືເພີ່ມຂຶ້ນ ກັບບັນດາມະຫາວິທະຍາໄລຂອງ ກວາງຊີ ໂດຍສະເພາະບັນດາສະ ຖາບັນການສຶກສາຊັ້ນສູງ ທີ່ມາວາງ ສະແດງໃນມື້ນີ້. ທ່ານ ໄກສອນ ເພັງໂສພາ ໃຫ້ຮູ້ ວ່າ: ງານວາງສະແດງການສຶກສາ ໃນຄັ້ງນີ້, ບໍ່ພຽງແຕ່ເປັນເວທີໃຫ້ ນັກຮຽນ-ນັກສຶກສາລາວ ໄດ້ຮັບ ຂໍ້ມູນການສຶກສາ, ທຶນການສຶກສາ ແລະ ໂອກາດໃນການສືບຕໍ່ການ ຮຽນຢູ່ ສປ ຈີນ ທີ່ຖືກຕ້ອງເທົ່າ ນັ້ນ, ແຕ່ຍັງເປັນຂົວເຊື່ອມແຫ່ງ ມິດຕະພາບ, ຄວາມເຂົ້າໃຈ ແລະ ການພົວພັນດ້ານການສຶກສາ-ວັດ ທະນະທໍາລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າ ເກົ່າ. ກວາງຊີ ແມ່ນໜຶ່ງໃນຄູ່ຮ່ວມມື ດ້ານການສຶກສາທີ່ສໍາຄັນຂອງກະ ຊວງສຶກສາທິການ ແລະ ກິລາ ພວກເຮົາ. ໃນໄລຍະຜ່ານມາ, ສອງ ຝ່າຍໄດ້ມີການພົວພັນ ແລະ ຮ່ວມ ມືຢ່າງກວ້າງຂວາງບໍ່ວ່າຈະເປັນ ການໃຫ້ທຶນການສຶກສາ, ການຝຶກ ອົບຮົມຄູ-ອາຈານ ແລະ ການຊ່ວຍ ພັດທະນາຫລັກສູດຕ່າງໆ. ສິ່ງເຫລົ່າ ນີ້ ໄດ້ປະກອບສ່ວນສໍາຄັນໃນການ ພັດທະນາຊັບພະຍາກອນມະນຸດໃຫ້ ແກ່ ສປປ ລາວ. ທ່ານ ຫວູຈິນຊາງ ໄດ້ຍົກໃຫ້ ເຫັນສະພາບໂດຍລວມດ້ານການ ສຶກສາຢູ່ກວາງຊີ ຊຶ່ງປັດຈຸບັນ ກວາງຊີ ມີສະຖາບັນການສຶກສາ ຊັ້ນສູງ 93 ແຫ່ງ ແລະ ມີນັກສຶກສາ ຫລາຍກວ່າ 1,88 ລ້ານຄົນ, ມີ ພື້ນຖານການຮຽນ-ການສອນທີ່ ທັນສະໄໝ, ຫລັກສູດຄົບຖ້ວນ ແລະ ເປັນຈຸດໝາຍປາຍທາງທີ່ເໝາະສົມ ສໍາລັບຊາວໜຸ່ມອາຊຽນໃນການ ສຶກສາຕໍ່. ມີນັກສຶກສາຕ່າງຊາດ ກວ່າ 10.000 ຄົນ. ໃນນັ້ນ, ປະ ມານ 70% ມາຈາກປະເທດອາ ຊຽນ. ກວາງຊີ ໄດ້ຈັດຕັ້ງ “ທຶນການ ສຶກສາລັດຖະບານຈີນ-ກວາງຊີ ສໍາ ລັບນັກສຶກສາອາຊຽນ” ແລະ “ທຶນ ການສຶກສາລັດຖະບານກວາງຊີ ສໍາລັບນັກສຶກສາອາຊຽນ” ໂດຍ ສະໜອງໂກຕ້າທຶນການສຶກສາໃຫ້ ນັກສຶກສາລາວທຸກປີ ຈໍານວນ 52 ທຶນ ສໍາລັບຫລັກສູດປະລິນຍາ ແລະ 60 ທຶນ ສໍາລັບຫລັກສູດພາສາຈີນ. ການຈັດ “ງານວາງສະແດງການ ສຶກສາຮຽນຕໍ່ກວາງຊີ” ໃນບັນດາ ປະເທດອາຊຽນ ໄດ້ສໍາເລັດຜົນ ມາແລ້ວ 29 ຄັ້ງ ຊຶ່ງໄດ້ກາຍເປັນ ເວທີສໍາຄັນໃຫ້ນັກຮຽນ ແລະ ຜູ້ ປົກຄອງໄດ້ເຂົ້າເຖິງແຫລ່ງຂໍ້ມູນ ການສຶກສາທີ່ມີຄຸນນະພາບ. ໃນຊຸມ ປີຜ່ານມາ, ການຮ່ວມມືດ້ານການ ສຶກສາລະຫວ່າງ ກວາງຊີ ແລະ ລາວ ໄດ້ຮັບຜົນສໍາເລັດຢ່າງໂດດ ເດັ່ນ ຊຶ່ງມະຫາວິທະຍາໄລຊົນເຜົ່າ ກວາງຊີ ແລະ ມະຫາວິທະຍາໄລ ແຫ່ງຊາດລາວ ໄດ້ຮ່ວມມືກັນສ້າງ ສະຖາບັນຂົງຈື ຂຶ້ນມາ ແລະ ໄດ້ດໍາ ເນີນວຽກຢ່າງມີຜົນສໍາເລັດໂດດ ເດັ່ນ ແລະ ໂດ່ງດັ່ງທົ່ວ ສປ ຈີນ ໂດຍສະເພາະໄດ້ເປີດສອນຫລັກສູດ ປະລິນຍາຕີສາຂາຄູພາສາຈີນ ຊຶ່ງ ມີນັກສຶກສາຫລາຍກວ່າ 300 ຄົນ ແລະ ໄດ້ຝຶກອົບຮົມພາສາຈີນ ໃຫ້ ຄົນລາວ ໃນສັງຄົມຕະຫລອດ 16 ປີ ຜ່ານມາໄດ້ຫລາຍກວ່າ 90.000 ກວ່າຄົນ. ນອກນັ້ນ, ມະຫາວິທະ ຍາໄລອາຊີວະສຶກສາກະສິກໍາກວາງ ຊີ ໄດ້ຮ່ວມມືກັບມະຫາວິທະຍາໄລ ແຫ່ງຊາດລາວ ແລະ ວິທະຍາໄລ ເຕັກນິກກະສິກໍາດົງຄໍາຊ້າງ ສ້າງ ຕັ້ງ “ວິທະຍາໄລຊ່າງຝີມືກະສິກໍາ ທັນສະໄໝ ຈີນ-ລາວ” ໂດຍໄດ້ ອົບຮົມນັກສຶກສາຫລາຍກວ່າ 150 ຄົນ ແລະ ຜູ້ຮັບການອົບຮົມວິຊາຊີບ ກວ່າ 1.900 ຄົນ ກາຍເປັນຕົວຢ່າງ ແຫ່ງການບູລະນາການ “AI + ອາຊີວະກະສິກໍາ”. ຂ່າວ-ພາບ: ທະນູທອງ
65 xu lkprq ;ra o ]k;{9u o 9kd,y f8trk[muj zj kozj kdkomq flv[l6j dkogxa o76j Ij ;, p5 fmtpkfIv[fh ko\A o7q 'pk;oko8k,my f 4 fu c]t dkolh k'76j Ij ;,-k8kdemuj gxa o8q ;c[[ rh v,da ox6 dw,h .sh gxa oxj k co.lj gIa f.sh goN vmuj xj kxq ds5h ,mqj ;xtgmf.sh wfh 70% 05/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ບົດສະເໜີົີ ຄັນຕໍ່ການປ້ອງກັນການປ່ຽນແປງ ດິນຟ້າອາກາດ ຊຶ່ງບົດບາດອັນນີ້ ແມ່ນຄົນເຮົາບໍ່ສາມາດເຮັດແທນ ໄດ້. ນອກຈາກນັ້ນ, ປ່າໄມ້ ແລະ ທີ່ ດິນປ່າໄມ້ ຍັງປະກອບສ່ວນຢ່າງ ໃຫຍ່ຫລວງຕໍ່ການພັດທະນາຊີວິດ ການເປັນຢູ່ ຂອງປະຊາຊົນ ໃນເຂດ ຊົນນະບົດ ຊຶ່ງບໍ່ພຽງແຕ່ນໍາໃຊ້ໄມ້ ເພື່ອປຸກສ້າງເຮືອນຊານເທົ່ານັ້ນ ແຕ່ຍັງອາໄສປ່າໄມ້ ແລະ ທີ່ດິນປ່າ ໄມ້ ເປັນແຫລ່ງທໍາມາຫາກິນ, ຢາ ປົວພະຍາດ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບໃຫ້ຄອບຄົວອີກ ດ້ວຍ. ແຕ່ປັດຈຸບັນ ປ່າໄມ້ພວມຖືກ ຄຸກຄາມຈາກການຖາກຖາງປ່າເຮັດ ໄຮ່, ການລັກລອບຕັດໄມ້ແລະ ການ ຂະຫຍາຍຕົວຂອງຕົວເມືອງ. ລັດ ຖະບານລາວ ໄດ້ຕັ້ງເປົ້າໝາຍເພີ່ມ ເນື້ອທີ່ປົກຄຸມຂອງປ່າໄມ້ໃຫ້ໄດ້ 70% ໂດຍຜ່ານການຟື້ນຟູປ່າ ແລະ ການປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນ ໄມ້ແຫ່ງຊາດ ວັນທີ 1 ມິຖຸນາ. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວໃນງານຖະ ແຫລງຂ່າວເນື່ອງໃນໂອກາດວັນ ປູກຕົ້ນໄມ້ ໃນວັນທີ 25 ພຶດສະພາ 2026 ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະ ພັກ, ອົງການປົກຄອງທ້ອງຖິ່ນທົ່ວ ຂປລ. ເນື່ອງໃນໂອກາດວັນ ເດັກນ້ອຍສາກົນຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບ ຮອບ 46 ປີ, ໃນປີນີ້ຫລາຍພາກ ສ່ວນໄດ້ຈັດກິດຈະກຳສະຫລອງ ວັນດັ່ງກ່າວຢ່າງເປັນຂະບວນການ ຟົດຟື້ນໃນຂອບເຂດທົ່ວປະເທດ ເພື່ອເປັນການປະກອບສ່ວນໃນ ການສ້າງຄວາມສົມດຸນໃຫ້ແກ່ທຳ ມະຊາດ ກໍຄື ປະກອບສ່ວນໃຫ້ແກ່ ສັງຄົມໃນການປູກຕົ້ນໄມ້ໃຫ້ເປັນ ປ່າ ໂດຍສະເພາະແມ່ນສ້າງໃຫ້ກົມ ກອງມີສີຂຽວ ແລະ ຄືນຄວາມສົມ ບູນໃຫ້ແກ່ທຳມະຊາດ ໂດຍທຸກໆປີ ພະນັກງານ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນ ຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ພາກັນ ຈັດກິດຈະກຳຢ່າງເປັນຂະບວນຟົດ ຟື້ນເພື່ອປູກໄມ້ໃຫ້ເປັນປ່າແນໃສ່ ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະ ເທດໃຫ້ໄດ້ 70% ຕາມທິດທາງ ແລະ ຄາດໝາຍຂອງລັດຖະບານ. ປ່າໄມ້ ແມ່ນຊັບພະຍາກອນທໍາ ມະຊາດອັນລໍ້າຄ່າ ເຊິ່ງເປັນມໍລະດົກ ຕົກທອດຈາກບັນພະບູລຸດ ແລະ ມີ ບົດບາດສໍາຄັນທີ່ສຸດ ຕໍ່ການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອ້ອມ ແລະ ຕໍ່ການປົກປັກຮັກສາດິນ, ແຫລ່ງນໍ້າ ແລະຊີວະນາໆພັນໃຫ້ມີຄວາມອຸດົມ ສົມບູນ ແລະ ຍືນຍົງ; ມີບົດບາດສຳ ປະເທດກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ໃຫ້ ເປັນຂະບວນຟົດຟື້ນ, ໂດຍມີແຜນ ການເກັບແກ່ນພັນໄມ້ໃຫ້ໄດ້ 1 ແສນ ກວ່າກິໂລກຣາມ, ກ້າເບ້ຍໄມ້ 25 ລ້ານກວ່າເບ້ຍ ແລະ ປູກໄມ້ 50 ພັນ ກວ່າເຮັກຕາ. ສຳລັບກະຊວງກະສິ ກຳ ແລະ ສິ່ງແວດລ້ອມ ໄດ້ປະສານ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນ ສ້າງຂະບວນການປູກຕົ້ນໄມ້ ເພື່ອ ສະເຫລີມສະຫລອງວັນປູກຕົ້ນໄມ້ ແຫ່ງຊາດ ຢູ່ນະຄອນຫລວງວຽງ ຈັນ ໃນເນື້ອທີ່ ປະມານ 50 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ ທີ່ຈະນຳໄປ ປູກ ມີ: ໄມ້ດູ່,ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ຈຳນວນ 80 ພັນ ກວ່າເບ້ຍ. ສຳລັບການຈັດກິດຈະກຳໃນ ວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້, ເຊີນຊວນທຸກພາກສ່ວນທີ່ກ່ຽວ ຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ພ້ອມກັນປູກຕົ້ນໄມ້ ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງ ຂອງແຕ່ລະທ້ອງຖີ່ນ ໃຫ້ເນັ້ນໃສ່ ເນື້ອໃນປຸກລະດົມເປັນຕົ້ນ ການປູກ ຕົ້ນໄມ້ແມ່ນສາມາດປູກໄດ້ແຕ່ດຽວ ນີ້ ຈົນຮອດທ້າຍລະດູຝົນ ໃນບ່ອນທີ່ ມີເງື່ອນໄຂໃນເນື້ອທີ່ດິນເປົ່າຫວ່າງ ຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກ ສ້າງ, ເດີ່ນໂຮງຮຽນ, ສໍານັກງານ ອົງການ ແລະ ຕາມແຄມທາງຕາມ ເງື່ອນໄຂຕົວຈິງ. ພາບປະກອບ ພາບປະກອບ ແລະ ສາທາລະນະລັດ ປະຊາຊົນ ຈີນ ຊຶ່ງສອງຝ່າຍໄດ້ກຳນົດເອົາ ປີ 2026 ເປັນ “ປີມິດຕະພາບ ລາວ- ຈີນ” ແລະ ໄດ້ຈັດຕັ້ງຫລາຍກິດຈະ ກຳ ເພື່ອສະເຫລີມສະຫລອງຮ່ວມ ກັນດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ. ຕະຫລອດໄລຍະ 6 ທົດສະວັດ ເຄິ່ງທີ່ຜ່ານມາ, ສາຍພົວພັນ ລະ ຫວ່າງສອງຊາດລາວ-ຈີນໄດ້ຜ່ານ ຜ່າການທົດສອບຈາກການປ່ຽນ ແປງ ແລະ ຄວາມບໍ່ແນ່ນອນຂອງ ສະພາບການສາກົນມາໄດ້ຢ່າງໝັ້ນ ຄົງ. ເຖິງວ່າສະພາບການໂລກຈະ ຜັນແປໄປຄືແນວໃດກໍຕາມ, ແຕ່ມິດ ຕະພາບອັນເປັນມູນເຊື້ອຂອງສອງ ປະເທດຍັງຄົງໜັກແໜ້ນ, ເຂັ້ມແຂງ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນ ຢ່າງບໍ່ຢຸດຢັ້ງ. ສິ່ງເຫລົ່ານີ້ ໄດ້ສະ ແດງໃຫ້ເຫັນເຖິງຄຸນຄ່າທາງອຸດົມ ການ ແລະ ການເປັນຄູ່ຮ່ວມຍຸດທະ ສາດ ທີ່ໝັ້ນຄົງ ແລະ ມີຊີວິດຊີວາ ທີ່ ພົ້ນເດັ່ນຂອງສາຍພົວພັນສອງຝ່າຍ ລາວ-ຈີນ, ຈີນ-ລາວ. ບົນພື້ນຖານຈິດໃຈ “4 ດີ” ຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະ ຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ, ສອງປະ ເທດລາວ-ຈີນໄດ້ຍົກລະດັບສາຍພົວ ພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2009. ນີ້ຄືພື້ນຖານທາງດ້ານການ ເມືອງອັນໜັກແໜ້ນ ທີ່ເປັນເງື່ອນໄຂ ເອື້ອອຳນວຍ ໃຫ້ແກ່ການຂະຫຍາຍ ການຮ່ວມມືໃນທຸກຂົງເຂດ. ກ້າວ ມາຮອດປີ 2017, ສອງພັກ ແລະ ສອງລັດ ຈຶ່ງເພີ່ມທະວີການພົວພັນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວຊຶ່ງຖືເປັນການ ເປີດສັງກາດໃໝ່ໃນການຮັດແໜ້ນ ຄວາມສາມັກຄີ, ຍົກລະດັບຄວາມ ໄວ້ເນື້ອເຊື່ອໃຈ ແລະ ຫັນການປະ ສານງານທາງດ້ານຍຸດທະສາດໃຫ້ ເປັນຮູບປະທຳຢ່າງແທ້ຈິງ. ໃນປັດຈຸບັນ, ສາຍພົວພັນສອງ ຊາດໄດ້ກ້າວສູ່ລະດັບທີ່ດີທີ່ສຸດໃນ ປະຫວັດສາດ, ກາຍເປັນແບບຢ່າງ ຂອງຄວາມສະເໝີພາບ, ການເຄົາ ລົບເຊິ່ງກັນ ແລະ ກັນ ບົນພື້ນຖານ ການຮ່ວມມືແບບຕ່າງຝ່າຍ ຕ່າງໄດ້ ຮັບຜົນປະໂຫຍດ. ຄວາມເຊື່ອໝັ້ນ ທາງດ້ານການເມືອງລະດັບສູງ ແລະ ອຸດົມການທີ່ສອດຄ່ອງກັນ ໄດ້ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດຢ່າງຕໍ່ເນື່ອງ. ໃນຂົງເຂດການຮ່ວມມືດ້ານ ເສດຖະກິດ, ສປ ຈີນ ໄດ້ກາຍເປັນ ປະເທດຜູ້ລົງທຶນອັນດັບທີໜຶ່ງ ແລະ ເປັນຄູ່ຄ້າອັນດັບທີສອງຂອງ ສປປ ລາວ ໂດຍກວມເອົາຫລາຍຂະແໜງ ການທີ່ມີທ່າແຮງຮ່ວມກັນ ເຊັ່ນ: ດ້ານພະລັງງານ, ບໍ່ແຮ່, ກະສິກຳ ແລະ ການພັດທະນາພື້ນຖານໂຄງ ລ່າງ ຊຶ່ງໃນນີ້ ໂຄງການທີ່ໂດດເດັ່ນ ແລະ ເປັນສັນຍະລັກແຫ່ງຄວາມ ສຳເລັດທີ່ເຂັ້ມແຂງ ຄື “ເສັ້ນທາງ ລົດໄຟ ລາວ-ຈີນ” ອັນໄດ້ກາຍເປັນ ຕົວແບບຂອງການຮ່ວມມືພາຍໃຕ້ຂໍ້ ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ. ໂຄງການນີ້ໄດ້ ກາຍເປັນ “ແລວທາງຄຳ” ທີ່ເຊື່ອມ ຕໍ່ສອງປະເທດ ແລະ ພາກພື້ນ, ຫັນ ປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີ ຊາຍແດນທາງທະເລ ໃຫ້ກາຍເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດ ຊຶ່ງ ໄດ້ສ້າງການປ່ຽນແປງອັນໃຫຍ່ ຫລວງ ແລະ ນຳເອົາໂອກາດອັນ ມະຫາສານ ໃຫ້ແກ່ການພັດທະນາ ຂອງ ສປປ ລາວ. ສປ ຈີນ ຍັງໄດ້ ເປັນຄູ່ຮ່ວມພັດທະນາທີ່ສຳຄັນ ທີ່ ໄດ້ໃຫ້ທຶນຊ່ວຍເຫລືອ ແກ່ ສປປ ລາວ, ອັນພົ້ນເດັ່ນແມ່ນ ພັກ, ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການ ຊ່ວຍເຫລືອ “ໂຄງການ 4x100” ທີ່ປະກາດໂດຍ ປະທານ ສີ ຈິ້ນຜິງ ໃນປີ 2017 ອັນໄດ້ປະກອບສ່ວນ ສຳຄັນໃນການພັດທະນາສາທາ ລະນະສຸກ, ຊັບພະຍາກອນມະນຸດ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ແບບຍືນຍົງ. ໃນລະດັບພາກພື້ນ ແລະ ສາກົນ, ໃນສະພາບການໂລກທີ່ມີຄວາມບໍ່ ແນ່ນອນໃນປັດຈຸບັນ, ຍິ່ງມີຄວາມ ຈໍາເປັນ ສໍາລັບບັນດາປະເທດກໍາ ລັງພັດທະນາໃນການຢືນຄຽງບ່າ ຄຽງໄຫລ່ກັນ, ຍຶດໝັ້ນລັດທິຫລາຍ ຝ່າຍ ເພື່ອສ້າງລະບຽບການໂລກ ທີ່ມີຄວາມເປັນທຳ, ຍຸຕິທຳ ແລະ ສະເໝີພາບຫລາຍຂຶ້ນກວ່າເກົ່າ. ລາວ ແລະ ຈີນ ມີຄວາມໝາຍໝັ້ນ ຮ່ວມກັນ ໃນການສົ່ງເສີມການພັດ ທະນາ ແລະ ຮັບປະກັນວ່າ ຜົນປະ ໂຫຍດລວມຂອງໂລກາພິວັດ ຈະ ໄດ້ຮັບການແບ່ງປັນຢ່າງກວ້າງ ຂວາງ. ສປປ ລາວ ສະໜັບສະໜູນ ຢ່າງເຕັມສ່ວນຕໍ່ບັນດາຂໍ້ລິເລີ່ມທົ່ວ ໂລກຂອງຈີນ ເຊັ່ນ: ຂໍ້ລິເລີ່ມການ ພັດທະນາທົ່ວໂລກ, ຄວາມໝັ້ນຄົງ ທົ່ວໂລກ, ຄວາມສີວິໄລທົ່ວໂລກ ແລະ ການປົກຄອງທົ່ວໂລກ. ໃນ ຂອບອາຊຽນ, ລາວ ແລະ ຈີນ ໄດ້ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງໃກ້ຊິດ ຜ່ານການຈັດຕັ້ງປະຕິ ບັດແຜນປະຕິບັດງານ ອາຊຽນຈີນ ທັງໝົດ 5 ສະບັບ ທີ່ກວມເອົາ 3 ເສົາຄ້ຳຂອງປະຊາຄົມອາຊຽນ ແລະ ການເຊື່ອມຈອດອາຊຽນ. ສປປ ລາວ ຕີລາຄາສູງຕໍ່ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ອາ ຊຽນ-ຈີນ ຄົບຮອບ 5 ປີ (20212026) ຊຶ່ງຈະໄດ້ຮ່ວມກັນຈັດ ບັນດາກິດຈະກຳ ເພື່ອສະເຫລີມສະ ຫລອງໂອກາດດັ່ງກ່າວ ແລະ ຂໍ ຂອບໃຈ ສປ ຈີນ ທີ່ຊ່ວຍເຫລືອລາວ ໃນການເປັນປະທານອາຊຽນ 3 ຄັ້ງທີ່ຜ່ານມາ. ພ້ອມນີ້, ໃນປີ2027, ສປປ ລາວ ກໍກຽມພ້ອມທີ່ຈະຮັບ ໜ້າທີ່ເປັນປະເທດປະສານງານ ການພົວພັນ ອາຊຽນ-ຈີນ ສໍາລັບ ໄລຍະ 2027-2030 ເພື່ອສືບຕໍ່ ຜັນຂະຫຍາຍການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ ອາຊຽນ-ຈີນ ກໍຄື ສາຍພົວພັນສອງຝ່າຍ ລາວຈີນ ໃຫ້ນັບມື້ນັບເລິກເຊິ່ງກວ່າເກົ່າ; ຄຽງຄູ່ກັນນັ້ນ, ໃນຂອບຮ່ວມມືແມ່ ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ລາວ ແລະ ຈີນ ໄດ້ຮ່ວມກັນເປີດສັງກາດ ໃໝ່ ໃນການຫັນປ່ຽນສາຍນ້ຳແຫ່ງ ທຳມະຊາດ ໃຫ້ກາຍເປັນສາຍນ້ຳ ແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງ, ກາຍເປັນ ກົນໄກການຮ່ວມມືທີ່ມີປະສິດທິ ພາບ ແລະ ປະສິດທິຜົນ ຊຶ່ງສາມາດ ຫັນເອົາວິໄສທັດໃຫ້ກາຍເປັນໝາກ ຜົນທີ່ເປັນຮູບປະທໍາ. ສປປ ລາວ ຂໍຢືນຢັນຄືນຄວາມ ໝາຍໝັ້ນອັນແນ່ວແນ່ ທີ່ຈະຮ່ວມມື ກັບ ສປ ຈີນ ຢ່າງໃກ້ຊິດ, ປະສານ ຍຸດທະສາດການພັດທະນາຮ່ວມ ກັນຢ່າງຮອບດ້ານ, ສະໜັບສະໜູນ ຄວາມພະຍາຍາມໃນການພັດທະ ນາ ຂອງກັນ ແລະ ກັນ, ເພີ່ມທະວີ ການປະຕິຮູບ ແລະ ເປີດກວ້າງການ ຮ່ວມມືສາກົນ ແລະ ພ້ອມກັນເດີນ ຕາມເສັ້ນທາງການພັດທະນາສັງ ຄົມນິຍົມ ໂດຍສອດຄ່ອງກັບເງື່ອນ ໄຂຄວາມເປັນຈິງຂອງແຕ່ລະປະ ເທດ, ພ້ອມກັນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ, ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມ ທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາ ຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ ກ້າວເຂົ້າສູ່ລວງເລິກ, ມີມາດຕະ ຖານສູງ, ຄຸນນະພາບສູງ ແລະ ລະ ດັບສູງ ເພື່ອນຳເອົາຄວາມສີວິໄລ ແລະ ຄວາມຜາສຸກມາສູ່ປະຊາຊົນ ສອງຊາດພວກເຮົາຢ່າງແທ້ຈິງ.
RkJQdWJsaXNoZXIy MTc3MTYxMQ==