ສປ ຈີນ ສົ່ງດາວທຽມກຸ່ມ 11 ກຸ່ມດາວທຽມອິນເຕີເນັດເຂົ້າສູ່ວົງໂຄຈອນຕ່ຳຊ່ຽນຟ່ານຂຶ້ນສູ່ອະວະກາດ

05/06/2026 15:41
ຂປລ ສປ ຈີນ ​ໄດ້​ຍິງ​ສົ່ງ​ດາວ​ທຽມ ​ກຸ່ມ 11 ​ຂອງ​ກຸ່ມ​ດາວ​ທຽມ​ອິນ​ເຕີ​ເນັດ ເຂົ້າ​ສູ່​ວົງ​ໂຄ​ຈອນ​​ຕ່ຳ ຊ່ຽນ​ຟ່ານ(G60)​ຂຶ້ນ​ສູ່​ອະ​ວະ​ກາດ ຢ່າງ​ສຳ​ເລັດ​ຜົນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 4 ມິ​ຖຸ​ນາ​ນີ້, ສປ ຈີນ ​ໄດ້​ຍິງ​ສົ່ງ​ດາວ​ທຽມ ​ກຸ່ມ 11 ​ຂອງ​ກຸ່ມ​ດາວ​ທຽມ​ອິນ​ເຕີ​ເນັດ ເຂົ້າ​ສູ່​ວົງ​ໂຄ​ຈອນ​​ຕ່ຳ ຊ່ຽນ​ຟ່ານ(G60)​ຂຶ້ນ​ສູ່​ອະ​ວະ​ກາດ ຢ່າງ​ສຳ​ເລັດ​ຜົນ ດ້ວຍ​ຈະ​ຫລວດ​ ສົ່ງ​ຍານ​ຊາງ​ເຈີ່ງ-6A ຢູ່​ສູນ​ສົ່ງ​ດາວ​ທຽມ​ໄທ້ຢວນ​, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ ​ທີ່​ກຳ​ນົດ​ໄວ້​ ຢ່າງ​ສະ​ດວກ, ເຮັດ​ໃຫ້​ພາ​ລະ​ກິດ​ການ​ຍິງ​ສົ່ງດາວ​ທຽມ​ຄັ້ງ​ນີ້​ ໄດ້​ຮັບ​ຜົນ​ສຳ​ເລັດ​ ຢ່າງ​ຈົບ​ງາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top