ລົງນາມສັນຍາກ່ຽວກັບໂຄງການຂອງກອງທຶນພິເສດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

05/06/2026 15:41
ຂປລ ພິທີລົງນາມສັນຍາ ກ່ຽວກັບ ໂຄງການຂອງກອງທຶນພິເສດພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026 ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 4 ມິຖຸນານີ້, ພິທີລົງນາມສັນຍາ ກ່ຽວກັບ ໂຄງການຂອງກອງທຶນພິເສດພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫລວງພະນົມເປັນ ຂອງກຳປູເຈຍ. ທ່ານ ປຣັກ ໂຊຄົນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ກຳປູເຈຍ ແລະ ທ່ານ ຫວ່າງເວີນປີ່ນ ເອກອັກຄະລັດຖະທູດຈີນ ປະຈຳກຳປູເຈຍ ໄດ້ຮ່ວມກັນເຂົ້າຮ່ວມ.ຈາກນັ້ນ ທ່ານ ປຣັກ ໂຊຄົນກ່າວວ່າ: ກຳປູເຈຍ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ສປ ຈີນ ທີ່ໄດ້ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫລືອ ຢ່າງແຂງແຮງ ເຂົ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ຈະສືບຕໍ່ເປັນປະເທດ ຜູ້ສະໜັບສະໜູນ ຢ່າງເດັດດ່ຽວ ຕໍ່ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັບບັນດາປະເທດເຂດລຸ່ມແມ່ນ້ຳເຕົ້າໂຮມກຳລັງ ເພື່ອສ້າງປະຊາຄົມຮ່ວມຊາຕາກຳປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ມຸ່ງໜ້າສູ່ສັນຕິພາບແລະ ຄວາມຈະເລີນຮຸ່ງເຮືອງ. ໃນໂອກາດນີ້ ທ່ານ ຫວ່າງເວີນປີ່ນ ກ່າວວ່າ: ສປ ຈີນ ຍິນດີຈະຮ່ວມກັບ ກຳປູເຈຍ ແລະບັນດາປະເທດແມ່ນ້ຳຂອງ, ເລີ່ມຕົ້ນ “ທົດສະວັດຄຳ” ໃໝ່ແຫ່ງການຮ່ວມມືພາຍໃຕ້ ຂອບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນເພື່ອສ້າງຄວາມຜາສຸກ ໃຫ້ແກ່ ປະຊາຊົນ 6 ປະເທດໃຫ້ດີກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top