ສສ ຫວຽດນາມ-ສປປ ລາວ-ກຳປູເຈຍ ຈະເຂົ້າຮ່ວມເວທີປາໄສ ອະນາຄົດ ອາຊຽນ ຄັ້ງທີ 3

05/06/2026 15:41
ຂປລ ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ສ.ຫວຽດ​ນາມ, ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ຈະ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ ​ເວ​ທີ​ປາ​ໄສ​ ອະ​ນ​າ​ຄົດ ອາ​ຊຽນ ຄັ້ງ​ທີ 3 ແຕ່​ວັນ​ທີ 7–9 ມິ​ຖຸ​ນາ 2026

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເປີດເຜີຍວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ສ.ຫວຽດ​ນາມ, ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ຈະ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ ​ເວ​ທີ​ປາ​ໄສ​ ອະ​ນ​າ​ຄົດ ອາ​ຊຽນ ຄັ້ງ​ທີ 3 ແຕ່​ວັນ​ທີ 7–9 ມິ​ຖຸ​ນາ 2026 ແລະ ທ່ານ ຮຸນມາເນັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຈະ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ​ອະ​ນ​າ​ຄົດ ອາ​ຊຽນ ຄັ້ງ​ທີ 3 ແຕ່​ວັນ​ທີ 8–9 ມິ​ຖຸ​ນາ 2026 ເພື່ອປຶກສາຫາລື ຫລາຍບັນຫາສຳຄັນ ທີ່ຕ່າງຝ່າຍ ຕ່າງໃຫ້ຄວາມສົນໃຈ ໃນພາກພື້ນ ອາຊຽນ ແລະ ສາກົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top