ຂປລ
ຂປລ.ຂໍ່ານັບຊົມເຊີຍການເດີນທາງ ໄປຢ້ຽມຢາມ ທາງລັດຖະກິດຢູ່ ສາທາລະນະລັດ ປະຊາຊົນຈີນ ຂອງສະ ຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ຂປລ.ຂໍ່ານັບຊົມເຊີຍ ການເດີນທາງ ໄປຢ້ຽມຢາມ ທາງລັດຖະກິດຢູ່ ສາທາລະນະລັດ ປະຊາຊົນຈີນ ຂອງສະ ຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນລະຫວ່າງວັນທີ 2–6 ມິຖຸນາ 2026 ນີ້, ເຊິ່ງຖືເປັນເຫດການ ສຳຄັນທາງການເມືອງ ແລະ ການທູດຂອງ ສອງປະເທດ ເພື່ອສືບຕໍ່ສົ່ງເສີມສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ “ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ.
ການຢ້ຽມຢາມຄັ້ງນີ້ ສະທ້ອນໃຫ້ເຫັນເຖິງ ມິດຕະພາບທີ່ໝັ້ນຄົງ ຂະໜົງແກ່ນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ທາງດ້ານການເມືອງ ລະດັບສູງລະຫວ່າງ ລາວ-ຈີນ ຕະຫລອດ 65 ປີແລະກາຍ ເປັນມໍລະດົກ ສືບທອດມູນເຊື້ອອັນດີງາມຈາກຮຸ່ນສູ່ຮຸ່ນ ຢ່າງຮອບດ້ານຄື: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ ເຊື່ອມໂຍງເຊື່ອມຈອດກັນ, ວັດທະນະທຳແລະການໄປມາຫາສູ່ກັນ ລະຫວ່າງປະຊາຊົນ ສອງຊາດ.

ຊຸມປີຜ່ານມາ, ໝາກຜົນການຮ່ວມມື ສອງຝ່າຍລາວ-ຈີນສ່ອງແສງໃຫ້ເຫັນ ທັງປະລິມານ ແລະ ຄຸນນະພາບໄດ້ຮັບການຍົກລະດັບ ຂຶ້ນຢ່າງຈະແຈ້ງຄື: 1).ໄດ້ປ່ຽນສະຖານະພາບລາວ ຄັ້ງປະຫວັດສາດ ຈາກປະເທດບໍ່ມີຊາຍແດນ ຕິດກັບທະເລກາຍ ເປັນປະເທດ ເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ-ສາກົນ ຜ່ານເສັ້ນທາງ ລົດໄຟລາວ-ຈີນພາຍ ໃຕ້ ການຮ່ວມມືຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງໄດ້ກາຍເປັນສັນຍະລັກ ແຫ່ງມິດຕະພາບ ແລະ ການພັດທະນາ ຮ່ວມກັນຊ່ວຍສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການເຊື່ອມໂຍງພາກພື້ນ ໃຫ້ເຂັ້ມແຂງຍິ່ງຂຶ້ນ.
ນັບແຕ່ເປີດການນໍາໃຊ້ ທາງລົດໄຟລາວ-ຈີນ ຢ່າງເປັນທາງການ ມາເປັນເວລາ 4 ປີກວ່າ, ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 70 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ ຫລາຍກວ່າ 81 ລ້ານໂຕນກວມເອົາ 120 ປະເທດ ນອກຈາກນັ້ນ ມັນຍັງຊຸກຍູ້ ເຮັດໃຫ້ອຸດສາຫະກໍາ ທ່ອງທ່ຽວລາວເຕີບໂຕ ແບບກ້າວກະໂດດ ໂດຍດຶງດູດນັກທ່ອງທ່ຽວ ເຂົ້າມາ ປະເທດລາວເຖິງ 4 ລ້ານເທື່ອຄົນໃນປີ 2025, ຄາດວ່າພາຍໃນປີ 2026 ຈະດຶງດູດນັກທ່ອງ ທ່ຽວຕ່າງປະເທດ ເພີ່ມຂຶ້ນເຖິງ 5-6 ລ້ານ.
2). ມູນຄ່າການລົງທຶນຕ່າງປະເທດ ສະສົມຢູ່ລາວ ໃນມໍ່ໆນີ້ເຫັນວ່າຈີນ ຍັງຕິດອັນດັບທີ 1 ດ້ວຍມູນຄ່າລົງທຶນປະມານ 18 ຕື້ກວ່າໂດລາສະຫະລັດ, ອັນດັບທີ 2 ໄທ, ອັນດັບທີ 3 ຫວຽດນາມ ແລະ ອື່ນໆ ໃນນັ້ນຈີນເປັນນັກລົງທຶນກວມເອົາຂະແໜງການ ຕ່າງໆເຊັ່ນ: ພະລັງງານສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ພະລັງງານລົມ, ແສງຕາເວັນ,ນໍ້າ),ກະສິກໍາ, ຂົນສົ່ງ (ໂລຈິດສະຕິກ) ແລະ ອື່ນໆ;
3).ມູນຄ່າການຄ້າລະຫວ່າງ ສອງຝ່າຍໃນປີ 2024-2025 ສູງເຖິງ 8 ຕື້ 230 ລ້ານໂດລາສະຫະລັດ, ໃນນັ້ນ ມີສິນຄ້າຂອງລາວ ຫລາຍກວ່າ 70 ລາຍການ ໄດ້ຂຶ້ນບັນຊີກໍານົດ ສົ່ງອອກໄປຈີນ ໂດຍກວມເອົາຢາງພາລາ, ໝາກກ້ວຍ, ມັນຕົ້ນ, ໝາກໂມ, ໝາກມ່ວງ, ສາລີ,ໝາກມີ້, ຖົ່ວລຽນ, ພືດຜັກ, ແຮ່ທາດ ແລະ ອື່ນໆ;

4). ລາວ-ຈີນ ໄດ້ມີການຮ່ວມມືກັນ ຢ່າງເລິກເຊິ່ງ ໃນຂົງເຂດເຕັກໂນໂລຊີໃໝ່ໆ ໂດຍສະເພາະ ປັນຍາປະດິດ (AI) ພາຍໃຕ້ຂອບຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ຂະຫຍາຍ ຈາກສູນກາງ ຮອດທ້ອງຖິ່ນ ເຊິ່ງລວມເອົາການອອກນະໂຍບາຍ ລະດັບຊາດ ເຖິງການຮ່ວມມືກັບ ພາກເອກະຊົນ ແລະ ການນຳໃຊ້ໃນ ຂະແໜງການຕ່າງໆ ເຊັ່ນ: ສາທາລະ ນະສຸກ, ການຄ້າ, ຄົມມະນາຄົມ, ໂທລະຄົມ ແລະ ຂໍ້ມູນຂ່າວສານອື່ນໆ ຕົວຢ່າງການຮ່ວມມື ລະຫວ່າງ ແຂວງກວາງຊີ ຂອງຈີນ ກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ເພື່ອຊຸກຍູ້ ການນຳໃຊ້ AI ໃນເມືອງອັດສະລິຍະ, ການທ່ອງທ່ຽວ, ພະລັງງານສີຂຽວ, ອຸດສາຫະກຳ ແລະ ອື່ນໆ;
5).ຈີນໄດ້ຫັນເອົາເຂດ ລະເບີດຕົກຄ້າງ ບໍ່ທັນແຕກໃນປາງສົງຄາມ ອິນດູຈີນຢູ່ລາວ ມາພັດທະນາ ເປັນແຫລ່ງພະ ລັງງານລົມ-ພະລັງງານແສງຕາເວັນ ທີ່ເປັນມິດຕໍ່ສິ່ງແວດລ້ອມ ໃນພາກໃຕ້-ພາກເໜືອ ຂອງລາວເພື່ອຊຸກຍູ້ ເຮັດໃຫ້ເສດຖະກິດ ລະຫວ່າງປະເທດ ກ້າວໄປຢ່າງໝັ້ນຄົງ ໃນນັ້ນມີບໍລິສັດພາວເວີຊາຍນາ ( Power China) ໄດ້ຮັບເໝົາດໍາເນີນ ການກໍ່ສ້າງ ໂຄງການຜະລິດໄຟຟ້າ ດ້ວຍພະລັງງານລົມ 600 ເມກາວັດ ຢູ່ພາກໃຕ້ຂອງລາວ ປັດຈຸບັນສໍາເລັດແລ້ວ ແລະ ໄດ້ສົ່ງພະລັງງານ ໄຟຟ້າອອກຂາຍໄປຍັງ ປະເທດຫວຽດນາມ, ໂຄງພະລັງງານ ແສງຕາເວັນພວມດໍາເນີນ ກໍ່ສ້າງໂດຍບໍລິສັດ ພະລັງງານນິວເຄລຍ ທົ່ວໄປຈີນຫລື CGN ໄດ້ປະດິດສ້າງຮູບແບບ ເຊື່ອມສານພະລັງງານ ຫລາຍຊະນິດ, ບວກກັບ ໂຄງ ການ ເຊື່ອມຕໍ່ເຄືອຂ່າຍໄຟຟ້າ 500 ກິໂລໂວນລະຫວ່າງລາວ-ຈີນ, ໃນລະດູຝົນປະທດລາວສາມາດສົ່ງອອກ ໄຟຟ້າສີຂຽວສ່ວນເກີນແລະສາມາດຮັບໄຟຟ້າ ສົ່ງຄືນຈາກຈີນ ໃນລະດູແລ້ງ;
6).ຈີນໃຫ້ການຊ່ວຍເຫລືອລ້າ ຜ່ານໂຄງການ ພັດທະນາຕ່າງໆໃນສປປລາວ ຄາດວ່າມີຫລາຍຮ້ອຍ ໂຄງການເຊັ່ນ: ສ້າງອາຄານໂຮງໝໍ ທະຫານ 103, ສ້າງອາຄານໂຮງ ໝໍສາກົນທັນ ສະໄໝມະໂຫສົດ, ສ້າງຫໍປະຊຸມແຫ່ງຊາດ ຫລັກ 6, ສ້າງອາຄານຮຽນ ຢູ່ມະຫາວິທະຍາໄລ ແຫ່ງຊາດ-ໂຮງຮຽນມັດທະຍົມອື່ນໆ, ສົ່ງຢາປິ່ນປົວພະຍາດ, ວັກຊິນຕ້ານ ໂຄວິດ-ອຸປະ ກອນການແພດ ແລະອື່ນໆ.
ພ້ອມດຽວກັນນີ້, ກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີ ປະມຸກລັດ ປະເທດສະມາຊິກ ອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນ ທຽນສິນຂອງຈີນ ໃນວັນທີ 1 ກັນຍາ 2025 ໄດ້ເຫັນດີເປັນເອກະພາບ ກັນຮັບເອົາ ສປປ ລາວ ເຂົ້າເປັນປະເທດ ຄູ່ເຈລະຈາ ປະເທດທີ 15 ຢ່າງເປັນທາງການ ເຮັດໃຫ້ມາຮອດປັດຈຸບັນ ອົງການຮ່ວມມື ຊຽງໄຮ້ (SCO) ມີສະມາຊິກ ທັງໝົດ 10 ປະເທດ, ມີ 2 ປະເທດສັງເກດການ ແລະ 15 ປະເທດຄູ່ເຈລະຈາ (ລວມທັງ ສປປ ລາວ). ຕໍ່ຄວາມສໍາເລັດ ໄດ້ມາບໍ່ແມ່ນເລື່ອງງ່າຍ ແລະໄດ້ສະທ້ອນ ໃຫ້ເຫັນ ຈຸດຢືນທີ່ເປັນ ທາດແທ້ເຕັມໄປດ້ວຍ ຄວາມໄວ້ເນື້ອເຊື່ອໃຈ, ການຮັກຫອມ ສັນຕິພາບ, ການຮູ້ຖະນຸຖະໜອມດ້ວຍ ຈິດໃຈອັນບໍລິສຸດ, ການແບ່ງປັນ ຄວາມຮັກຄວາມສາມັກຄີ, ການ ເຂົ້າຮ່ວມ ເວທີກອງປະຊຸມ ແລະ ກິດຈະກໍາຕ່າງໆ ທີ່ເປັນປະໂຫຍດ ຢ່າງຕັ້ງໜ້າຂອງ ສປປ ລາວຕໍ່ຄູ່ຮ່ວມມື ອຸດົມການດຽວກັນ, ຕໍ່ປະເທດ ເພື່ອນມິດ ແລະ ວົງຄະນະຍາດສາກົນ ຢ່າງສະເໝີຕົ້ນ ສະເໝີປາຍ.
ປວງຊົນລາວ ບັນດາເຜົ່າທົ່ວປະເທດ ມີຄວາມເຊື່ອໝັ້ນ ຢ່າງແທ້ຈິງວ່າ ການຢ້ຽມຢາມ ຂອງສະຫາຍ ທອງລຸນ ສີສຸລິດໃນຄັ້ງນີ້ຈະປະສົບ ຜົນສຳເລັດຢ່າງຈົບງາມ, ໄດ້ຮັບໝາກ ຜົນ ໃຫຍ່ຫລວງ ກວ່າເກົ່າ ແລະ ສືບຕໍ່ເພີ່ມທະວີ ຊຸກຍູ້ສາຍພົວພັນລາວ-ຈີນ ໃຫ້ໝັ້ນຄົງ, ຍືນຍົງ ແລະ ຮຸ່ງເຮືອງຮ່ວມກັນ ຍິ່ງໆຂຶ້ນຕະຫລອດໄປ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL