ໄຂກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ 14 ອາຍຸການ 2026 – 2031

05/06/2026 15:41
ຂປລ ກອງ​ປະ​ຊຸມ​ໃຫຍ່ ​ກຳ​ມະ​ບານ ຫວຽດ​ນາມ ຄັ້​ງ​ທີ 14 ອາ​ຍຸ​ການ 2026 – 2031 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​​ວັນ​ທີ 4 ມິ​ຖຸ​ນາ, ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ, ທີ່ ນະຄອນຫລວງ ຮ່າ​ໂນ້ຍ. ດ້ວຍ​ທິດ​ນຳ: “ສາ​ມັກ​ຄີ -ປະ​ຊາ​ທິ​ປະ​ໄຕ-ລະ​ບຽບ​ວິ​ໄນ-ການ​ປ່ຽນ​ແປງ​ໃໝ່-ການ​ພັດ​ທະ​ນາ”,

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງ​ປະ​ຊຸມ​ໃຫຍ່ ​ກຳ​ມະ​ບານ ຫວຽດ​ນາມ ຄັ້​ງ​ທີ 14 ອາ​ຍຸ​ການ 2026 – 2031 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​​ວັນ​ທີ 4 ມິ​ຖຸ​ນາ, ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ, ທີ່ ນະຄອນຫລວງ ຮ່າ​ໂນ້ຍ. ດ້ວຍ​ທິດ​ນຳ: “ສາ​ມັກ​ຄີ -ປະ​ຊາ​ທິ​ປະ​ໄຕ-ລະ​ບຽບ​ວິ​ໄນ-ການ​ປ່ຽນ​ແປງ​ໃໝ່-ການ​ພັດ​ທະ​ນາ”,ໂດຍມີ ທ່ານ ໂຕ​ເລິ​ມ, ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນ​ະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ ​ປະ​ເທດ ຫວຽດ​ນາມ ລວມທັງຜູ້ນຳຂັ້ນສູງ ແລະ ຜູ້ແທນ​ເຂົ້າ​ຮ່ວມ 780 ຄົນ, ຕາງ​ໜ້າ​ໃຫ້​ສະ​ມາ​ຊິ​ກ ​ກຳ​ມະ​ບານ ​ເກືອບ 10 ລ້ານ​ຄົນ ​ໃນ​ທົ່ວ​ປະ​ເທດ. ໃນກອງ​ປ​ະ​ຊຸມຄັ້ງນີ້, ທ່ານ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ກ່າວເນັ້ນ​ໜັກ​ວ່າ: ໃນ​ຕະ​ຫລອດ​ວິ​ວັດ​ການ​ປະ​ຕິ​ວັດ ຫວຽດ​ນາມ, ຊົນ​ຊັ້ນ​ກຳ​ມະ​ກອນ ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງ​ນຳ​ໜ້າ, ສ້າງ​ພື້ນ​ຖານ ​ເສດ​ຖະ​ກິດ, ເຕັກ​ນິກ​ຂອງ​ປະ​ເທດ​ຊາດ. ກຳ​ມະ​ບານ ຫວຽດ​ນາມ ຕ້ອງ​ສ້າງ​ຊົນ​ຊັ້ນ​ ກຳ​ມະ​ກອນ ຫວຽດ​ນາມ ໃຫ້​ທັນ​ສະ​ໄໝ, ເຕີບ​ໂຫຍ່ເຂັ້ມ​ແຂງ, ສົມ​ເປັນ​ກຳ​ລັງ​ນຳ​ໜ້າ ​ໃນ​ພາ​ລະ​ກິດ ​ຫັນ​ປະ​ເທດ​ຊາດ ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ.ໃນ​ພື້ນ​ຖານ​ເສດ​ຖະ​ກິດການ​ຕະ​ຫລາດ ຕາມ​ການ​ກຳ​ນົດ​ທິດ​ ສັງ​ຄົມ​ນິ​ຍົມ, ຜົນ​ປະ​ໂຫຍດ​ ລະ​ຫວ່າງ​ ລັດ, ວິ​ສ​າ​ຫະ​ກິດ ແລະ ຜູ້​ອອກ​ແຮງ​ງານ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ​ໃຫ້​ມີ​ຄວາມ​ກົມ​ກຽວ. ກຳ​ມະ​ບານ​ຕ້ອງ​ຍົກ​ສູງ​ກຳ​ລັງ​ ຄວາມ​ສາ​ມາດ​ແກ້​ໄຂ​ລ​ວມ​ໝູ່. ຄຳ​ເຫັນ​ສ່ອງ​ແສງ​ ຂອງ​ກຳ​ມະ​ກອນ​ ຕ້ອງ​ໄດ້​ຮັບ​​ການ​ຮັບຟັງ, ແກ້​ໄຂ ແລະ ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ ​ດຳ​ເນີນ​ທຸ​ລະ​ກິດ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ​ປ່ຽນ​ແປງ​ໃໝ່​ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເຊື່ອມ​ໂຍງ​ເຂົ້າ​ກັບ ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ​ຢ່າງ​ເລິກ​ເຊິ່ງ. ລົງ​ທຶນ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານນັ້ນ​ ກໍ່ແມ່ນ​ກາ​ນ​ລົງ​ທຶນ ​ໃຫ້​ແກ່​ ສະ​ມັດ​ຕະ​ພາບ, ເຄື່ອງ​ໝາຍ​ການ​ຄ້າ ແລະ ການ​ພັດ​ທະ​ນາ​ ຢ່າງ​ຍາວ​ນານ ​ຂອງວິ​ສາ​ຫະ​ກິດ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top