ຂປລ
ນັກຂ່າວ ສາກົນ ໄດ້ເດີນທາງຂຶ້ນໄປສູ່ສັນພູຢານຊານ (Yan Mountains) ທີ່ມີລົມພັດແຮງ ເພື່ອຫວນຄືນເຖິງປະຫວັດສາດ ຫຼາຍພັນປີຂອງຈີນ ພ້ອມທັງການສຶກສາວ່າ ພູມສັນຖານ ອັນເປັນເອກະລັກ ແລະ ກໍາແພງເມືອງຈີນ (Changcheng) ໄດ້ກໍານົດຊະຕາກໍາ ຂອງ ລາຊະວົງຕ່າງໆ ໃນອະດີດແນວໃດ.
ຂປລ. ວັນທີ 3 ມິຖຸນາ 2026, ນັກຂ່າວ ສາກົນ ໄດ້ເດີນທາງຂຶ້ນໄປສູ່ສັນພູຢານຊານ (Yan Mountains) ທີ່ມີລົມພັດແຮງ ເພື່ອຫວນຄືນ ເຖິງປະຫວັດສາດ ຫຼາຍພັນປີຂອງຈີນ ພ້ອມທັງການສຶກສາວ່າ ພູມສັນຖານ ອັນເປັນເອກະລັກ ແລະ ກໍາແພງເມືອງຈີນ (Changcheng) ໄດ້ກໍານົດ ຊະຕາກໍາ ຂອງ ລາຊະວົງຕ່າງໆ ໃນອະດີດແນວໃດ.
ປ້ອມຍາມທໍາມະຊາດແລະກໍາແພງຍາວ :
ປັກກິ່ງ ຕັ້ງຢູ່ໃນບໍລິເວນ ຂອງ ພູຢານຊານ ແລະ ໄທ້ຮາງ (Taihang Mountains) ເຊິ່ງເຮັດໜ້າທີ່ເປັນປ້ອມຍາມທໍາມະຊາດ ແລະ ເປັນຈຸດ ຍຸດທະສາດ ທີ່ສໍາຄັນ ມາຕັ້ງແຕ່ຕອນທີ່ ເລີ່ມຕົ້ນເປັນເມືອງຫຼວງ ຂອງລາຊະອານາຈັກຢານ (Yan Kingdom) ເມື່ອ 3.100ປີ ຜ່ານມາ ເປັນເວລາ ຫຼາຍພັນປີ ທີ່ພູມສັນຖານນີ້ ໄດ້ບັງຄັບໃຫ້ຊົນເຜົ່າ ທາງຕອນເໜືອ ຕ້ອງເດີນທາງ ຜ່ານຊ່ອງພູນີ້ ທີ່ແຄບແລະ ເປັນຈຸດອັບ ໂດຍຫຼັກຖານ ທາງການ ທະຫານນີ້ ເຮັດໃຫ້ຮ່ອງຮອຍ ຂອງຈັກກະພັດຈີນ ຕ້ອງສ້າງລະບົບປ້ອງກັນຕົວ ທີ່ມີຄວາມຍາວກວ່າ 21.000 ກິໂລແມັດ ເຊິ່ງປະກອບມີກໍາແພງ, ປ້ອມຍາມ ແລະ ຫໍສົ່ງສັນຍານໄຟ.
ນັກປະຫວັດສາດທ້ອງຖິ່ນ ໄດ້ແບ່ງປັນກ່ຽວກັບ ວິສາວະກໍາ ອັນສະຫຼຽວສະຫຼາດ ຢູ່ເບື້ອງຫຼັງລະບົບໂທລະຄົມມະນາຄົມບູຮານ ຂອງ ກໍາແພງ. ຫໍສົ່ງສັນຍານໄຟ ແຕ່ລະແຫ່ງ ຈະຕັ້ງຫ່າງກັນປະມານ 400 ຫາ 500ແມັດ, ໃນຕອນກາງຄືນ ຈະໃຊ້ໄຟ, ສ່ວນຕອນກາງເວັນ ຈະໃຊ້ຄວັນໄຟ (ທີ່ໄດ້ ຈາກການຈຸດຂີ້ໝາປ່າແຫ້ງ) ເພາະວ່າ ມັນມີຄວາມໜາ ແລະ ທົນທານຕໍ່ລົມແຮງ ເພື່ອສົ່ງສັນຍານເຕືອນໄພ ທາງການທະຫານທົ່ວໄປ ໃນປະເທດ ຢ່າງວ່ອງໄວ.

ການຫຼົ້ມສະຫຼາຍຂອງລາຊະວົງໂຈວ ຕາເວັນຕົກ :
ໂດຍທົບທວນຄືນຕໍານານ ອັນເປັນຈຸດປ່ຽນໃນປີ771 ກ່ອນຄຣິສຕະສັກກະລາດ ເຊິ່ງສະແດງໃຫ້ເຫັນເຖິງ ຄວາມສໍາຄັນ ຂອງ ລະບົບສັນ ຍານນີ້. ກະສັດໂຈວຢິ້ວຫວັງ (King Zhou) ແຫ່ງລາຊະວົງໂຈວຕາເວັນຕົກ ໄດ້ຈູດໄຟສັນຍານທະຫານຫຼາຍເທື່ອ ເຮັດເປັນເລື່ອງຕະຫຼົກ ເພື່ອເຮັດໃຫ້ ສະໜົມເອກ ທີ່ຊື່ ນາງປາວຊື (Bao Si) ທີ່ມີຄວາມຫງ່ວມເຫງົາ ຍິ້ມອອກມາ. ເມື່ອຊົນເຜົ່າ ພະເນຈອນຄວນຣົງ (Quanrong) ເຂົ້າມາໂຈມຕີ ເມືອງຫຼວງ ຮາວຈິ້ງ (Haojing) ເຊິ່ງເປັນ ເມືອງຊີອານໃນປັດຈຸບັນ, ເຈົ້າເມືອງຕ່າງໆ ຈຶ່ງບໍ່ສົນໃຈຄວັນໄຟ ເພາະຄິດວ່າ ເປັນການ ເຮັດຂີ້ຕົວະ ຄືຜ່ານມາ, ສົ່ງຜົນໃຫ້ເມືອງຫຼວງຖືກຢຶດ, ກະສັດຖືກຂ້າ ແລະ ລາຊະວົງທີ່ແຕກແຍກ ຕ້ອງຍ້າຍເມືອງຫຼວງໄປທາງຕາ ເວັນອອກເຊິ່ງເປັນຈຸດເລີ່ມຕົ້ນ ອັນນອງເລືອດ ຂອງ ລາຊະວົງໂຈວຕາເວັນອອກ.
ການປ່ຽນຜ່ານ ຈາກໝິງໄປສູ່ຊິງ: ເລື່ອງລາວ ແຫ່ງການທໍລະຍົດ ແລະ ຮວງຈຸ້ຍ
ການເດີນທາງທາງປະຫວັດສາດ ຍັງໄດ້ເນັ້ນໜັກເຖິງ ການຫຼົ້ມສະຫຼາຍ ອັນວຸ້ນວາຍຂອງລາ ຊະວົງໝິງ ໃນປີ1644. ຈັກກະພັດສົງເຈີ້ນ (Emperor Chongzhen) ທີ່ປົກຄອງບ້ານເມືອງ ບໍ່ມີຄວາມເຂັ້ມແຂງ ໂດຍມີການປ່ຽນມະຫາອຸປະລາດ ເຖິງ 51ຄົນ ໃນຮອບ17ປີ, ເຮັດໃຫ້ ຈັກກະພັດ ອ່ອນແອ ແລະ ຖືກແຊກຊຶມ, ລວມທັງ ການກະບົດ ຂອງຊາວນາພາຍໃນ ແລະ ກອງທັບແມນຈູ ຈາກພາຍນອກ. ພະອົງປະຕິເສດ ບໍ່ຍອມຈຳນົນ ເມື່ອພວກກະບົດບຸກເຂົ້າປັກກິ່ງ ແລະ ໄດ້ຜູກຄໍຕາຍ ຢູ່ທີ່ຈອມພູຈິ້ງຊານ (Jingshan Hill).
ເຫດການນີ້ ໄດ້ນໍາໄປສູ່ການທໍລະຍົດຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດຈີນ. ຫວູຊານກຸ້ຍ (Wu Sangui) ນາຍພົນລາຊະວົງໝິງ ທີ່ເຝົ້າ ດ່ານ ຊານໄຮ່ກວນ (Shanhaiguan pass) ທີ່ສໍາຄັນ ໄດ້ພົບວ່າ ຄອບຄົວ ແລະ ສະໜົມເອກ ຜູ້ງົດງາມ ຊື່: ນາງເສີນຢວນຢວນ (Chen Yuanyuan) ຖືກພວກກະບົດ ຈັບເປັນຕົວປະກັນ. ດ້ວຍຄວາມຄຽດແຄ້ນ, ຫວູຊານກຸ້ຍ ຈຶ່ງໄດ້ເປີດປະຕູກໍາແພງເມືອງຈີນໃຫ້ກອງທັບ ແມນຈູ ເຂົ້າມາ. ກອງທັບ ທັງສອງ ໄດ້ຮ່ວມມືກັນປາບປາມ ພວກກະບົດ, ນໍາໄປສູ່ການສະຖາປະນາລາຊະວົງຊິງ (ປີ1644–1911).
ເນື່ອງຈາກ ຜູ້ປົກຄອງລາຊະວົງຊິງ ໄດ້ສ້າງຄວາມສໍາພັນ ທາງການເມືອງ ຜ່ານການແຕ່ງງານກັບມົງໂກລີ, ກໍາແພງເມືອງຈີນຈຶ່ງໝົດໜ້າທີ່ ໃນການເປັນແນວປ້ອງກັນ ຊາຍແດນ ເປັນເວລາເກືອບສາມສະຕະວັດ. ນອກຈາກນີ້, ຜູ້ຊ່ຽວຊານ ຍັງໄດ້ຊີ້ໃຫ້ເຫັນເຖິງ ຄວາມແຕກຕ່າງ ທາງພູມ ສາດ,ໃນຂະນະທີ່ ປັກກິ່ງ ມີຄວາມຈະເລີນຮຸ່ງເຮືອງ, ແຕ່ເມືອງຫຼວງ ທາງຕອນໃຕ້ ຄື: ໜານຈິງ (Nanjing) ຊໍ້າພັດຖືກປະລະ ໂດຍຫຼາຍລາຊະວົງ ເນື່ອງຈາກຄວາມເຊື່ອ ເລື່ອງຄໍາສາບຮວງຈຸ້ຍ ທີ່ນໍາມາຊຶ່ງຄວາມບໍ່ໝັ້ນຄົງທາງການເມືອງ.

ການຕໍ່ສູ້ຄັ້ງສຸດທ້າຍຂອງກໍາແພງ :
ການສະຫຼຸບຂໍ້ມູນ ໄດ້ຈົບລົງ ດ້ວຍການມີບົດບາດ ທາງການທະຫານ ຄັ້ງສຸດທ້າຍ ຂອງກໍາແພງເມືອງຈີນ ໃນປີ1933. ເມື່ອຕ້ອງ ຜະເຊີນ ໜ້າກັບ ອາວຸດໜັກແລະປືນໃຫຍ່ ທີ່ທັນສະໄໝກວ່າ ໃນໄລຍະເລີ່ມຕົ້ນ ຂອງການຮຸກຮານ ຈາກຈັກກະພັດຕ່າງດ້າວ (ຍີ່ປຸ່ນ) ໃນເວລານັ້ນ. ກອງທັບ ຈີນ ໄດ້ໃຊ້ປະ ໂຫຍດຈາກພູມສັນຖານ ອັນທຸລະກັນດານ ຂອງກໍາແພງ ທາງຕາເວັນອອກ ສຽງເໜືອ ເພື່ອສະກັດກັ້ນ ກອງທັບໜ້າຂອງຜູ້ຮຸກຮານ. ເຖິງແມ່ນວ່າ ມີການເຊັນສັນຍາ ສະຫງົບເສິກ ຊົ່ວຄາວໃນຕໍ່ມາ, ແຕ່ຄວາມຂັດແຍ້ງ ກໍໄດ້ລະເບີດຂຶ້ນ ເປັນສົງຄາມເຕັມຮູບແບບ ໃນປີ1937 ເຊິ່ງກາຍ ເປັນສ່ວນໜຶ່ງ ຂອງ ສົງຄາມໂລກຄັ້ງທີII ໃນສະໜາມຮົບປາຊີຟິກ ໃນເວລານັ້ນ.
ປັດຈຸບັນ, ກໍາແພງເມືອງຈີນ ບໍ່ໄດ້ເຮັດໜ້າທີ່ ເປັນສິ່ງກີດຂວາງ ການແບ່ງແຍກອີກຕໍ່ໄປ, ແຕ່ມັນຍືນຍົງ ໃນຖານະພະຍານ ທີ່ມິດງຽບ ຕໍ່ການຮຸ່ງເຮືອງ ແລະ ການຫຼົ້ມສະຫຼາຍຂອງຈັກກະພັດ, ເປັນບົດຮຽນ ທາງຍຸດທະສາດ ພູມສາດການເມືອງ ແລະ ເປັນສັນຍາ ລັກແຫ່ງ ຄວາມທົນ ທານ ຂອງອາລິຍະທໍາຈີນ. ກຳແພງເມືອງຈີນ ທີ່ຕັ້ງຢູປະເທດຈີນ ແມ່ນໜຶ່ງໃນສິ່ງກໍ່ສ້າງ ທີ່ຍິ່ງໃຫຍ່ແລະມີຊື່ສຽງ ດັງກ້ອງໄປທົ່ວໂລກ.

ກຳແພງແຫ່ງນີ້ ໄດ້ໃຊ້ແຮງງານ ຈຳນວນຫຼາຍ ແລະ ໃຊ້ເວລາຫຼາຍຮ້ອຍປີ ໃນການສ້າງໃຫ້ສຳເລັດ. ຍ້ອນຄວາມຍິ່ງໃຫຍ່ ແລະ ຄວາມສາມາດ ທາງດ້ານ ວິສະວະກຳ ກຳແພງເມືອງຈີນ ຈຶ່ງໄດ້ຮັບການຍົກຍ້ອງ ໃຫ້ເປັນໜຶ່ງໃນເຈັດ ສິ່ງມະຫັດສະຈັນ ຂອງໂລກ. ປັດຈຸບັນກຳແພງເມືອງຈີນ ເປັນ ສະຖານທີ່ ທ່ອງທ່ຽວສຳຄັນ ທີ່ດຶງດູດນັກທ່ອງທ່ຽວ ຈາກທົ່ວໂລກ ໃຫ້ເດີນທາງ ໄປທ່ຽວຊົມ. ຜູ້ທີ່ໄດ້ໄປເຫັນກັບຕາ ລ້ວນແຕ່ຮູ້ສຶກ ປະທັບໃຈໃນ ຄວາມຍາວ ແລະ ຄວາມຍິ່ງໃຫຍ່ ຂອງກຳແພງແຫ່ງນີ້. ນອກຈາກນັ້ນ, ຍັງເປັນສັນຍາລັກ ທີ່ສະທ້ອນເຖິງ ປະຫວັດສາດ, ວັດທະນະທຳ ແລະ ຄວາມ ສາມາດ ຂອງຊາວຈີນ ໃນອະດີດ. ກຳແພງເມືອງຈີນ ບໍ່ພຽງແຕ່ເປັນມໍລະດົກ ທາງປະຫວັດສາດ ຂອງປະເທດຈີນເທົ່ານັ້ນ ແຕ່ຍັງເປັນມໍລະດົກ ອັນ ລ້ຳຄ່າ ຂອງມະນຸດຊາດ ທົ່ວໂລກ ອີກດ້ວຍ./
KPL