ສປ ຈີນ ປະສົບຜົນສຳເລັດໃນການສົ່ງດາວທຽມກຸ່ມ 08 ຂອງກຸ່ມດາວທຽມອິນເຕີເນັດວົງໂຄຈອນຕ່ຳ

02/06/2026 21:09
ຂປລ ສປ ຈີນ​ ໄດ້​ຍິງ​ສົ່ງດາວ​ທຽມກຸ່ມ 08 ຂອງ​ກຸ່ມ​ດາວ​ທຽມອິນ​ເຕີ​ເນັດ ​ວົງ​ໂຄ​ຈອນ​ຕ່ຳ​ ຊ່ຽນ​ຟ່ານ(G60)ຂຶ້ນ​ສູ່​ ອະ​ວະ​ກາດ ດ້ວຍ​ຈະ​ຫລວດ ​ສົ່ງ​ຍານ​ຊາງ​ເຈີ່ງ-12B Y1

​      ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 1 ມິ​ຖຸ​ນາ​ນີ້ ຢູ່​ເຂດ​ທົດ​ລອງ​ປະ​ດິດ​ສ້າງ​ໃໝ່ ​ກາ​ນ​ບິນ​ອະ​ວະ​ກາດ​ການ​ຄ້າ​ຕົ່ງ​ເຟີ່ງ​, ສປ ຈີນ​ ໄດ້​ຍິງ​ສົ່ງດາວ​ທຽມກຸ່ມ 08 ຂອງ​ກຸ່ມ​ດາວ​ທຽມອິນ​ເຕີ​ເນັດ ​ວົງ​ໂຄ​ຈອນ​ຕ່ຳ​ ຊ່ຽນ​ຟ່ານ(G60)ຂຶ້ນ​ສູ່​ ອະ​ວະ​ກາດ ດ້ວຍ​ຈະ​ຫລວດ ​ສົ່ງ​ຍານ​ຊາງ​ເຈີ່ງ-12B Y1, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ ​ທີ່​ຄາດ​ໄວ້ຢ່າງ​ສະ​ດວກ ເຮັດ​ໃຫ້​ພາ​ລະ​ກິດ ​ຍິງສົ່ງ​ດາວ​ທຽມ​ຄັ້ງ​ນີ້ ໄດ້​ຮັບ​ຜົນ​ສຳ​ເລັດ​ ຢ່າງ​ຈົບ​ງາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top