ຂປລ
ສຳນັກງານ ສິ່ງແວດລ້ອມແຫ່ງຊາດ ສິງກະໂປ ປະກາດ ຈະໃຊ້ ມາດຕະການ ໃໝ່ ເພື່ອຄວບຄຸມ ການປ່ອຍແກັສ ເຮືອນແກ້ວ ຈາກ ອຸປະກອນ ເຮັດຄວາມເຢັນ ແລະ ເຄື່ອງປັບ ອາກາດ ຕັ້ງແຕ່ວັນທີ 1 ກໍລະກົດ 2027 ເປັນຕົ້ນໄປ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ສຳນັກງານ ສິ່ງແວດລ້ອມແຫ່ງຊາດ ສິງກະໂປ ປະກາດ ຈະໃຊ້ ມາດຕະການ ໃໝ່ ເພື່ອຄວບຄຸມ ການປ່ອຍແກັສ ເຮືອນແກ້ວ ຈາກ ອຸປະກອນ ເຮັດຄວາມເຢັນ ແລະ ເຄື່ອງປັບ ອາກາດ ຕັ້ງແຕ່ວັນທີ 1 ກໍລະກົດ 2027 ເປັນຕົ້ນໄປ, ໂດຍຍ້າຍ ຂອບເຂດ ຂໍ້ບັງຄັບເດີມ ໃຫ້ຄວບຄຸມ ທັງລະບົບ ເຮັດຄວາມເຢັນ ເຊີງການຄ້າ ລວມສູນ. ເຄື່ອງປັບ ອາກາດ ໃນລົດສ່ວນບຸກຄົນ ແລະ ລົດຂົນສົ່ງ ຂະໜາດນ້ອຍ ຊຶ່ງເປັນ ສ່ວນໜຶ່ງ ຂອງຄວາມພະຍາຍາມ ສະໜັບສະໜູນເປົ້າໝາຍ ດ້ານສະພາບ ພູມອາກາດ ຂອງສິງກະໂປ ໃນປີ 2030 ແລະບັນລຸເປົ້າໝາຍ ການປ່ອຍກາກບອນ ສຸດທິເປັນສູນ ໃນປີ 2050.
ມາດຕະການ ດັ່ງກ່າວ ຕໍ່ຈາກມາດຕະການ ກ່ອນໜ້າ ທີ່ເລີ່ມໃຊ້ ເມື່ອ ປີ 2022 ຊຶ່ງກຳນົດ ຄ່າສັກກາຍະພາບ ໃນການ ເຮັດໃຫ້ເກີດ ພາວະໂລກຮ້ອນ ຫລື ຈີດັບເບີລຢູຟີ (GWP) ສຳລັບ ເຄື່ອງປັບອາກາດ ພາຍໃນເຮືອນ, ຕູ້ເຢັນ ແລະ ເຄື່ອງເຮັດຄວາມເຢັນ ແບບລະບາຍ ຄວາມຮ້ອນ ດ້ວຍນໍ້າທີ່ໃຊ້ ໃນລະບົບ ເຮັດຄວາມເຢັນ ຂະໜາດໃຫຍ່. ຈີດັບ ເບີລຢູຟີ ເປັນມາດຕະການ ວັດແທກຜົນກະທົບ ຕໍ່ພາວະໂລກຮ້ອນ ຂອງແກັສ ຊະນິດໜຶ່ງ ເມື່ອທຽບກັບ ແກັສກາກບອນດິອົກຊິດ ໃນປະລິມານເທົ່າກັນ, ໂດຍທົ່ວໄປ ການຄຳນວນ ໃນໄລຍະເວລາ 100 ປີ./
KPL