ຂປລ
ໃນຂອບເຂດ ການຢ້ຽມຢາມ ທາງລັດຖະກິດ ຢູ່ ຟີລິບປິນ, ເມື່ອວັນທີ 1 ມິຖຸນາ, ພາຍຫລັງເຂົ້າຮ່ວມ ພິທີຕ້ອນຮັບ ທາງລັດຖະກິດ ຢູ່ທຳນຽບ Malacanang, ນະຄອນຫລວງ ມານິລາ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ໃນຂອບເຂດ ການຢ້ຽມຢາມ ທາງລັດຖະກິດ ຢູ່ ຟີລິບປິນ, ເມື່ອວັນທີ 1 ມິຖຸນາ, ພາຍຫລັງເຂົ້າຮ່ວມ ພິທີຕ້ອນຮັບ ທາງລັດຖະກິດ ຢູ່ທຳນຽບ Malacanang, ນະຄອນຫລວງ ມານິລາ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທ່ານໂຕເລິມ ໄດ້ເຈລະຈາກັບ ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr.
ໂດຍຜູ້ນຳ ສອງທ່ານ ໄດ້ແບ່ງປັນ ທັດສະນະລວມ ກ່ຽວກັບ ການຊຸກຍູ້ຮ່ວມມື ຢ່າງແທ້ຈິງ ໃນຂົງເຂດ ບຸລິມະສິດຈຳນວນໜຶ່ງ, ຈຸດສຸມແມ່ນ ການພັດທະນາ ກະສິກຳແບບຍືນຍົງ, ກະສິກຳຜະລິດຄືນໃໝ່, ເຊື່ອມຕໍ່ພື້ນຖານ ໂຄງລ່າງ, ເປີດກວ້າງ ບັນດາເສັ້ນທາງ ການບິນ ໂດຍກົງ ຕື່ມອີກ, ເພີ່ມທະວີ ການຮ່ວມມື ລະຫວ່າງ ສະໜາມບິນ ທີ່ພົ້ນເດັ່ນ, ແບ່ງປັນ ບົດຮຽນ ປະສົບການ ກ່ຽວກັບ ການຫັນເປັນ ດີຈີຕອນ, ສ້າງລັດຖະບານ ດີຈີຕອນ, ໝູນໃຊ້ ປັນຍາປະດິດ ແລະ ພັດທະນາຕົວເມືອງ ອັດສະລິຍະ.
ນອກຈາກນີ້, ທ່ານ ໂຕເລິມ ໃຫ້ຮູ້ວ່າ: ບົນພື້ນຖານ ການພົວພັນ ມິດຕະພາບ ອັນດີງາມ ແລະ ຜົນປະໂຫຍດ, ຄວາມມຸ້ງຫວັງ ຂອງ ປະຊາຊົນ ສອງປະເທດ, ພວກຂ້າພະເຈົ້າ ເຫັນດີ ເປັນເອກະພາບ ຍົກລະດັບ ການພົວພັນ ສອງ ຝ່າຍ ຫວຽດນາມ-ຟີລິບປິນ ຂຶ້ນເປັນ ຄູ່ຮ່ວມມື ຍຸດທະສາດ ເພີ່ມທະວີ, ໃນນັ້ນ ສຸມໃສ່ ການຊຸກຍູ້ແຮງ ບາງຂົງເຂດຮ່ວມມື ຈຸດສຸມ, ຮັກສາ ການພົບປະ ຂັ້ນສູງ ໃນທຸກຂັ້ນ, ທຸກຊ່ອງທາງ ພົວພັນແລກປ່ຽນ ປະຊາຊົນ ແລະ ເຊື່ອມຕໍ່ວິສາຫະກິດ ເພື່ອຮັກສາ ການປຶກສາຫາລື ບັນດາ ບັນຫາ ໃນພາກພື້ນ ແລະ ສາກົນຍຸດທະສາດ, ເພີ່ມທະວີ ລັກສະນະໜູນຊ່ວຍ ເຊິ່ງກັນ ແລະ ກັນ ກ່ຽວກັບ ການກຳນົດ ທິດທາງ ການພັດທະນາ, ເສີມຂະຫຍາຍ ແລະ ຮັກສາບັນດາ ກົນໄກຮ່ວມມື ສອງຝ່າຍ ຢ່າງສຸດຂີດ ແລະ ຊຸກຍູ້ການຮ່ວມມື ການເຈລະຈາ ໃນທຸກຂັ້ນ./
KPL