ຫລາຍ​ພາກ​ສ່ວນຈັດ​ພິ​ທີ​ສະ​ເຫລີມ​ສະ​ຫລອງວັນເດັກ​ນ້ອຍ​ສາ​ກົນ ແລະ ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ

02/06/2026 10:10
ຂປລ ເນື່ອງໃນໂອກາດວັນທີ 1 ມິຖຸນາ ວັນເດັກນ້ອຍສາກົນ ຄົບຮອບ 101 ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ໃນປີນີ້ ຫລາຍພາກສ່ວນໃນຂອບເຂດທົ່ວປະເທດ ໄດ້ຈັດກິດຈະກຳສະເຫລີມສະຫລອງວັນດ່ັງກ່າວຢ່າງເປັນຂະບວນຟົດຟ້ືນ.

       ຂປລ. ເປັນຕ້ົນມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີປູກຕົ້ນໄມ້ ເພ່ືອສ້າງຂະບວນການຂ່ໍານັບຮັບຕ້ອນວັນສ້າງຕັ້ງ ມຊ ຄົບຮອບ 30 ປີ, ວັນເດັກນ້ອຍສາກົນ (1 ມິຖຸນາ) ຄົບຮອບ 101 ປີ ແລະ ວັນ ປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ  ໃນວັນທີ 1 ມິຖຸນາ 2026 ຢູ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ , ມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີ-ຮອງລັດຖະມົນຕີ, ການນໍາຂັ້ນສູງ, ບັນດາກະຊວງ, ພ້ອມດ້ວຍພະນັກງານຄູ-ອາຈານ, ນັກສຶກສາ- ເຍົາວະຊົນເຂົ້າຮ່ວມ.


     ໃນພິທີ, ທ່ານ ເດຊານຸລາດ  ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ ໄດ້ກ່າວວ່າ: ປ່າໄມ້ມີບົດບາດສໍາຄັນຕໍ່ຊີວິດຂອງມວນມະນຸດ, ປ່າໄມ້ບໍ່ພຽງແຕ່ເປັນ “ປອດຂອງໂລກ” ເທົ່ານ້ັນ, ແຕ່ຫາກຍັງເປັນແຫລ່ງຊັບພະຍາກອນອັນລໍ້າຄ່າທ່ີສະໜອງນ້ໍາ, ດິນທີ່ອຸດົມສົມບູນ, ຊີວະນາໆພັນ, ອາກາດທີ່ສະອາດ, ວັດຖຸດິບ ແລະ ຜະລິດຕະພັນປ່າໄມ້, ທັງເປັນບ່ອນສ້າງອາຊີບ ແລະ ລາຍຮັບໃຫ້ປະຊາຊົນລາວບັນດາເຜ່ົາ. ພັກ ແລະ ລັດຖະບານໄດ້ກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບວັນເດັກນ້ອຍສາກົນ. ຄວາມໝາຍອັນເລິກເຊິ່ງ ຂອງວັນດັ່ງກ່າວ ແມ່ນການເຊື່ອມໂຍງລະຫວ່າງອະນາຄົດຂອງຊາດກັບອະນາຄົດຂອງທຳມະຊາດ, ການທ່ີເດັກນ້ອຍ ແລະ ເຍົາວະຊົນຊຶ່ງປຽບເໝືອນ “ດອກໄມ້ຂອງຊາດ” ໄດ້ຮັບການປູກຝັງໃຫ້ມີຈິດໃຈຮັກຕົ້ນໄມ້-ປ່າໄມ້ ຕັ້ງແຕ່ນ້ອຍນັ້ນ ກໍຄືການລົງທຶນແບບຍືນຍົງ ເພື່ອຮັກສາ “ຄໍາຂຽວຂອງ ຊາດ” ໃຫ້ຍືນຍົງຕາມຄໍາສອນຂອງປະທານ ໄກສອນ ພົມວິຫານ.


     ການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້, ເພື່ອລະດົມກໍາລັງໃຈຂອງພະນັກງານຄູ-ອາຈານ ແລະ ນັກສຶກສາໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການປູກ ແລະ ບຳລຸງຮັກສາຕົ້ນໄມ້, ຟື້ນຟູປ່າ ແລະ ປົກປັກຮັກສາສິ່ງແວດລ້ອມ; ເພື່ອປັບປຸງ-ສ້າງສະພາບແວດລ້ອມ ໃນພ້ືນທ່ີນ້ີໃຫ້ມີຄວາມຊຸ່ມຊ່ືນ, ຂຽວສົດໃສ ເພື່ອກະກຽມໃຫ້ການສ້າງອະນຸສອນສະຖານປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າສໍານັກງານ ມຊ; ເພື່ອເປັນການປະກອບສ່ວນສ້າງຂະບວນການໃຫ້ມີບັນຍາກາດ ເພື່ອຂໍ່ານັບຮັບຕ້ອນການສະເຫລີມສະ ຫລອງວັນສ້າງຕັ້ງ ມຊ ຄົບຮອບ  30 ປີ ທີ່ຈະຈັດຂຶ້ນໃນທ້າຍປີນີ້. ຈາກນ້ັນ, ທ່ານປະທານປະເທດ ພ້ອມດ້ວຍພັນລະຍາ ກໍໄດ້ໃຫ້ກຽດ ນໍາພາປູກຕົ້ນໄມ້ ເພື່ອເປັນສິລິມຸງຄຸນ ໃຫ້ພິທີໃນຄັ້ງນີ້. 

    ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ, ມີການນໍາພັກ-ລັດ ພະນັກງານ ຄູ-ອາຈານ ຕະຫລອດຮອດນ້ອງໆເຍົາວະຊົນ ແລະ ອະນຸຊົນທັນວາໄດ້ເຂ້ົາຮ່ວມພິທີເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໂຮງຮຽນປະຖົມວຽງຄຳ ບ້ານ ວຽງຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊັ່ນດຽວກັນ. 


     ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ: ການຈັດງານໃນຄັ້ງນ້ີເພື່ອຜັນຂະຫຍາຍນະໂຍບາຍ, ແຜນພັດທະນາ ແລະ ມະຕິກອງປະຊຸມ, ທັງເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຢ່າງສະເໝີຕົ້ນສະເໝີປາຍຂອງພັກ-ລັດ ທີ່ມີຕໍ່ເດັກນ້ອຍ ລາວ ໃນການປົກປ້ອງ, ລ້ຽງດູ, ສົ່ງເສີມ ແລະ ພັດທະນາ, ພ້ອມທັງສຶກສາອົບຮົມຮຸ່ນຄົນສືບທອດ ໃຫ້ກາຍເປັນພົນລະເມືອງດີຂອງຊາດ ກາຍເປັນກຳລັງແຮງທ່ີແຂງແກ່ນໃຫ້ແກ່ພັກ, ທັງເປັນການປຸກລະດົມທົ່ວສັງຄົມໃຫ້ຍົກສູງຄວາມຮັບຜິດຊອບສ້າງສະພາບແວດລ້ອມທີ່ປອດໄພ, ສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາສຸຂະພາບ, ສິ່ງເສບຕິດ, ການສຶກສາຄຽງຄູ່ກັບການເຝິກຝົນຫລໍ່ຫລອມແນວຄິດຮັກຊາດ, ຄຸນສົມບັດສິນທຳປະຕິວັດ ແລະ ປູກຈິດສຳນຶກໃຫ້ຮັກ ທຳມະຊາດຜ່ານຂະບວນການປູກຕົ້ນໄມ້ ແລະ ຮັກສາສິ່ງແວດລ້ອມ. ໂອກາດນີ້ທ່ານປະທານປະເທດ ພ້ອມພັນລະຍາ ກໍໄດ້ມອບອຸປະກອນ ການສຶກສາໃຫ້ເຍົາວະຊົນ, ພ້ອມທັງ ແຈກຢາຍເຂົ້າໜົມ ແລະ ຮ່ວມປູກຕົ້ນໄມ້ຕື່ມອີກ.

       ພ້ອມດຽວກັນນ້ັນ, ຢູ່ເຂດເສດ ຖະກິດພິເສດບຶງທາດຫລວງ ໄດ້ຈັດກິດຈະກຳປູກຕ້ົນໄມ້ ເພ່ືອສະເຫລີມສະຫລອງວັນປູກຕ້ົນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນພາຍໃຕ້ຄຳຂວັນ “ສາຍໃຍລາວ- ຈີນ ປູກຕ້ົນໄມ້ເພື່ອເຊ່ືອມສາຍ ພົວພັນ” ເພື່ອປຸກລະດົມຈິດສໍານຶກ ໃຫ້ທຸກພາກສ່ວນເຫັນຄວາມສໍາ ຄັນຂອງການອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້, ຮັກສາສິ່ງ ແວດລ້ອມ ແລະ ສ້າງທັດສະນີຍະ ພາບສີຂຽວ ໃຫ້ແກ່ນະຄອນຫລວງ ວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມ ດ້ວຍພັນລະຍາ, ມີທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ທ່ານ ທະນົງໄຊ  ຄຸດໄພທູນ ຮອງປະທານສະພາ ປະຊາຊົນນະຄອນຫລວງວຽງຈັນ, ທ່ານ ນາງ ພອນວັນ ອຸທະວົງ ຮອງ ລັດຖະມົນຕີ, ຮອງປະທານ ທັງເປັນ ຜູ້ປະຈຳການຄະນະກຳມະການສ່ົງ ເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ໂພຄໍາ ໄຊຍະສອນ ຮອງປະ ທານຄະນະກໍາມະການປົກຄອງ ນະຄອນຫລວງວຽງຈັນ, ທ່ານ ເສິນ ເສສິນ ປະທານສະພາການ ຄ້າຈີນ ປະຈຳ ສປປ ລາວ, ທ່ານ ຫວງ ກົວຜິງ ປະທານບໍລິສັດລາວ ທາດຫລວງລົງທຶນພັດທະນາ ຈຳກັດ, ພ້ອມດ້ວຍຜູ້ຕາງໜ້າຈາກ ຂະແໜງການຕ່າງໆ ແລະ ພາກ ສ່ວນທີ່ກ່ຽວຂ້ອງຂອງນະຄອນ ຫລວງວຽງຈັນ ເຂົ້າຮ່ວມ.

     ກິດຈະກຳໃນຄັ້ງນີ້, ສະແດງເຖິງ ຄວາມຮ່ວມມືອັນດີງາມລະຫວ່າງ ສອງຊາດ ລາວ-ຈີນ ຊ່ຶງເປັນການ ສະເຫລີມສະຫລອງປີມິດຕະພາບ ລາວ-ຈີນ ໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ຍັງ ເປັນການສະເຫລີມສະຫລອງວັນ ສ່ິງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນສິ່ງແວດລ້ອມສາກົນ ຄົບຮອບ 53 ປີ ທີ່ໃກ້ຈະມາເຖິງນີ້. ຕົ້ນໄມ້ທີ່ນໍາມາປູກໃນເຂດໂຄງການ ຄັ້ງນີ້ ມີຕົ້ນສາມສາ (ຂະໜາດ ໃຫຍ່) ຈໍານວນ 10 ຕົ້ນ. ທັງນີ້, ກໍ ເພື່ອເພີ່ມພື້ນທີ່ສີຂຽວ, ສ້າງສະພາບ ແວດລ້ອມທີ່ສົດໃສ ແລະ ປະກອບສ່ວນເຂ້ົາໃນການພັດທະນາເຂດເສດຖະກິດພິເສດບຶງທາດຫລວງ ໃຫ້ ເປັນເຂດຕົວແບບຂອງການພັດທະນາທີ່ສົມດຸນລະຫວ່າງເສດຖະກິດ ແລະ ການອະນຸລັກສິ່ງແວດລ້ອມ.

      ຂະນະທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກິດຈະກຳປູກຕົ້ນໄມ້ຄືນຄວາມອຸດົມສົມບູນໃຫ້ທຳມະຊາດ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນເຊັ່ນກັນ ໂດຍມີທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າ ຄອສພ, ມີຮອງຫົວໜ້າ ຄອສພ, ຄະນະພັກ- ຄະນະນໍາ, ບັນດາກົມ ແລະ ທຽບເທົ່າກົມ, ພະນັກງານ-ລັດຖະກອນພາຍໃນ ຄອສພ ເຂົ້າຮ່ວມ.


      ໂອກາດນີ້, ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າ ຄອສພ ໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນຂອງການປູກຕົ້ນໄມ້ ຊຶ່ງພັກ ແລະ ລັດຖະບານໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງ ກົງກັບວັນເດັກນ້ອຍສາກົນ ແນໃສ່ ປູກຈິດສໍານຶກໃຫ້ແກ່ສັງຄົມ ກໍຄື ອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ ຕະຫລອດຮອດປະຊາຊົນລາວ ບັນດາເຜົ່າໃຫ້ເຫັນໄດ້ເຖິງຄວາມສໍາ ຄັນຂອງປ່າໄມ້, ທັງເປັນການປຸກລະດົມທ່ົວປວງຊົນເຂ້ົາຮ່ວມຂະບວນການຄຸ້ມຄອງ, ປົກປັກຮັກສາ ປ່າໄມ້ ໃຫ້ມີຄວາມອຸດົມສົມບູນ, ໃຫ້ ກາຍເປັນທ່າແຮງໃນການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ຕົ້ນ ໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນຕົ້ນ ໄມ້ປະດັບ, ແນໃສ່ປົກປັກຮັກສາ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ, ຄືນຄວາມອຸດົມສົມບູນ, ເພີ່ມພື້ນທ່ີ ສີຂຽວ ໃຫ້ກັບທຳມະຊາດ, ທັງເປັນ ການປະກອບສ່ວນປະດັບປະດາ, ເພີ່ມຄວາມຮົ່ມເຢັນໃຫ້ກັບຄະນະ ໂຄສະນາອົບຮົມສູນກາງພັກ ໃຫ້ ມີຄວາມຮົ່ມເຢັນ ແລະ ສວຍງາມ. 

       ຢູ່ເມືອງວັງວຽງ ແຂວງວຽງຈັນ, ກົມພັດທະນາການທ່ຽວທ່ຽວ ກະຊວງວັດທະນະທຳ ແລະ ການ ທ່ອງທຽວ (ວທ) ຮ່ວມກັບອົງການ ປົກຄອງເມືອງວັງວຽງ ໂດຍໄດ້ ຮັບການສະໜັບສະໜູນຈາກໂຄງ ການພັດທະນາພ້ືນຖານໂຄງລ່າງເພ່ືອສ່ົງເສີມການທ່ອງທ່ຽວອະນຸ ພາກພ້ືນແມ່ນ້ໍາຂອງໄລຍະ 2 ຈັດກິດຈະກຳປູກຕ້ົນໄມ້ເນ່ືອງໃນໂອ ກາດວັນປູກຕົ້ນແຫ່ງຊາດ ຄົບຮອບ 46 ປີ ໃນວັນທີ 30 ພຶດສະພາ 2026 ຢູ່ສ່ີແຍກຕະຫລາດກາງຄືນເມືອງວັງວຽງ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຄຳປຽນ ແສງສະຫວັດ ເລຂາພັກເມືອງວັງ ວຽງ ແຂວງວຽງຈັນ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ຄຳປຽນ ແສງສະຫວັດ ເລຂາພັກເມືອງວັງວຽງ ແຂວງ ວຽງຈັນ ໄດ້ກ່າວວ່າ: ການປູກຕົ້ນໄມ້ຄັ້ງນີ້, ເພື່ອປະກອບສ່ວນໃນການ ປົກປັກຮັກສາສິ່ງແວດລ້ອມ ແລະ ເພີ່ມພື້ນທີ່ສີຂຽວໃຫ້ແກ່ເມືອງວັງ ວຽງ ຊຶ່ງການປູກຕົ້ນໄມ້ໃນຄັ້ງນີ້, ບໍ່ແມ່ນພຽງແຕ່ການນຳເອົາຕົ້ນໄມ້ ລົງດິນເທົ່ານັ້ນ ແຕ່ຕ້ອງເນັ້ນໜັກ ກ່ຽວກັບບົວລະບັດ, ດູແລ ແລະ ຮັກສາຕ້ົນໄມ້, ຫາກຕົ້ນໄມ້ເຕີບ ໃຫຍ່ຈະສາມາດສ້າງຄວາມຮົ່ມ ເຢັນ ແລະ ຊ່ວຍປັບປຸງທັດສະນີຍະ ພາບຂອງເມືອງໃຫ້ສວຍງາມຍິ່ງ ຂຶ້ນ. ພ້ອມກັນນັ້ນ, ການປູກຕົ້ນໄມ້ ຍັງເປັນການສ້າງຈິດສຳນຶກໃຫ້ແກ່ ປະຊາຊົນໃນການຮ່ວມກັນອະນຸລັກ ທຳມະຊາດ, ຮັກສາສິ່ງແວດລ້ອມ ແລະ ສ້າງເມືອງວັງວຽງໃຫ້ເປັນ ເມືອງສີຂຽວ, ສະອາດ, ສວຍງາມ ແລະ ໜ່າຢູ່ຫລາຍຂຶ້ນ.

      ໃນໂອກາດນ້ີ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະ ມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະນໍາ ກະ ຊວງວັດທະນະທຳ ແລະ ການທ່ອງ ທ່ຽວ ໄດ້ເອົາໃຈໃສ່ ແລະ ຊຸກຍູ້ສົ່ງ ເສີມການປູກຕົ້ນໄມ້ໃຫ້ກາຍເປັນ ຂະບວນການທີ່ກວ້າງຂວາງຕິດ ພັນກັບການທ່ອງທ່ຽວສີຂຽວ ແລະ ຍືນຍົງ ຊຶ່ງເມືອງວັງວຽງ ໄດ້ເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ລະດັບພາກພື້ນ ແລະ ສາກົນ ທ່ີມີ ຊື່ສຽງໂດ່ງດັງ ໂດຍສະເພາະການ ທ່ອງທ່ຽວທາງດ້ານທໍາມະຊາດ, ສາຍນ້ໍາ, ພູເຂົາ ແລະ ປ່າໄມ້ທ່ີຂຽວງາມ. ເຖິງຢ່າງໃດກໍຕາມ, ໃນສະ ພາບປັດຈຸບັນ, ຍັງເຫັນໄດ້ວ່າການ ຂະຫຍາຍຕົວຂອງຕົວເມືອງ ແລະ ການທ່ອງທ່ຽວຖ້າຂາດການຄຸ້ມ ຄອງ ແລະ ວາງແຜນທີ່ຮັດກຸມກໍຈະ ສົ່ງຜົນກະທົບຕໍ່ສະພາບແວດລ້ອມ, ເກີດບັນຫາຂ້ີເຫຍ້ືອ, ບັນຫານໍ້າເປ້ືອນ ແລະ ການຫລຸດໜ້ອຍຖອຍລົງຂອງ ເນື້ອທີ່ສີຂຽວ, ຖ້າພວກເຮົາບໍ່ຮ່ວມມື ກັນປົກປັກຮັກສາຕັ້ງແຕ່ມື້ນີ້, ໃນ ອະນາຄົດລູກຫລານຂອງພວກເຮົາ ກໍຈະບໍ່ມີໂອກາດໄດ້ເຫັນ ວັງວຽງທ່ີ ສວຍງາມ ແລະ ອຸດົມສົມບູນໄປດ້ວຍ ພື້ນທີ່ສີຂຽວ ຊຶ່ງມີເປົ້າໝາຍຈະປູກ ຕົ້ນໄມ້ຢູ່ຕົວເມືອງທ່ອງທ່ຽວວັງວຽງ ນີ້ ໃຫ້ໄດ້ທັງໝົດ 570 ຕົ້ນ.

KPL

ຂ່າວອື່ນໆ

ads
ads

Top