ຂປລ
ແຂວງກຸ້ຍໂຈວ ຕັ້ງຢູ່ໃນພື້ນທີ່ພູຫີນປູນຂອງພາກຕາເວັນຕົກສຽງໃຕ້ຂອງຈີນ. ຄັ້ງໝຶ່ງແຂວກຸ້ຍໂຈວ ເຄີຍຖືກຂະໜານນາມວ່າ “ບໍ່ມີດິນຮາບສາມລີ” ແລະ “ການຄົມມະນາຄົມບໍ່ສະດວກ”. ແຕ່ປັດຈຸບັນ, ກຸ້ຍໂຈວກຳລັງໃຊ້ຂົວກວ່າ 32.000 ແຫ່ງ ແລະ ທາງດ່ວນກວ່າ 9.000 ກິໂລແມັດ ປ່ຽນ “ຖະໜົນທີ່ຄົດລ້ຽວ” ດັ່ງກ່າວໃຫ້ກາຍເປັນ “ທາງສະດວກຜ່ານພູເຂົາ” ແລະ ສິ່ງທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ບໍ່ມີພຽງຂົວເທົ່ານັ້ນ, ແຕ່ຍັງມີວັດທະນະທຳຫລາກຫລາຍທີ່ຢູ່ໃນພູເຂົາ ແລະ ແມ່ນ້ຳ ຕັ້ງແຕ່ຜ້າຍ້ອມຂີ້ເຜິ້ງຂອງເຜົ່າມົ້ງ, ກິ່ນຫອມເຫລົ້າເມົາໄຖເຈິ້ນ, ລະຄອນດິນຕູນປ້າວ ອາຍຸ 600 ປີ ໄປຈົນເຖິງຄວາມຊົງຈຳເກື່ອນທັບທາງໄກໃນພິພິທະພັນສິລະປະດີຈິຕອນ.

ຂົວຮົ່ວຈ່ຽງ ໃນກຸ້ຍໂຈ, ເປັນໜຶ່ງໃນຂົວທີ່ສູງທີ່ສຸດໃນໂລກ.
ແຂວງກຸ້ຍໂຈວ ຕັ້ງຢູ່ໃນພື້ນທີ່ພູຫີນປູນຂອງພາກຕາເວັນຕົກສຽງໃຕ້ຂອງຈີນ. ຄັ້ງໝຶ່ງແຂວກຸ້ຍໂຈວ ເຄີຍຖືກຂະໜານນາມວ່າ “ບໍ່ມີດິນຮາບສາມລີ” ແລະ “ການຄົມມະນາຄົມບໍ່ສະດວກ”. ແຕ່ປັດຈຸບັນ, ກຸ້ຍໂຈວກຳລັງໃຊ້ຂົວກວ່າ 32.000 ແຫ່ງ ແລະ ທາງດ່ວນກວ່າ 9.000 ກິໂລແມັດ ປ່ຽນ “ຖະໜົນທີ່ຄົດລ້ຽວ” ດັ່ງກ່າວໃຫ້ກາຍເປັນ “ທາງສະດວກຜ່ານພູເຂົາ” ແລະ ສິ່ງທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ບໍ່ມີພຽງຂົວເທົ່ານັ້ນ, ແຕ່ຍັງມີວັດທະນະທຳຫລາກຫລາຍທີ່ຢູ່ໃນພູເຂົາ ແລະ ແມ່ນ້ຳ ຕັ້ງແຕ່ຜ້າຍ້ອມຂີ້ເຜິ້ງຂອງເຜົ່າມົ້ງ, ກິ່ນຫອມເຫລົ້າເມົາໄຖເຈິ້ນ, ລະຄອນດິນຕູນປ້າວ ອາຍຸ 600 ປີ ໄປຈົນເຖິງຄວາມຊົງຈຳເກື່ອນທັບທາງໄກໃນພິພິທະພັນສິລະປະດີຈິຕອນ.
ຂົວຮົ່ວຈ່ຽງໄດ້ເປີດໃຫ້ບໍລິການ, ບ້ານກໍມີຊີວິດຊີວາຂຶ້ນ.
ຂົວຮົ່ວຈ່ຽງ ໄດ້ເປີດໃຫ້ສັນຈອນໄປ-ມາໃນປີຜ່ານມາ, ສູງຈາກພື້ນທີ່ພູເຂົາ 625 ແມັດ, ເປັນໜຶ່ງໃນຂົວທີ່ສູງທີ່ສຸດໃນໂລກ. ການຂັບລົດອ້ອມຮ່ອມພູເຂົາ ໃນເມື່ອກ່ອນເຄີຍໃຊ້ເວລາສອງຊົ່ວໂມງ, ແຕ່ປັດຈຸບັນໃຊ້ເວລາພຽງແຕ່ສອງ-ສາມນາທີເທົ່ານັ້ນ. ປະຊາຊົນແຂວງກຸ້ຍໂຈວ ບໍ່ໄດ້ປ່ອຍໃຫ້ຂົວແຫ່ງນີ້ເປັນພຽງ "ທາງຜ່ານ" ພວກເຂົາໄດ້ສ້າງຈຸດຊົມວິວ ແລະ ທາງຍ່າງເທິງຂົວ, ເຮັດໃຫ້ນັກທ່ອງທ່ຽວສາມາດຢຸດຖ່າຍຮູບ, ດື່ມກາເຟ ແລະ ຊົມວິວໄດ້. ນອກຈາກນັ້ນ, ຂົວຜິ້ງຖັງ ແລະ ຂົວບາລິງ ກໍໄດ້ກາຍເປັນຈຸດຖ່າຍຮູບທີ່ໄດ້ຮັບຄວາມນິຍົມເຊັ່ນກັນ. ຄົນທ້ອງຖິ່ນເອີ້ນສິ່ງນີ້ວ່າ "ການເຊື່ອມໂຍງຂົວ-ການທ່ອງທ່ຽວ", ຂົວບໍ່ແມ່ນໂຄງສ້າງເຫລັກ ແລະ ຄອນກີດ ແຕ່ເປັນສະຖານທີ່ ທີ່ສາມາດ "ຢືນ ແລະ ເພີດເພີນກັບທິວທັດ." ບລັອກເກີທ່ອງທ່ຽວ (A travel blogger) ຈາກອາຊີຕາເວັນອອກສຽງໃຕ້ຄົນໜຶ່ງໄດ້ອຸທານຢູ່ເທີ່ງຂົວວ່າ ”ຂ້ອຍຖ່າຍຮູບກັບຂົວຢູ່ຫລາຍປະເທດ ແຕ່ຂົວໃນກຸ້ຍໂຈວ ເຮັດໃຫ້ຂ້ອຍຢາກນັ່ງຢູ່ໄລຍະໜຶ່ງ ແລະ ບໍ່ຢາກອອກໄປ."

ນັກຂ່າວຈາກອາຊຽນຢ້ຽມຢາມກຸ້ຍໂຈວ
ບ້ານຮວາອູຈີ້ (Huawuji village) ໃນເມືອງປີຈີ້ (Bijie), ຫ່າງຈາກຂົວຮົ່ວຈ່ຽງ ປະມານສອງຊົ່ວໂມງ, ເປັນໝູ່ບ້ານຂອງຊົນເຜົ່າໜຽວ (Miao ethnic village). ໃນອະດີດ, ຊາວໜຸ່ມໃນໝູ່ບ້ານນີ້ອອກໄປເຮັດວຽກຢູ່ບ່ອນອື່ນ, ບ້ານດັ່ງກ່າວຈຶ່ງຖືກປະຖິ້ມໄວ້. ແຕ່ປັດຈຸບັນ, ໄດ້ເປີດໃຫ້ບໍລິການເຮືອນພັກ ແລະ ໂຮງງານຜະລິດຜ້າບາຕິກ (batik) ໄດ້ຖືກສ້າງຂຶ້ນ, ຊ່ວຍໃຫ້ນັກທ່ອງທ່ຽວສາມາດຍ້ອມຜ້າດ້ວຍຕົນເອງ, ເຮັດເຂົ້າໜົມເຂົ້າໜຽວ ແລະ ເຕັ້ນລຳອ້ອມຮອບກອງໄຟໃນຕອນແລງ. "ຂ້ອຍເຄີຍຄິດວ່າຜ້າບາຕິກ ເປັນພຽງຫັດຖະກຳຂອງແມ່ໆ, ແຕ່ດຽວນີ້ມັນເປັນປະສົບການທີ່ນິຍົມສຳລັບນັກທ່ອງທ່ຽວ," ຍິງສາວໜຽວ ຄົນໜຶ່ງທີ່ກັບໄປບ້ານເກີດເມືອງນອນຕົນເອງເພື່ອເປີດເຮືອນພັກເວົ້າ. ໃນລະດູການທ່ອງທ່ຽວ, ເຮືອນພັກໃນໝູ່ບ້ານຈະຖືກຈອງເຕັມໜົດ ແລະ ຊາວບ້ານກໍມີລາຍໄດ້ຈາກນັກທ່ອງທ່ຽວທີ່ເຂົ້າມາພັກ. ໝູ່ບ້ານແຫ່ງນີ້, ບໍພຽງແຕ່ເປັນເອກະລັກຂອງກຸ້ຍໂຈວ ແຕ່ຍັງເປັນຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມສຳລັບນັກທ່ອງທ່ຽວຕ່າງປະເທດມາດົນແລ້ວ.
ວັດທະນະທໍາບໍ່ພຽງແຕ່ເປັນສິ່ງທີ່ເຈົ້າສາມາດເຫັນໄດ້ເທົ່ານັ້ນ, ເຈົ້າຍັງສາມາດ "ເຮັດ" ກ່ຽວກັບມັນໄດ້.

ເມືອງເມົາໄຖ (Maotai Town) ຕັ້ງຢູ່ແຄມຝັ່ງແມ່ນ້ຳຊິຊຸຍ (Chishui River), ອາກາດເຕັມໄປດ້ວຍກິ່ນຫອມຂອງທັນສະພຶດທີ່ເອົາມາໜັກເຫລົ້າ. ເຫລົ້າທີ່ມີລົດຊາດເມົາໄຖ ທີ່ຜະລິດຢູ່ເມືອງນີ້ມີຂະໜາດຕະຫລາດເກີນ 600 ຕື້ຢວນໃນປີຜ່ານມານີ້. ແຕ່ປະຊາຊົນແຂວງກຸ້ຍໂຈວ ບໍ່ພຽງແຕ່ "ການຂາຍເຫລົ້າ" ເທົ່ານັ້ນ, ພວກເຂົາໄດ້ປ່ຽນໂຮງກັ່ນເຫລົ້າໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ. ນັກທ່ອງທ່ຽວສາມາດທ່ຽວຊົມໂຮງງານຜະລິດເຫລົ້າໂຄຈິ (Koji). ນັບຕັ້ງແຕ່ການໝັກ ແລະ ການກັ່ນເຫລົ້າ, ການລອງຊີມລົດຊາດ ແລະ ການປະສົມເຫລົ້າເມົາໄຖ (Maotai) ດ້ວຍຕົນເອງ. ໄກ້ນໍາທ່ຽວຢູ່ໂຮງງານເຫລົ້າເວົ້າວ່າ “ເມື່ອກ່ອນພວກເຮົາຄິດວ່າເຫລົ້າໄບຈິວ (Baijiu) ເປັນເຫລົ້າສະເພາະພໍ່ແມ່ເຮົາດື່ມ, ແຕ່ດຽວນີ້ໄວໜຸ່ມກໍພາກັນດື່ມເຊັ່ນກັນ”. ນອກຈາກນັ້ນເມືອງເມົາໄຖ ຍັງກາຍເປັນສູນກາງການທ່ອງທ່ຽວທາງວັດທະນະທຳ ໂດຍການນຳສະເໜີການທ່ອງທ່ຽວໃນຕອນກາງຄືນ ແລະ ການຮັບປະທານອາຫານທີ່ມີຫົວຂໍ້ກ່ຽວກັບເຫລົ້າ, ປະສົມປະສານມໍລະດົກ ກັບປະສົບການທີ່ທັນສະ ໄໝ.
ນອກຈາກນັ້ນ, ໃນເມືອງອານຊຸນ (Anshun city), ປ້ອມ ຢຸນເຟິງ ຕູນປູ (Yunfeng Tunpu) ຊຶ່ງເປັນປ້ອມທະຫານໃນສະໄໜລາດຊະວົງໜີງ. ໃນຊ່ວງວັນພັກ, ຊາວບ້ານກໍຈະພາກັນໃສ່ໜ້າກາກໄມ້ ແລະ ສະແດງ "ດິຊີ (Dixi)" ຊຶ່ງເປັນມໍລະດົກທາງວັດທະນະທໍາທີ່ຈັບຕ້ອງບໍໄດ້ຂອງຊາດ ທີ່ບອກເລົ່າເລື່ອງລາວຂອງການຮົບໃນສະໄໜບູຮານ. ເມື່ອກອງເລີ່ມດັງຂຶ້ນ ແລະ ນັກສະແດງຮ້ອງຂຶ້ນ, ນັກທ່ອງທ່ຽວກໍຍົກກ້ອງຖ່າຍຮູບຂຶ້ນ. ສິລະປິນຜູ້ອາຍຸສູງຄົນໜຶ່ງເວົ້າວ່າ “ພວກເຮົາສະແດງຄືກັນກັບທີ່ບັນພະບຸລຸດຂອງພວກເຮົາເຄີຍເຮັດເມື່ອຫົກຮ້ອຍປີກ່ອນ.” ນອກຈາກນັ້ນ, ຢູ່ສະຖານທີ່ແຫ່ງນີ້, ຍັງມີສູນວາງສະແດງ ຊຶ່ງນັກທ່ອງທ່ຽວສາມາດໃສ່ຊຸດບູຮານສະໄໜລາດຊະວົງໜີງ ແລະ ສໍາຜັດປະສົບການຄືດັ່ງຕົນເອງ ສາມາດເດີນທາງຂ້າມເວລາໄດ້.

ນັກຂ່າວຈາກອາຊຽນ ສໍາພັດການເຮັດເຫຼົ່າໄດ້ຕົນເອງ
ໃນເມືອງກຸ້ຍຢາງ ມີພິພິທະພັນສິລະປະເຕັກໂນໂລຊີດີຈິຕອນທີ່ມີຊື່ວ່າ “ຮົງຜຽວໄຕ້” (Red Ribbon) ທີ່ໃຊ້ພາບໂຮໂລແກຣມ ແລະ ການສະແດງແບບຈໍາລອງ(ສະເໝືອນຈິງ) ເພື່ອຖ່າຍທອດເຫດການສຳຄັນ ໃນການເດີນທັບທາງໄກ. ບໍ່ມີການສອນແບບນ່າເບື່ອ ມີແຕ່ຄວາມຕື່ນຕາຕື່ນໃຈຈາກແສງ ແລະ ສຽງ. ນັກທ່ອງທ່ຽວໜຸ່ມສາວຫລາຍຄົນເວົ້າຫລັງອອກຈາກພິພິທະພັນວ່າ “ຮູ້ສຶກຈິງຍິ່ງກວ່າເບິ່ງໜັງ.” ຂະນະດຽວກັນ ທີ່ສວນວັດທະນະທຳຢາງໝິງ ໃນເມືອງຊິວເວິນ ຊຶ່ງເປັນສະຖານທີ່ທີ່ນັກປັດຊະຍາລາຊະວົງໝິງ, ຫວາງຢາງໝິງ “ບັນລຸປັນຍາທີ່ຫລອງສືງ”. ປັດຈຸບັນ, ເປິດໃຫ້ເຂົ້າຊົມເພື່ອການສືກສາ ແລະ ບັນລະຍາຍກ່ຽວກັບວັດທະນະທໍາຈີນດັ້ງເດີມ. ນັກທ່ອງທ່ຽວຈາກ ສ ເກົາຫລີ ຄົນໜຶ່ງເວົ້າວ່າ “ພວກເຮົາເຄີຍຮຽນເລື່ອງ ຫວາງຢາງໝິງ ໃນປຶ້ມແບບຮຽນ ແຕ່ພໍໄດ້ຢືນຢູ່ບ່ອນທີ່ລາວບັນລຸຄວາມຄິດແທ້ໆ ຄວາມຮູ້ສຶກນັ້ນກັບບໍ່ຄືກັນ.”
ກຸ້ຍໂຈວ ກຳລັງໄດ້ຮັບການຍອມຮັບຈາກທົ່ວໂລກ.
ເດືອນເມສານີ້, ນັກຂ່າວ-ສື່ມວນຊົນ, ນັກຂຽນບລັອກ ແລະ ຕົວແທນອົງການທ່ອງທ່ຽວຈາກລາວ, ຫວຽດນາມ, ໄທ, ມາເລເຊຍ, ກຳປູເຈຍ ແລະ ອິນໂດເນເຊຍ ໄດ້ໄປຢ້ຽມຢາມກຸ້ຍໂຈວ ໃຊ້ເວລາຫົກມື້ຫ້າຄືນ ສຳຫລວດກຸ້ຍຢາງ, ອານຊຸນ, ປີຈີ ແລະ ຈຸນຢີ. ນັກຂ່າວຂອງສຳນັກງານຂ່າວສານປະເທດລາວ ທ່ານ ນາງ ເພັດສະໜອນ ພົມມຸນີ ກ່າວວ່າ: "ເມື່ອຂ້ອຍກັບມາ, ຂ້ອຍຈະຂຽນບົດຄວາມພິເສດກ່ຽວກັບກຸ້ຍໂຈວ ເພື່ອສະແດງໃຫ້ຜູ້ອ່ານລາວເຫັນວ່າພູເຂົາຂອງພາກຕາເວັນຕົກສຽງໃຕ້ຂອງຈີນສວຍງາມແນວໃດ". ທ່ານ ໂດ ຮົວຮິງ ຜູ້ອຳນວຍການໜັງສືພິມປະຊາຊົນຫວຽດນາມ ປະຈຳປະເທດຈີນ ໄດ້ກ່າວວ່າ: "ກຸ້ຍໂຈວ ແລະ ຫວຽດນາມ ມີຄວາມໃກ້ຊິດທາງພູມສາດ ແລະ ມີຄວາມຄ້າຍຄືກັນທາງດ້ານວັດທະນະທຳ; ພວກເຮົາຄວນຮ່ວມມືກັນຫລາຍຂຶ້ນ" ທ່ານ ວູ ຈົງຊວູ ຕົວແທນຈາກອົງການທ່ອງທ່ຽວມາເລເຊຍ ໄດ້ວາງແຜນທີ່ຈະເປີດຕົວ "ການທ່ອງທ່ຽວລະດູຮ້ອນກຸ້ຍໂຈວ", "ຊາວມາເລເຊຍຢ້ານຄວາມຮ້ອນ ແລະ ອຸນຫະພູມລະດູຮ້ອນຂອງກຸ້ຍໂຈວແມ່ນສູງກວ່າ 20 ອົງສາ; ມັນແນ່ນອນວ່າຈະເປັນສິ່ງທີ່ດີ"

ນັກຂ່າວຈາກອາຊຽນຢ້ຽມຢາມກຸ້ຍໂຈວ
ຈາກການເປັນແກ້ວປະເສີດທີ່ເຊື່ອງໄວ້ ໄປສູ່ການກາຍເປັນຈຸດໝາຍປາຍທາງທີ່ "ເຫລົ້າແວງທີ່ດີບໍ່ຕ້ອງການພຸ່ມໄມ້," ກຸ້ຍໂຈວ ໄດ້ປູທາງດ້ວຍຂົວ ແລະ ນຳພາການພັດທະນາຂອງຕົນດ້ວຍວັດທະນະທຳຂອງຕົນ. ເຈົ້າໜ້າທີ່ວັດທະນະທຳ ແລະ ທ່ອງທ່ຽວທ້ອງຖິ່ນກ່າວວ່າ: "ພວກເຮົາບໍ່ແມ່ນເມືອງໃຫຍ່, ແຕ່ພວກເຮົາມີຄວາມງາມທາງທຳມະຊາດທີ່ຈິງໃຈທີ່ສຸດ ແລະ ວັດທະນະທຳທີ່ມີຊີວິດຊີວາທີ່ສຸດ", ຖ້າທ່ານກຳລັງຊອກຫາ "ປະເທດຈີນທີ່ແຕກຕ່າງ", ກຸ້ຍໂຈວສົມຄວນທີ່ຈະຢູ່ໃນລາຍຊື່ການທ່ອງທ່ຽວຂອງທ່ານ.
KPL