ຂປລ
ກອງປະຊຸມ ເສວະນາຄວາມໝັ້ນຄົງ ຊາງກຣີ-ລາ ຄັ້ງທີ 23 ຈັດຂຶ້ນຢູ່ ປະເທດສິງກະໂປ ໃນລະຫວ່າງວັນທີ 29-31 ພຶດສະພາ ຜ່ານມາ ໄດ້ດຶງດູດບັນດາຜູ້ນຳປະເທດ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ຜູ້ຊ່ຽວຊານດ້ານຄວາມໝັ້ນຄົງ ແລະ ນັກວິຊາການ ຈາກພາກພື້ນອາຊີ-ປາຊີຟິກ ຕະຫລອດຮອດ ບັນດາປະເທດໃນທົ່ວໂລກ ເຂົ້າຮ່ວມຢ່າງກວ້າງຂວາງ.
ຂປລ. ກອງປະຊຸມ ເສວະນາຄວາມໝັ້ນຄົງ ຊາງກຣີ-ລາ ຄັ້ງທີ 23 ຈັດຂຶ້ນຢູ່ ປະເທດສິງກະໂປ ໃນລະຫວ່າງວັນທີ 29-31 ພຶດສະພາ ຜ່ານມາ ໄດ້ດຶງດູດບັນດາຜູ້ນຳປະເທດ, ລັດ ຖະມົນຕີ ກະຊວງປ້ອງກັນປະເທດ, ຜູ້ຊ່ຽວຊານ ດ້ານຄວາມໝັ້ນຄົງ ແລະ ນັກວິຊາການ ຈາກພາກພື້ນອາຊີ-ປາຊີຟິກ ຕະຫລອດຮອດ ບັນດາປະເທດ ໃນທົ່ວໂລກ ເຂົ້າຮ່ວມຢ່າງກວ້າງ ຂວາງ. ທາມກາງສະພາບ ການລະຫວ່າງປະເທດ ທີ່ຍັງຄົງມີຄວາມສະຫລັບສັບຊ້ອນ ແລະ ຜັນແປໄປຢ່າງຕໍ່ເນື່ອງ, ເວທີກອງປະຊຸມໃນປີນີ້ ຍັງແມ່ນໜຶ່ງໃນກົນໄກ ການປຶກ ສາຫາລື ອັນສຳ ຄັນ ຊຶ່ງເປີດໂອກາດໃຫ້ ທຸກໆຝ່າຍໄດ້ແລກປ່ຽນທັດສະນະ, ຮ່ວມກັນຕີລາຄາ ສະພາບການ ແລະ ການແຫວງຫາແນວທາງ ໃນການຮັກສາໄວ້ເຊິ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມ ຮ່ວມມືໃນພາກພື້ນ.

ເວທີກອງປະຊຸມໃນປີນີ້, ໄດ້ສ່ອງແສງໃຫ້ເຫັນ ເຖິງຄວາມສົນໃຈທີ່ເພີ່ມຂຶ້ນ ຕໍ່ກັບບົດບາດ ຂອງປະເທດຂະ ໜາດກາງ ແລະ ປະເທດກຳລັງພັດທະນາ ໃນການຮັກສາ ຄວາມ ດຸນດ່ຽງ ແລະ ການສົ່ງເສີມຄວາມຮ່ວມມື ລະດັບພາກພື້ນ. ຫລາຍຝ່າຍເຫັນວ່າ ປະເທດຂະໜາດກາງ ແລະ ຂະໜາດນ້ອຍ ແມ່ນຕ້ອງການຮັກສາພື້ນທີ່ ທາງດ້ານຍຸດທະສາດ ທີ່ ເປັນເອກະລາດ ຂອງຕົນເອງ, ພ້ອມທັງສະໜັບສະໜູນ ລັດທິຫລາຍຝ່າຍ, ການເຈລະຈາ ແລະ ຄວາມຮ່ວມມື ຫລາຍກວ່າ ການຜະເຊີນໜ້າກັນ. ໃນບໍລິບົດດັ່ງກ່າວ, ບົດບາດ ສູນກາງ ຂອງອາຊຽນ ຍັງຄົງໄດ້ຮັບ ການເນັ້ນຢ້ຳຢ່າງຕໍ່ເນື່ອງ ວ່າເປັນປັດໄຈຄຳຊູອັນສຳຄັນ ໃນການຮັກສາ ໂຄງສ້າງພາກພື້ນ ທີ່ເປີດກວ້າງ, ກວມລວມ ແລະ ມີຄວາມສົມດຸນ.
ອີກທ່າອ່ຽງໜຶ່ງ ທີ່ໜ້າສົນໃຈ ຂອງກອງປະຊຸມ ຊາງກຣີ-ລາ ໃນປີນີ້ ແມ່ນການຂະຫຍາຍ ຂອບເຂດການປຶກສາຫາລື ຈາກປະເດັນຄວາມໝັ້ນຄົງ ແບບດັ້ງເດີມ ໄປສູ່ສິ່ງທ້າທາຍ ຂ້າມພົມແດນ ແລະ ຄວາມໝັ້ນຄົງຮູບແບບໃໝ່ ຫລາຍຂຶ້ນ. ບັນດາປະເດັນ ທີ່ກ່ຽວຂ້ອງກັບ ຄວາມໝັ້ນຄົງ ທາງທະເລ, ຄວາມໝັ້ນຄົງ ຂອງຕ່ອງໂສ້ອຸປະທານ, ຄວາມໝັ້ນຄົງ ດ້ານພະ ລັງງານ, ຄວາມປອດໄພທາງໄຊເບີ, ການເຜີຍແຜ່ ຂໍ້ມູນບິດເບືອນ, ເຕັກໂນໂລຊີທີ່ນຳໃຊ້ ໄດ້ສອງທາງ ແລະ ປັນຍາປະດິດ ໃນຂະແໜງການ ປ້ອງກັນປະເທດ ແມ່ນໄດ້ຖືກຍົກຂຶ້ນມາ ຫາລືຢ່າງກວ້າງຂວາງ ຊຶ່ງສ່ອງແສງໃຫ້ເຫັນເຖິງ ການຮັບຮູ້ຮ່ວມກັນວ່າ ສິ່ງທ້າທายດ້ານຄວາມໝັ້ນຄົງ ໃນປັດຈຸບັນ ບໍ່ໄດ້ຈຳກັດຢູ່ພຽງແຕ່ພື້ນທີ່ ຫລື ຂົງເຂດໃດໜຶ່ງອີກຕໍ່ໄປ, ແຕ່ມີລັກ ສະນະເຊື່ອມໂຍງ ແລະ ສົ່ງຜົນກະທົບ ຕໍ່ກັນຢ່າງສະໜິດແໜ້ນ.

ການປຶກສາຫາລື ໃນຫລາຍປະເດັນ ຍັງໄດ້ສ່ອງແສງໃຫ້ເຫັນ ເຖິງຄວາມເຂົ້າໃຈ ຮ່ວມກັນ ຫລາຍຂຶ້ນວ່າ ຄວາມຜັນຜວນ ຫລື ວິກິດການທີ່ເກີດຂຶ້ນ ໃນພື້ນທີ່ໃດໜຶ່ງ ແມ່ນສາມາດ ສົ່ງຜົນກະທົບ ເປັນວົງກວ້າງໃນລະດັບໂລກໄດ້. ບັນຫາທີ່ກ່ຽວຂ້ອງກັບຂໍ້ຂັດແຍ່ງ, ການຢຸດສະງັກ ທາງດ້ານການຄ້າ, ວິກິດການດ້ານພະລັງງານ ບໍ່ໄດ້ເປັນພຽງ ແຕ່ບັນຫາ ຂອງປະເທດ ໃດປະເທດໜຶ່ງ ຫລື ພາກພື້ນໃດພາກພື້ນ ໜຶ່ງອີກຕໍ່ໄປ, ແຕ່ມັນສາມາດສົ່ງຜົນກະທົບ ໂດຍກົງ ຕໍ່ການເຕີບໂຕທາງເສດຖະກິດ, ຄວາມໝັ້ນຄົງ ແລະ ການພັດທະນາ ຂອງບັນດາ ປະເທດຕ່າງໆທົ່ວໂລກ.
ຈາກນັ້ນ, ກອງປະຊຸມ ຊາງກຣີ-ລາ 2026 ໄດ້ສືບຕໍ່ສົ່ງເສີມ ຄວາມຮ່ວມມື, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການແຫວງຫາ ຈຸດຮ່ວມເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຂອງພາກພື້ນ ກໍຄື ທົ່ວໂລກ.
ຮຽບຮຽງຈາກ: The Straits Times (SGP)
KPL